ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຫວ່າງບໍ່ດົນມານີ້ ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ປະ­ຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

    ທ່ານ​ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ຊີ້​ແຈງ​ຕໍ່​ຂໍ້​ຊັກ​ຖາມ​ທີ່​ບັນ­ດາ ສສຊ ໄດ້​ຍົກ​ຂຶ້ນ​ໃນ​ກອງ​ປະ­ຊຸມ ໂດຍ​ສະ­ເພາະ​ການ​ຄຸ້ມ​ຄອງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ການ​ປັບ­ປຸງ​ໂຄງ​ສ້າງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ຕາມ​ມະ­ຕິ​ສະ­ພາ ເຊິ່ງ​ແຕ່​ຕົ້ນ​ປີ 2018 ເປັນ­ຕົ້ນ​ມາ ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຕະ­ຫຼາດ​ໂລກ​ເວົ້າ​ລວມ ເວົ້າ​ສະ­ເພາະ ລາ­ຄາ​ນ້ຳ­ມັນ​ສຳ­ເລັດ​ຮູບ​ຕະ­ຫຼາດ​ສິງ­ກະ­ໂປ​ມີ​ການ​ເໜັງ​ຕີງ​ສູງ​ຂຶ້ນ ນອກ​ນີ້ ຍັງ​ໄດ້​ເພີ່ມ​ອາ­ກອນ​ຊົມ­ໃຊ້​ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ ເພື່ອ​ເຮັດ​ໃຫ້​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ພາຍ​ໃນ​ບໍ່​ສູງ​ເກີນ​ໄປ ລັດ­ຖະ­ບານ​ໄດ້​ໃຊ້​ມາດ​ຕະ­ການ​ດັດ­ສົມ​ຄື: ໄດ້​ປັບ​ຄັງ​ແຮ​ຈາກ 500 ກີບ​ຕໍ່​ລິດ ມາ​ເປັນ 300 ກີບ​ຕໍ່​ລິດ ແລະ ຫຼຸດ​ມາ​ເປັນ 100 ກີບ​ຕໍ່​ລິດ (ນ້ຳ­ມັນ​ແອັດ​ຊັງ​ພິ­ເສດ) 50 ກີບ​ຕໍ່​ລິດ (ນ້ຳ­ມັນ​ແອັດ​ຊັງ​ທຳ​ມະ​ດາ ແລະ ນ້ຳ­ມັນ​ກາ​ຊວນ) ຫຼື ໄດ້​ຫຼຸດ​ຄັງ​ແຮ​ລົງ 400-450 ກີບ​ຕໍ່​ລິດ ຄ່າ​ກວດ​ນັບ​ບໍ​ລິ​ມາດ​ນ້ຳ­ມັນ​ເຊື້ອ​ໄຟ​ໄດ້​ປັບ​ຈາກ 22 ກີບ​ຕໍ່​ລິດ ມາ​ເປັນ 12 ກີບ​ຕໍ່​ລິດ ສະ­ເພາະ​ນ້ຳ­ມັນ​ແອັດ​ຊັງ​ພິ­ເສດ 10 ກີບ​ຕໍ່​ລິດ ສະ­ເພາະ​ນ້ຳ­ມັນ​ແອັດ​ຊັງ​ທຳ​ມະ​ດາ ແລະ ນ້ຳ­ມັນ​ກາ​ຊວນ ປັດ­ຈຸ­ບັນ​ເກັບ 6 ກີບ​ຕໍ່​ລິດ ນ້ຳ­ມັນ​ເຊື້ອ​ໄຟ​ທຸກ​ຊະ­ນິດ ຫຼື ຫຼຸດ​ລົງ 16 ກີບ​ຕໍ່​ລິດ ສ່ວນ​ຄ່າ​ກວດ​ຄຸ­ນະ­ພາບ​ນ້ຳ­ມັນ​ເຊື້ອ​ໄຟ​ຈາກ 32 ກີບ​ຕໍ່​ລິດ ມາ​ເປັນ 16 ກີບ​ຕໍ່​ລິດ ມາ​ຮອດ​ເດືອນ​ພະ­ຈິກ 2018 ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ໃນ​ຕະ­ຫຼາດ​ໂລກ​ເວົ້າ​ລວມ ເວົ້າ​ສະ­ເພາະ ລາ­ຄາ​ນ້ຳ­ມັນ​ສຳ­ເລັດ​ຮູບ​ຕະ­ຫຼາດ​ສິງ­ກະ­ໂປ​ມີ​ການ​ເໜັງ​ຕີງ​ຫຼຸດ​ລົງ ດັ່ງ­ນັ້ນ ວັນ​ທີ 9 ພະ­ຈິກ ແລະ ວັນ​ທີ 26 ພະ­ຈິກ 2018 ໄດ້​ປັບ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ ນອກ​ນີ້​ຍັງ​ໄດ້​ເພີ່ມ​ຄັງ​ແຮ​ນ້ຳ­ມັນ​ເຊື້ອ​ໄຟ​ແຕ່​ລະ​ຊະ­ນິດ​ຂຶ້ນ​ຕື່ມ 20 ກີບ​ຕໍ່​ລິດ ເຮັດ​ໃຫ້​ຕົ້ນ​ປີ 2018 ຮອດ​ປັດ­ຈຸ­ບັນ ໄດ້​ປັບ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ​ລົງ​ແລ້ວ 4 ຄັ້ງ ປັບ​ຂຶ້ນ 9 ຄັ້ງ.

    ປັດ­ຈຸ­ບັນ​ມີ​ບໍ­ລິ­ສັດ​ນຳ​ເຂົ້າ ແລະ ບໍ­ລິ­ການ​ຂາຍ­ຍົກ​ນ້ຳ­ມັນ​ເຊື້ອ​ໄຟ​ມີ 26 ບໍ­ລິ­ສັດ ບໍ­ລິ­ສັດ ນ້ຳ­ມັນ​ເຊື້ອ​ໄຟ​ຊີ­ວະ​ພາບ 2 ບໍ­ລິ­ສັດ ປ້ຳ­ນ້ຳ­ມັນ​ເຊື້ອ​ໄຟ 1.991 ປ້ຳ ແລະ ສະ­ເໜີ​ສ້າງ­ຕັ້ງ​ເປັນ​ບໍ­ລິ­ສັດ​ນຳ​ເຂົ້າ ແລະ ສົ່ງ​ອອກ​ນ້ຳ­ມັນ​ເຊື້ອ​ໄຟ​ໃໝ່ 2 ບໍ­ລິ­ສັດ ເພື່ອ​ເຮັດ​ໃຫ້​ດຳ­ລັດ​ວ່າ​ດ້ວຍ​ທຸ­ລະ​ກິດ​ນ້ຳ­ມັນ​ເຊື້ອ​ໄຟ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຕ້ອງ​ໄດ້​ດັດ­ສົມ​ບໍ­ລິ­ສັດ​ທີ່​ມີ​ຢູ່​ໃຫ້​ຖືກ­ຕ້ອງ ແລະ ສອດ­ຄ່ອງ​ຕາມ​ມາດ­ຖານ​ເງື່ອນ­ໄຂ​ໃໝ່ ບໍ­ລິ­ສັດ​ກໍ່​ຕ້ອງ​ປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ຕົນ​ຄືນ­ໃໝ່ ພາຍ​ໃນ​ກຳ­ນົດ​ເວ­ລາ 1 ປີ ເຊິ່ງ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ນ້ຳ­ມັນ​ເຊື້ອ​ໄຟ ແມ່ນ​ມີ​ຄວາມ​ຕື່ນ​ຕົວ ພ້ອມ​ຈະ​ປັບ­ປຸງ​ຕົນ​ເອງ​ໃຫ້​ໄດ້​ຕາມ​ເງື່ອນ­ໄຂ​ຂອງ​ດຳ­ລັດ ສະ­ແດງ​ອອກ​ບາງ​ບໍ­ລິ­ສັດ​ໄດ້​ປັບ­ປຸງ​ຕົນ​ເອງ​ສຳ­ເລັດ ແລະ ໄດ້​ຮັບ​ໃບ­ຢັ້ງ­ຢືນ​ການ­ເຄື່ອນ­ໄຫວ​ທຸ­ລະ​ກິດ ບາງ​ບໍ­ລິ­ສັດ​ແມ່ນ​ຢູ່​ຂັ້ນ​ຕອນ​ການ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ບາງ​ບໍ­ລິ­ສັດ​ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ແຈ້ງ​ຊັບ​ສິນ​ໃຫ້​ບໍ­ລິ­ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr.Vientianemai

ຮູບປະກອບ: https://imglp.com/

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້