Thursday, March 20, 2025

ພາກ​ພູ​ມ​ໃຈ! ນັກ​ຄົ້​ນ​ຄວ້າ ມ​ຊ ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດລະ​ດັບ​ສາ​ກົນ

ຫວ່າງບໍ່​ດົນ​ມາ​ນີ້, ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າທີມນັກຄົ້ນຄ້ວາຝ່າຍ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ປທ ດວງຄໍາ ສີຫານຸວົງ ຕາງໜ້າທີມນັກຄົ້ນຄ້ວາຝ່າຍ ສະຖາບັນຄົ້ນຄວ້າກະສິກໍາ ກະຊວງ ກສກ ຂື້ນຮັບລາງວັນ International Award ໃນງານ Fish passage Conference 2018 ທີ່ເມືອງ Albury, ປະເທດ Australia.

ລາງວັນດັ່ງກ່າວນີ້ແມ່ນໄດ້ມາຈາກການຄັດເລືອກຜົນງານດີເດັ່ນຈາກ 250 ໂຄງການໃນທົ່ວໂລກ. ເຊິ່ງໂຄງການນີ້ແມ່ນຜົນສຳເລັດຂອງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າກະສິກໍາ ກະຊວງ ກສກແລະ Charles Sturt University (CSU) ໃນຫົວຂໍ້ “Fish passage research and development at low-head barriers in Southeast Asia” ເຊີ່ງສະຖານທີ່ໂຄງການແມ່ນຢູ່ ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ປັດຈຸບັນໄດ້ດໍາເນີນການປະຕິບັດໂຄງການມາຄົບຮອບ 10 ປີ.

ໃນວັນທີ 12 ທັນວາ 2018 ທ່ານ ຮສ ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຕາງໜ້າທີມນັກຄົ້ນຄ້ວາຝ່າຍ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ປທ ດວງຄໍາ ສີຫານຸວົງ ຕາງໜ້າທີມນັກຄົ້ນຄ້ວາຝ່າຍ ສະຖາບັນຄົ້ນຄວ້າກະສິກໍາ ກະຊວງ ກສກ ຂື້ນຮັບລາງວັນ International Award ໃນງານ Fish passage Conference 2018 ທີ່ເມືອງ Albury, ປະເທດ Australia.ລາງວັນດັ່ງກ່າວນີ້ແມ່ນໄດ້ມາຈາກການຄັດເລືອກຜົນງານດີເດັ່ນຈາກ 250 ໂຄງການໃນທົ່ວໂລກ. ເຊິ່ງໂຄງການນີ້ແມ່ນຜົນສຳເລັດຂອງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າກະສິກໍາ ກະຊວງ ກສກແລະ Charles Sturt University (CSU) ໃນຫົວຂໍ້ “Fish passage research and development at low-head barriers in Southeast Asia” ເຊີ່ງສະຖານທີ່ໂຄງການແມ່ນຢູ່ ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ປັດຈຸບັນໄດ້ດໍາເນີນການປະຕິບັດໂຄງການມາຄົບຮອບ 10 ປີລາຍລະອຽດຂອງໂຄງການສາມາດອ່ານເພີ່ມເຕີມໄດ້ທີ່: http://news.csu.edu.au/latest-news/environmental-sciences/ilws/fishways-show-the-way-in-mekong-basin

โพสต์โดย ຂ່າວສານ ມຊ NUoL News เมื่อ วันศุกร์ที่ 14 ธันวาคม 2018

ລາຍລະອຽດຂອງໂຄງການສາມາດອ່ານເພີ່ມເຕີມໄດ້ທີ່:http://news.csu.edu.au/…/fishways-show-the-way-in-mekong-ba…

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.