ປະ​ຊາ​ຊົນ​ໄດ້​​ຮັບ​ຜົນຫຍັງ​ແດ່? ຈາກໂຄງການທາງລົດໄຟຈີນ-ລາວ

ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ໃນ​ນາມ​ທີ່​ເປັນ​ໂຄງ­ການ​ທີ່​ສຳ­ຄັນ​ສອດ­ຄ່ອງ​ຕາມ​ນະ ໂຍ​ບາຍ “ໜຶ່ງ​ແລວ ໜຶ່ງ​ເສັ້ນ­ທາງ” ເຊິ່ງ​ໄດ້​ຮັບ​ການ​ອະ­ນຸ­ມັດ ຈາກ​ສະ­ພາ​ແຫ່ງ​ຊາດ ໃນ​ປີ 2010 ມາ​ຮອດ​ປີ 2016 ກໍ່​ໄດ້​ລົງ­ມື​ກໍ່­ສ້າງ​ຢ່າງ​ເປັນ​ທາງ​ການ ເຮັດ​ໃຫ້​ນັບ​ແຕ່​ໄລ­ຍະ​ທີ່ ລິ​ເລີ່ມ​ຈົນ​ມາ​ຮອດ​ປະ­ຈຸ​ບັນ ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ໄດ້​ມີ​ການ​ດຳ ­ເນີນ​ມາ​ເປັນ ເວ­ລາ 9 ປີ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ສິບ​ພັນ​ກວ່າ​ຕຳ­ແໜ່ງ​ງານ​ໃຫ້​ແກ່​ປະ­ຊາ­ຊົນ​ຢູ່​ທ້ອງ ຖິ່ນ ແລະ ກາຍ​ເປັນ­ຄວາມ​ຫວັງ​ຂອງ​ປະ­ຊາ­ຊົນ​ໃນ​ທ້ອງ­ຖິ່ນ​ເພື່ອ​ພັດ­ທະ­ນາ​ຊີ­ວິດ​ການ ເປັນ​ຢູ່​ຂອງ​ເຂົາ­ເຈົ້າ​ໃຫ້​ດີ​ຂຶ້ນ​ຍິງ ເຊິ່ງ​ເປັນ​ການ​ຮ່ວມ​ມື​ທີ່​ຖືກ​ຂະ​ນານ​ນາມ​ວ່າ ໂຄງ­ການ ເຊື່ອມ​ສຳ­ພັນ​ໃຈ​ປະ­ຊາ­ຊົນ​ສອງ​ຊາດ ເລີຍ​ກໍ່​ເປັນ​ໄດ້.

ໃນ​ເມື່ອ​ນັບ​ມື້​ນັບ​ມີ​ປະ­ເທດ​ກຳ­ລັງ​ພັດ­ທະ­ນາ ທີ່​ຫຼາຍ​ຝ່າຍ​ຕາງ​ກໍ່​ໃຫ້­ການ​ຊົມ­ເຊີຍ ການ ຮ່ວມ​ມື​ຢ່າງ​ເປັນ​ຮູບ​ປະ​ທຳ​ຕາມ​ນະ­ໂຍ­ບາຍ “ໜຶ່ງ​ແນວ ໜຶ່ງ​ເສັ້ນ­ທາງ” ເປັນ​ການ​ຊຸກ­ຍູ້ ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ ແຕ່​ໃນ​ມໍ່ໆ​ນີ້ ມີ​ສື່​ມ່ວນ​ຊົນ​ຂອງ​ຕາ ເວັນ​ຕົກ​ຈຳ­ນວນ​ໜຶ່ງ ໄດ້​ນຳ​ໃຊ້ ບັນ­ຫາ​ເວນ​ຄືນ​ທີ່​ດິນ​ຂອງ​ຊາວ​ກະ­ສິ­ກອນ​ຢ່າງ​ບໍ່​ເໝາະ ກັບ​ກົດ­ໝາຍ ບັນ­ຫາ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ຄືນ​ທີ່​ຫຼ້າ​ຊ້າ ການ​ຈັດ​ສັນ​ທີ່­ຢູ່​ບໍ່​ເໝາະ​ສົມ ແລະ ອື່ນໆ ມາ​ເປັນ​ຫົວ­ຂໍ້​ລາຍ​ງານ​ວ່າ​ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ໄດ້​ສ້າງ​ຜົນ​ກະ ທົບ​ຕໍ່​ດ້ານ​ການ­ເມືອງ ແລະ ເສດ­ຖະ­ກິດ​ຂອງ​ລາວ ເຈດ​ຈຳ­ນົງ ກໍ່​ຄື ເປັນ​ການ ສະ­ແດງ​ຄວາມ​ບໍ່​ຍອມ­ຮັບ​ກັບ​ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ​ການ­ສະ­ແດງ​ທັດ­ສະ­ນະ ແບບ “ຕົນ​ເອງ​ບໍ່​ຢາກ​ເຮັດ ພັດ​ບໍ່​ຢາກ​ໃຫ້​ປະ­ເທດ​ອື່ນ ໄດ້​ຮັບ​ຜົນ­ສຳ­ເລັດ” ເປັນ​ການ ສະ­ແດງ​ໃຫ້​ເຫັນ​ຢ່າງ​ຈະ­ແຈ້ງ​ກ່ຽວ​ກັບ​ພືດ​ຕິ​ກຳ​ດ້ານ​ລົບ​ຂອງ​ພວກ​ເຂົາ­ເຈົ້າ.

ໂຄງ­ການ​ລົດ­ໄຟ​ຈີນ-ລາວ ດີ ຫຼື ບໍ່​ດີ​ນັ້ນ ເມື່ອ​ມາ​ທຽບ​ກັບ​ພວກ​ທີ່​ມາ­ຕີ​ລາ­ຄາ ໂດຍ​ບໍ່​ມີ ຄວາມ​ຮູ້​ດ້ານ​ການ­ເມືອງ ແລະ ເສດ​ຖະ​ເສດ ເຫຼົ່າ­ນັ້ນ ລັດ­ຖະ­ບານ​ລາວ ແລະ ປະ­ຊາ ຊົນ​ລາວ ທີ່­ຢູ່​ລຽບ​ຕາມ​ເສັ້ນ­ທາງ​ລົດ­ໄຟ ແມ່ນ​ມີ​ສິດ​ທີ່​ຈະ​ມີ​ຄຳ​ເຫັນ​ໄດ້​ຢ່າງ​ເຕັມ​ສ່ວນ.

ທາງ​ລົດ­ໄຟ​ຈີນ-ລາວ ຈະ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຄຶກ­ຄັກ​ຂຶ້ນ​ມາ ເພາະ​ພາຍ­ຫຼັງ ທີ່ ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ໄດ້​ເປີດ​ນຳ​ໃຊ້ ຈະ​ເຮັດ​ໃຫ້­ການ​ເດີນ­ທາງ ຈາກ​ຊາຍ ແດນ​ຈີນ-ລາວ ໄປ​ຫາ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ໃນ​ເມື່ອ​ກ່ອນ​ຕ້ອງ​ໃຊ້​ເວ­ລາ​ການ​ເດີນ ທາງ​ດ້ວຍ​ລົດ­ຍົນ 16 ຊົ່ວ­ໂມງ ມາ​ນັ່ງ​ລົດ­ໄຟ​ໃຊ້​ເວ­ລາ​ພຽງ 3 ຊົ່ວ­ໂມງ ຕາມ​ລາຍ​ງານ​ຂອງ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ສະ­ເໜີ​ວ່າ: ທາງ​ລົດ­ໄຟ​ຈີນ-ລາວ ຈະ​ຊ່ວຍ­ເຫຼືອ​ໃຫ້​ລາວ ບັນ­ລຸ​ຍຸດ​ທະ​ສາດ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ໂຍງ ລະ­ຫວ່າງ ລາວ-ຈີນ ລາວ-ອາ​ຊຽນ ພ້ອມ​ດຽວ​ກັນ​ກໍ່​ຈະ​ເປັນ​ເຄື່ອງ­ມື​ອັນ​ສຳ­ຄັນ​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ ເຕັກ­ນິກ​ທີ່​ທັນ​ສະ­ໄໝ ແລະ ຊັບ­ພະ­ຍາ­ກອນ​ມະ­ນຸດ ຂອງ ສປປ ລາວ ໜັງ­ສື­ພິມ ພາ­ສາ​ຕ່າງ­ປະ­ເທດ Vientiane Time  ກໍ່​ສະ­ແດງ​ທັດ­ສະ­ນະ​ວ່າ: ການ​ກໍ່­ສ້າງ ທາງ​ລົດ­ໄຟ​ລາວ-ຈີນ ຈະ​ກາຍ­ເປັນ​ເສົາ­ຄ້ຳ​ອັນ​ສຳ­ຄັນ ໃຫ້​ແກ່​ການ​ຂະ­ຫຍາຍ­ຕົວ​ດ້ານ​ເສດ­ຖະ­ກິດ​ຂອງ ສປປ ລາວ.

ຜົນ​ໄດ້​ຮັບ​ທີ່​ດີ​ເຫຼົ່າ​ນີ້ ປະ­ຊາ­ຊົນ​ທີ່­ຢູ່​ລຽບ​ຕາມ​ເສັ້ນ­ທາງ​ລົດ­ໄຟ ເປັນ​ຜູ້​ທີ່​ຮັບ​ຮູ້​ໄດ້​ຢ່າງ​ເລີກ​ເຊິ່ງ ຕາມ​ການ​ໃຫ້​ສຳ­ພາດ​ຂອງ ທ້າວ ນັດ​ທະ­ວີ ນໍ­ລະ​ສິງ ປະ­ຊາ­ຊົນ ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ວ່າ: “ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ສາ­ມາດ​ຊຸກ­ຍູ້​ການ​ພັດ​ທະ​ນາດ​ເສດ­ຖະ­ກິດ​ຕາມ​ແລວ​ທາງ​ລົດ­ໄຟ ຈະ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ການ​ພັດ­ທະ­ນາ​ທີ່​ດີ​ກວ່າ​ເກົ່າ​ໃຫ້​ແກ່​ປະ­ຊາ­ຊົນ​ທ້ອງ​ຖີ່ນ”.

“ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ກຳ­ລັງ​ໄດ້​ດຳ­ເນີນ​ການ​ກໍ່­ສ້າງ​ຢ່າງ​ໄວ­ວາ ປະ­ຈຸ​ບັນ​ສຳ­ເລັດ​ໄປ​ແລ້ວ​ຫຼາຍ​ກວ່າ 40% ເຊິ່ງ​ເປັນ​ຜົນ​ດີ​ຢ່າງ​ເປັນ​ຮູບ​ປະ​ທຳ​ຂອງ​ປະ­ເທດ​ລາວ ກໍ່​ຄື ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ທ້ອງ​ຖີ່ນ” ນັກ​ຂ່າວ​ລາວ ໄດ້​ສະ­ໜອງ​ຕົວ​ເລກ​ທີ່​ໜ້າ​ເຊື່ອ​ຖື ຄື: “ເດືອນ ກໍ­ລະ­ກົດ 2017 ທີ່​ສັນ­ຍາ​ທັງ 6 ຕອນ ຂອງ​ການ​ພັດ­ທະ­ນາ​ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ໄດ້​ພ້ອມ​ກັນ​ເລີ່ມ​ຮັບ​ສະ­ຫມັກ​ພະ­ນັກ­ງານ​ນັ້ນ ກໍ່​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ຈຳ­ນວນ 7.000 ກວ່າ​ຕຳ­ແໜ່ງ​ງານ, ເຊິ່ງ​ຕຳ­ແໜ່ງ​ງານ​ເຫຼົ່າ​ນີ້​ລ້ວນ ແຕ່​ເປັນ​ການ​ສະ­ໜອງ​ໃຫ້​ປະ­ຊາ­ຊົນ​ລາວ ການ​ທີ່​ຮັບ​ພະ­ນັກ­ງານ​ທີ່​ມີ​ຈຳ­ນວນ ຫຼາຍ​ຄື​ແນວ​ນີ້ ແມ່ນ​ຫາ​ໄດ້​ຍາກ​ທີ່​ສຸດ

ທ້າວ ນຸກ ເຈົ້າ​ຂອງ​ຮ້ານ​ເຄື່ອງ​ແຫ້ງ​ທີ່­ຢູ່​ໃກ້ໆ​ສະ­ຖາ­ນີ​ລົດ­ໄຟ ມີ​ຄວາມ​ຫວັງ​ຢ່າງ​ເຕັ່ມ​ສ່ວນ​ຕໍ່​ທາງ​ລົດ­ໄຟ​ຈີນ-ລາວ ເຊິ່ງ​ລາວ​ໄດ້​ເວົ້າ​ວ່າ: “ສ້າງ​ທາງ​ລົດ­ໄຟ​ຢູ່​ບ່ອນ​ນີ້ ພວກ​ເຮົາ​ລ້ວນ​ແຕ່​ດີ­ໃຈ ພາຍ­ຫຼັງ​ເປີດ​ນຳ​ໃຊ້​ແລ້ວ ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ ການ​ຄ້າ­ຂາຍ​ກໍ່​ຈະ​ດີ​ຂຶ້ນ​ຕາມ​ມາ ເຖິງ​ວ່າ​ລັດ­ຖະ­ບານ ຈະ​ນຳ​ໃຊ້​ດິນ​ຂອງ​ພວກ​ຂ້າ­ພະ­ເຈົ້າ​ຖ້າ​ພວກ​ເຮົາ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ເພິງ​ພໍ­ໃຈ ຊີ­ວິດ​ການ​ເປັນ​ຢູ່​ກໍ່​ຈະ​ໄດ້​ຮັບ​ການ​ປັບ­ປຸງ​ໄປ​ນຳ ຂ້າ​ມີ​ຄວາມ​ຫວັງ​ວ່າ ຖ້າ​ມີ​ເງິນ​ແລ້ວ ກໍ່​ຈະ​ມີ​ໂອ­ກາດ​ນັ່ງ​ລົດ­ໄຟ​ໄປ​ຫາ​ປະ­ເທດ​ຈີນ

ແຂວງ​ຫຼວງ​ນ້ຳ​ທາ ເປັນ​ແຂວງ​ທຳ​ອິດ​ທີ່​ທາງ​ລົດ­ໄຟ​ຈີນ-ລາວ ເຂົ້າ​ໃນ​ເຂດ​ດິນ​ລາວ ນາງ ທະ­ວີ​ພອນ ປະ­ຊາ­ຊົນ​ແຂວງ​ຫຼວງ​ນ້ຳ​ທາ ຫວັງ​ເປັນ​ຢ່າງ​ຍິງ​ວ່າ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຂອງ​ຊາວ​ກະ­ສິ­ກອນ ຈະ​ສາ­ມາດ​ໄປ​ຂາຍ​ຢູ່​ຕະ­ຫຼາດ​ສາ­ກົນ ລາວ​ເວົ້າ​ວ່າ: ປະ­ເທດ​ລາວ​ເປັນ​ປະ­ເທດ​ທີ່​ເຮັດ​ການ​ກະ­ສິ­ກຳ​ເປັນ­ຕົ້ນ​ຕໍ່ ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ຈະ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ແກ່​ການ​ຂົນ­ສົ່ງ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຂອງ​ທ້ອງ­ຖິ່ນ​ໄປ​ຂາຍ​ຢູ່​ຕ່າງ­ປະ­ເທດ  ອັນ​ນີ້​ຈະ​ເປັນ​ສິ່ງ​ຮັບ­ປະ­ກັນ​ໃຫ້​ເພີ່ມ​ລາຍ​ໄດ້​ຂອງ​ຊາວ​ກະ­ສິ­ກອນ.

    ເຮັດ​ໃຫ້​ບຸກ​ຄະ­ລາ​ກອນ​ທີ່​ມີ​ຄວາມ​ສາ­ມາດ​ມູນ​ວຽນ​ໄປ​ມາ, ເຮັດ​ໃຫ້​ຜະ­ລິດ​ຕະ​ພັນ​ຈໍ​ລະ​ຈອນ​ມູນ​ວຽນ ເຮັດ​ໃຫ້​ເສດ­ຖະ­ກິດ​ໄດ້​ຮັບ​ການ​ພັດ­ທະ­ນາ​ຂຶ້ນ​ຢ່າງ​ຂຶ້ນ ສິ່ງ​ເຫຼົ່າ​ນີ້​ເປັນ­ຄວາມ​ຮູ້­ສຶກ ແລະ ຄວາມ​ຄອງ​ຄ່ອຍ ຂອງ​ປະ­ຊາ­ຊົນ​ລາວ​ທີ່ ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ມອບ​ໃຫ້ ທ່ານ ນະ​ທາ​ວິນ ນໍ­ລະ​ສິນ ປະ­ຊາ­ຊົນ​ຊາວ​ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ພາຍ­ຫຼັງ​ທີ່​ທາງ​ລົດ­ໄຟ​ສຳ­ເລັດ​ການ​ກໍ່­ສ້າງ​ແລ້ວ ຈະ​ສາ­ມາດ​ປັບ­ປຸງ ຂະ ແໜງ​ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ​ຂອງ​ປະ­ເທດ​ລາວ​ຢ່າງ​ຫຼວງ­ຫຼາຍ ສົ່ງ­ເສີມ​ການ​ໄປ​ມາ ຫາ​ສູ່​ກັນ​ຂອງ​ປະ­ຊາ­ຊົນ​ສອງ​ຊາດ​ລາວ-ຈີນ ເຊິ່ງ​ຈະ​ເປັນ​ການ​ສະ­ໜອງ​ກາ­ລະ​ໂອ ກາດ​ການ​ພັດ­ທະ­ນາ​ທີ່​ໃຫຍ່​ຫຼວງ​ໃຫ້​ທາງ​ດ້ານ​ເສດ­ຖະ­ກິດ ທ່ອງ​ທ່ຽວ​ວັດ­ທະ­ນະ­ທຳ ຕະ­ຫຼາດ​ແຮງ​ງານ ຂອງ ສປປ ລາວ ຈະ​ເປັນ​ການ​ສົ່ງ­ເສີມ​ຄວາມ​ຕ້ອງ­ການ​ພາຍ​ໃນ ແລະ ເປັນ​ການ​ຮ່ວມ​ກັນ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ສອງ​ຊາດ​ລາວ-ຈີນ ຈະ​ນຳ­ພາ​ຄວາມ​ສະ­ດວກ​ສະ­ບາຍ​ມາ­ສູ່​ປະ­ຊາ­ຊົນ​ລາວ​ຢ່າງ​ແທ້​ຈິງ.

    ທາງ​ລົດ­ໄຟ​ລາວ-ຈີນ ເໝື່ອ​ດັ່ງ​ຫົວ​ຈັກ​ອັນ​ດຽວ​ກັນ ຕ໋ອງ​ໂສ້ງ​ການ​ຜະ­ລິດ​ທີ່ ຫຼວງ­ຫຼາຍ​ຂອງ​ທ້ອງ​ຖີ່ນ​ຈະ​ຖືກ​ກະ­ຕຸກ​ຊຸກ­ຍູ້ ທ່ານ ຮວງ ຕີ້​ຟູ ອຳ­ນວຍ​ການ​ໃຫຍ່ ບໍ­ລິ­ສັດ​ສາ­ກົນ ຂອງ​ກຸ່ມ​ບໍ­ລິ­ສັດ​ທາງ​ລົດ­ໄຟ ແຫ່ງ ສປ ຈີນ ໄດ້​ເວົ້າ​ວ່າ: ການ​ກໍ່­ສ້າງ ທາງ​ລົດ­ໄຟ​ເສັ້ນ​ນີ້​ຈະ​ເປັນ​ການ​ກະ­ຕຸກ​ຊຸກ­ຍູ້​ໂດຍ​ກົງ​ໃຫ້​ແກ່​ການ​ພັດ­ທະ­ນາ​ດ້ານ​ການ​ກໍ່­ສ້າງ ວິ­ສະ­ວະ­ກຳ ການ​ສະ­ໜອງ​ວັດ​ສະ​ດຸ​ກໍ່­ສ້າງ ພະ­ລັງ­ງານ​ໄຟ­ຟ້າ ກະ­ສິ­ກຳ-ລ້ຽງ­ສັດ ການ​ບໍ­ລິ­ການ ການ​ຂົນ­ສົ່ງ ແລະ ອື່ນໆ ເພີ່ມ​ຕຳ­ແໜ່ງ​ງານ​ໃຫ້​ແກ່​ປະ­ຊາ­ຊົນ ຊຸກ­ຍູ້​ການ​ຍົກ​ລະ­ດັບ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ພ້ອມ​ດຽວ​ກັນ ຍັງ​ຈະ​ມີ​ບົດ­ບາດ​ສຳ­ຄັນ ໃຫ້​ແກ່ ການ​ພັດ­ທະ­ນາ​ຂະ­ແໜງ­ການ​ຕ່າງໆ ທີ່­ຢູ່​ລຽບ​ຕາມ​ເສັ້ນ­ທາງ​ລົດ­ໄຟ​ເຊັ່ນ: ການ ທ່ອງ​ທ່ຽວ ການ​ຄ້າ ກະ­ສິ­ກຳ​ລ້ຽງ­ສັດ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ອື່ນໆ.

    ແນ່­ນອນ​ວ່າ ນະ­ຄອນ­ຫຼວງ​ວຽງ​ຈັນ ບໍ່​ໄດ້​ເປັນ​ສະ­ຖາ­ນີ​ສຸດ​ທ້າຍ​ຂອງ​ທາງ​ລົດ­ໄຟ ຈີນ-ລາວ ພາຍ­ຫຼັງ​ສຳ­ເລັດ​ການ​ກໍ່­ສ້າງ​ທາງ​ລົດ­ໄຟ​ຈີນ-ລາວ ແລ້ວ ຈະ​ມີ​ຊ່ອງ​ທາງ​ການ ພັດ­ທະ­ນາ​ຢ່າງ​ກວ້າງ­ຂວາງ ທີ່​ຫັນ​ໄປ​ສູ່​ອາ​ຊຽນ ໄປ​ພ້ອມໆ​ກັບ​ການ​ເລີ່ມ​ລົງ­ມື​ກໍ່ ສ້າງ​ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ພາຍ​ໃນ​ປະ­ເທດ​ຈີນ ແຕ່​ເມືອງ​ຢູ້​ສີ ຫາ ເມືອງ​ບໍ່​ຫານ ກໍ່​ໄດ້​ມີ​ການ​ກໍ່­ສ້າງ ມີ​ຄວາມ​ຫວັງ​ວ່າ ຈະ​ສຳ­ເລັດ ການ​ກໍ່­ສ້າງ​ໄປ​ພ້ອມໆ​ກັບ ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ພ້ອມ​ດຽວ​ກັນ ເສັ້ນ­ທາງ​ລົດ­ໄຟ Pan-Asian ຕອນ​ກາງ ກໍ່​ເລີ່ມ​ເປັນ​ຮູບ​ເປັນ​ຮ່າງ ທາງ​ລົດ­ໄຟ​ຈີນ-ລາວ ໃນ​ອາ­ນາ​ຄົດ ຈະ​ສາ­ມາດ​ເຊື່ອມ​ຕໍ່​ກັບ ທາງ​ລົດ­ໄຟ​ປະ­ເທດ​ໄທ ປະ­ເທດ​ມະ​ເລ​ເຊຍ ແລະ ປະ­ເທດ​ອື່ນໆ ເຊິ່ງ​ຈະ​ກາຍ­ເປັນ​ຈຸດ​ເຊື່ອມ​ໂຍງ​ອັນ​ສຳ­ຄັນ​ໃຫ້​ແກ່ ເສດ­ຖະ­ກິດ​ຈີນ ກັບ​ອາ​ຊຽນ.

    ຄ່າ​ຊົດ​ເຊີຍ​ຈະ​ສາ­ມາດ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ເຫັນ​ໄດ້​ວ່າ ໃນ​ເດືອນ​ທັນ­ວາ 2016 ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ຕະ­ຫຼອດ​ເສັ້ນ­ທາງ​ໄປ​ພ້ອມໆ​ກັນ, ເຊິ່ງ​ກ່ອນ​ໜ້າ​ນີ້ ວຽກ​ງານ​ການ​ເກັບ​ກຳ​ສະ­ຖິ­ຕິ ເພື່ອ​ເວນ​ຄືນ​ທີ່​ດິນ ແລະ ຊົດ​ເຊີຍ​ຄ່າ​ທີ່​ດິນ ໄດ້​ສຳ­ເລັດ​ແລ້ວ: ໂຄງ­ການ​ທາງ​ລົດ­ໄຟ​ຈີນ-ລາວ ຕ້ອງ­ການ​ເນື້ອ­ທີ່​ຖາ­ວອນ ທີ່​ລຽບ​ຕາມ​ເສັ້ນ­ທາງ​ລົດ­ໄຟ ປະ­ມານ 3.000 ເຮັກ­ຕາ ເນື້ອ­ທີ່​ດິນ​ທີ່​ນຳ​ໃຊ້​ຊົ່ວ­ຄາວ ປະ­ມານ 800 ເຮັກ­ຕາ ມີ 4.411 ຄອບ­ຄົວ ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ.

ໂດຍ​ຜ່ານ​ການ​ປືກ​ສາ​ຫາ­ລື​ໃນ​ກອງ​ປະ­ຊຸມ​ຕ່າງໆ​ຂອງ​ສອງ​ຝ່າຍ​ລາວ-ຈີນ ປະ­ຈຸ​ບັນ​ມາດ­ຕະ­ຖານ​ພຶ້ນ​ຖານ​ຂອງ​ການ​ຊົດ​ເຊີຍ ໂດຍ​ອີງ​ຕາມ​ຄວາມ​ຕ້ອງ­ການ​ດ້ານ​ວິ­ສະ­ວະ­ກຳ​ກໍ່­ສ້າງ​ທາງ​ລົດ­ໄຟ ເນື້ອ­ທີ່​ດິນ​ທີ່​ມີ​ທີ່​ຕັ້ງ ແຕກ​ຕ່າງ​ກັນ ການ​ຄິດ­ໄລ່​ຫົວ­ໜ່ວຍ​ຄ່າ​ຊົດ​ເຊີຍ​ກໍ່​ບໍ່​ຄື​ກັນ ການ​ກຳ­ນົດ​ມູນ​ຄ່າ​ນັ້ນ ຕົ້ນ​ຕໍ່​ແມ່ນ​ອີງ​ຕາມ​ທີ່​ດິນ ທີ່­ຢູ່​ໃກ້​ກັບ ທາງ​ຫຼວງ ທາງ​ຂັ້ນ​ແຂວງ ທາງ​ຂັ້ນ​ບ້ານ ຫຼື ມີ​ເສັ້ນ­ທາງ​ທີ່​ເຊື່ອມ​ຕໍ່ ເປັນ​ສິ່ງ​ຕັດ­ສິນ​ມູນ​ຄ່າ​ການ​ຊົດ​ເຊີຍ.

    ອາ­ຄານ​ບ້ານ​ເຮືອນ​ຂອງ​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ໂຄງ­ການ​ທາງ​ລົດ­ໄຟ ກໍ່​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ຕາມ​ຄວາມ​ເໝາະ​ສົມ ລວມ​ທັງ​ບັນ­ດາ​ສິ່ງ​ປຸກ​ສ້າງ​ຂະ­ໜາດ​ນ້ອຍ ທີ່​ຈະ​ຕ້ອງ​ໄດ້​ຍົກ­ຍ້າຍ​ເນື່ອງ​ຈາກ​ໂຄງ­ການ​ທາງ​ລົດ­ໄຟ​ເຊັ່ນ: ເຮືອນ­ຄົວ ສາງ​ເກັບ​ເຄື່ອງ ເຮືອນ​ມ້ຽນ​ລົດ ຮ້ານ​ຄ້າ ແລະ ຄອກ​ສັດ ກໍ່​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ຕາມ​ຄວາມ​ເໝາະ​ສົມ. ນອກ​ນັ້ນ ຜູ້​ພັດ­ທະ­ນາ​ໂຄງ­ການ​ທາງ​ລົດ­ໄຟ ກໍ່​ຈະ​ໃຫ້​ຄ່າ​ຊົດ​ເຊີຍ ໃນ​ຈຳ­ນວນ​ທີ່​ແນ່­ນອນ​ໃດ​ໜຶ່ງ ແກ່​ປະ­ຊາ­ຊົນ ທີ່​ຕ້ອງ​ຕັດ​ທຳ­ລາຍ​ຕົ້ນ­ໄມ້ ແລະ ໄມ້​ໃຫ້​ໝາກ​ຂອງ​ຕົນ ເນື່ອງ​ຈາກ​ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ.

    ເພື່ອ​ເປັນ​ການ​ຊຸກ­ຍູ້​ວຽກ​ງານ​ການ​ຊົດ​ເຊີຍ​ໂຄງ­ການ ຮັບ­ປະ­ກັນ​ໃຫ້​ຂັ້ນ​ຕອນ​ການ​ຊົດ​ເຊີຍ​ຍຸດ­ຕິ​ທຳ​ໂປ່ງ​ໃສ ລັດ­ຖະ­ບານ ສປປ ລາວ ຍັງ​ຮຽກ­ຮ້ອງ​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເປີດ​ບັນ­ຊີ​ຢູ່ ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ ປະ­ຈຸ​ບັນ ທັງ 4 ແຂວງ ແລະ ໜຶ່ງ​ນະ­ຄອນ­ຫຼວງ ທີ່​ເສັ້ນ­ທາງ​ລົດ­ໄຟ​ຜ່ານ​ນັ້ນ ກໍ່​ໄດ້​ເປັນ​ເອ­ກະ​ພາບ​ກັນ​ດ້ານ​ມູນ​ຄ່າ​ທີ່​ຈະ​ຊົດ​ເຊີຍ. ໂດຍ​ອີງ​ຕາມ​ການ​ແບ່ງ​ວຽກ ຝ່າຍ​ລາວ​ຮັບ­ຜິດ­ຊອບ​ການ​ຊົດ​ເຊີຍ​ຍົກ­ຍ້າຍ​ທີ່​ດິນ ບໍ­ລິ­ສັດ​ການ​ລົດ­ໄຟ​ລາວ-ຈີນ ຮັບ­ຜິດ­ຊອບ​ຊົດ​ເຊີຍ​ການ​ຍົກ­ຍ້າຍ​ສິ່ງ​ປຸກ​ສ້າງ, ໃນ​ການ​ຄິດ­ໄລ່​ເບື້ອງ​ຕົ້ນ​ຂອງ​ໂຄງ­ການ ໄດ້​ຈັດ​ສັນ​ເງິນ​ປະ­ມານ 500 ລ້ານ​ຢວນ ເປັນ​ຄ່າ​ຊົດ​ເຊີຍ​ການ​ຍົກ­ຍ້າຍ ລັດ­ຖະ­ບານ ສປປ ລາວ ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ຮັບ­ປະ­ກັນ​ໃຫ້​ຂັ້ນ​ຕອນ​ການ​ຊົດ​ເຊີຍ​ຈະ​ດຳ­ເນີນ​ຢ່າງ​ເປີດ­ເຜີຍ ຍຸດ­ຕິ​ທຳ ແລະ ມີ​ລະ­ບຽບ​ທຸກ​ຂັ້ນ​ຕອນ.

    ໂຄງ­ການ​ທາງ​ລົດ­ໄຟ ເຖິງ​ວ່າ​ຈະ​ມີ​ຜົນ​ກະ­ທົບ​ຕໍ່​ກັບ ໂຮງ­ງານ ຮົ້ວ​ສວນ ທີ່​ດິນ​ບຸກ­ຄົນ ໝູ​ບ້ານ ທີ່­ຢູ່​ແຂວງ​ຫຼວງ​ນ້ຳ​ທາ ແຂວງ​ອຸ­ດົມ​ໄຊ ແຂວງ​ຫຼວງ​ພະ​ບາງ ແລະ ແຂວງ​ອື່ນໆ ທີ່­ຢູ່​ພາກ​ເໜືອ​ລາວ ແຕ່​ວ່າ​ລັດ­ຖະ­ບານ​ຍິນ​ດີ​ທີ່​ຈະ​ຊົດ​ເຊີຍ​ຄືນ ມີ​ມູນ​ຄ່າ​ທີ່​ສົມ​ເຫດ​ສົມ ຜົນ ປະ­ຊາ­ຊົນ​ສາ­ມາດ​ຍອມ­ຮັບ​ໄດ້ ທ້າວ ຄຳ​ສະ​ມຸດ ລາວ​ຖົງ ປະ­ຊາ­ຊົນ​ແຂວງ​ອຸ­ດົມ​ໄຊ ມີ​ຊີ­ວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວມ​ຫວັງ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເຊິ່ງ​ລາວ​ຫວັງ​ວ່າ​ພາຍ­ຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ­ໄຟ​ແລ້ວ ປະ­ຊາ­ຊົນ​ທ້ອງ​ຖີ່ນ​ທີ່​ສະ­ດວກ​ສະ­ບາຍ​ຈະ​ນຳ­ພາ​ຄວາມ­ທຸກ​ຍາກ​ອອກ​ໄປ​ຈາກ​ຕົວ​ພວກ​ຂ້ອຍ​ໄປ.

    ຢູ່​ເຂດ​ບ້ານ​ຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ ທີ່​ເສັ້ນ­ທາງ​ລົດ­ໄຟ​ໄດ້​ຜ່ານ​ນັ້ນ ໜ່ວຍ​ງານ​ຮັບ­ຜິດ­ຊອບ​ກໍ່­ສ້າງ​ທາງ​ລົດ­ໄຟ ຂອງ​ບໍ­ລິ­ສັດ ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ ເລກ 3  ສປ ຈີນ ຈຳ­ກັດ ທີ່​ໄດ້​ເຂົ້າ​ໄປ​ເລີ່ມ​ລົງ­ມື​ກໍ່­ສ້າງ​ນັບ​ຕັ້ງ­ແຕ່​ປີ 2016 ເປັນ­ຕົ້ນ​ມາ ໄດ້​ມີ​ການ​ກໍ່­ສ້າງ​ສ້ອມ­ແປງ​ເສັ້ນ­ທາງ​ຢູ່​ລາວ ລວມ​ເປັນ​ໄລ­ຍະ​ທາງ 104 ກິ­ໂລ­ແມັດ ລວມ​ມູນ​ຄ່າ​ການ​ລົງ­ທຶນ 11.858 ລ້ານ ຢວນ ສ້າງ​ສາຍ​ສົ່ງ​ໄຟ­ຟ້າ​ໃໝ່ 72 ກິ­ໂລ­ແມັດ ສ້າງ​ສະ­ຖາ­ນີ​ແປງ​ໄຟ­ຟ້າ ຈາກ 115 Kv ມາ​ເປັນ 22Kv ທີ່​ຕັ້ງ​ຢູ່​ບໍ­ລິ­ເວນ​ແມ່­ນ້ຳ ຈຳ­ນວນ 1 ແຫ່ງ ສ້າງ​ອ່າງ­ເກັບ­ນ້ຳ​ໃຫ້​ປະ­ຊາ­ຊົນ​ທ້ອງ­ຖິ່ນ ຈຳ­ນວນ 5 ແຫ່ງ ຕິດ​ຕັ້ງ​ທໍ່​ສົ່ງ​ນ້ຳ ທີ່​ມີ​ຄວາມ​ຍາວ 11 ກິ­ໂລ­ແມັດ ເປັນ​ການ​ສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຢ່າງ​ຫຼວງ­ຫຼາຍ​ໃຫ້­ການ​ຜະ­ລິດ ແລະ ການ​ໃຊ້​ຊີ­ວິດ​ຂອງ​ປະ­ຊາ­ຊົນ ທີ່­ຢູ່​ທ້ອງ​ຖີ່ນ​ດັ່ງ­ກ່າວ ມີ​ຫຼາຍ​ຄັ້ງ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ ຂະ​ບວນ​ການ​ຊ່ວຍ­ເຫຼືອ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ລາວ ໂດຍ​ໄດ້​ປະ­ກອບ­ສ່ວນ​ໃນ​ການ​ຖະ​ລຸ ແລະ ສ້ອມ­ແປງ​ເສັ້ນ­ທາງ​ຫຼວງ ເລກ​ທີ 13 ຢູ່​ແຂວງ​ຫຼວງ​ພະ​ບາງ ທີ່​ມີ​ເຫດ­ການ​ພູ​ເຈື່ອນ​ຖະ​ຫຼົມ ນອກ­ຈາກ​ນີ້ ໜ່ວຍ​ງານ​ຮັບ­ຜິດ­ຊອບ​ການ​ກໍ່­ສ້າງ ຍັງ​ໄດ້​ສ້າງ­ຕັ້ງ​ໂຮງ­ຮຽນ​ຝືກ​ອົບ­ຮົມ​ການ​ຍົກ​ສູງ​ຄວາມ​ອາດ​ສາ­ມາດ​ດ້ານ​ວິ­ຊາ​ສະ­ເພາະ​ໃຫ້​ແກ່ ກຳ­ມະ­ກອນ​ລາວ ເຊິ່ງ​ໄດ້​ເປີດ​ຊຸດ​ຝືກ​ອົບ ລວມ 3 ຄັ້ງ ສາ­ມາດ​ສ້າງ​ວຽກ ເຮັດ​ງານ​ທຳ​ໃຫ້​ແກ່ ປະ­ຊາ­ຊົນ​ທ້ອງ­ຖິ່ນ ຫຼາຍ​ກວ່າ 100 ຕຳ­ແໜ່ງ​ງານ.

    ສຳ­ລັບ​ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ສື່​ມ່ວນ​ຊົນ​ຂອງ​ຕາ­ເວັນ­ຕົກ ຈັ່ງ​ໃດ​ກໍ່​ຈະ​ຍັງ​ຄົງ​ມີ​ຫາງ​ສຽງ​ທີ່​ຂໍ້​ສົ່ງ​ໃສ​ຕະ­ຫຼອດ ບໍ່​ວ່າ​ຈະ​ແມ່ນ ບັນ­ຫາ​ການ​ຊົດ​ເຊີຍ​ທີ່​ດິນ ຫຼື​ວ່າ ບັນ­ຫາ​ເລື່ອງ​ສະ­ພາບ​ແວດ​ລ້ອມ ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ ແມ່ນ​ຈະ​ມີ​ນະ­ໂຍ­ບາຍ ແລະ ການ​ປະ​ເມີນ​ຢ່າງ­ຮອບ­ດ້ານ ທີ່​ສົມ​ເຫດ​ສົມ​ຜົນ ໃນ​ໄລ­ຍະ​ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ຈີນ-ລາວ ຜູ້​ກໍ່­ສ້າງ​ຂອງ​ສອງ​ປະ­ເທດ ໄດ້​ມີ​ການ​ຮ່ວມ ມື​ກັນ ຮ່ວມ​ເຂົ້າ­ໃຈ​ເຊິ່ງ ແລະ ກັນ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ມີ​ການ​ກໍ່­ສ້າງ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ ທີ່​ສຳ­ຄັນ​ເທົ່າ​ນັ້ນ ມັນ​ຍັງ​ເປັນ​ຄື​ກັບ​ການ​ກໍ່­ສ້າງ “ຂົວ​ທີ່​ເຊື່ອມ​ໂຍງ​ຈິດ­ໃຈ ຂອງ​ປະ­ຊາ­ຊົນ ສອງ​ຊາດ​ລາວ-ຈີນ ນຳ​ອີກ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.