Thursday, May 15, 2025
Kbank Laos โอน รับ จ่าย

ລັດຖະມົນຕີ ຍທຂ ສະເໜີຮ່າງກົດໝາຍ ວ່າດ້ວຍການລົດໄຟ

ໃນຕອນເຊົ້າມື້​ນີ້, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດ ໝາຍ ວ່າດ້ວຍການລົດໄຟ ສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ບັນດາເນື້ອໃນ, ໂຄງຮ່າງພື້ນຖານ, ລວມທັງຈຸດປະສົງຄາດໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ພາຍຫລັງທີ່ສະພາໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍສະບັບນີ້.

ຮ່າງກົດໝາຍ ສະບັບນີ້ປະກອບມີ 14 ພາກ, 21 ໝວດ 165 ມາດຕາ ເຊິ່ງໄດ້ກຳນົດລະບຽບຫລັກການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານການລົດໄຟ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກ ງານນີ້ ມີປະສິດທິພາບ, ທັນສະໄໝ ແລະ ຍືນຍົງ, ທັງເປັນມິດກັບສິ່ງແວດລ້ອມ. ແນໃສ່ເຮັດໃຫ້ການດຳເນີນກິດຈະການ ການລົດໄຟ ແລະ ການຂົນສົ່ງທາງລົດໄຟ ມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ທັງສາມາດເຊື່ອມຈອດ ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຈາກນັ້ນ, ໄດ້ເປີດໂອກາດໃຫ້ບັນດາສະມາຊິກສະພາແຫ່ງຊາດ ສສຊ ປະກອບຄຳຄິດຄຳເຫັນ ໃນແຕ່ລະໝວດ ແລະ ມາດຕາ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ສາມດຮັບຮອງໃນກອງປະຊຸມຄັ້ງນີ້.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້