ຂໍຂອບໃຈນຳຜູ້ສະໜັບສະໜູນ

ອົງ​ການ​ກາ​ແດງ​ລາວ ​ແລະ ສູນ​ຕ້ານ​ເອດແຫ່ງຊາດ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ມີ​ພິ​ທີ​ສະ​ເຫລີມ​ສະຫລອງ ວັນ​ຕ້ານ​ເອດ​ສາ​ກົນ​ (1 ທັນ​ວາ​​) ຂຶ້ນຢູ່​ທີ່​ສະ​ໂມ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ ພາຍ​ໃຕ້​ຄຳ​ຂວັນ “ເພື່ອ​ຊີ​ວິດ​ທີ່​ຍືນ​ຍາວ ແລະ ຮູ້​ສະ​ຖາ​ນະ​ພາບ​ຕົນ​ເອງ ກວດ​ຫາ​ເຊື້ອ HIV”, ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ຄອນ​ສະ​ຫວັນ ຈັນ​ທະ​ຄາມ ຫົວ​ໜ້າ​ຫ້ອງ​ການ​ອົງ​ການ​ກາ​ແດງ​ລາວ, ພ້ອມດ້ວຍ ຄູ-ອາ​ຈານ ແລະນັກ​ສຶກ​ສາ​ ມຊ ​ເຂົ້າ​ຮ່ວມ​.

ຈຸດປະສົງ ການສະ​ເຫລີມ​ສະຫລອງ ວັນ​ຕ້ານ​ເອດ​ສາ​ກົນ​ໃນຄັ້ງນີ້, ເພື່ອໃຫ້ສັງຄົມຮູ້​ເຖິງ ​ໄພອັນຕະ ລາຍ​ຂອງ​ເຊື້ອ​ຈຸ​ລະ​ໂລກ ເອ​ດ​ໄອ​ວີ ແລະ ມາ​ຮອດ​ປັດ​ຈຸ​ບັນ​ ຍັງ​ບໍ່​​ມີ​ຢາ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ໄດ້​.

​ໃນ​ໂອກາດດັ່ງກ່າວ, ທ່ານ ດ​ຣ. ນາງ ບົວ​ທອງ ໄດ້ກ່າວວ່າ: ​ສປ​ປ ລາວ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອດ​ 12.000 ຄົນ, ແຂວງ ​ທີ່​ມີ​ຜູ້​ຕິດ​ເຊື້ອຫລາຍ​ແມ່ນນະ​ຄອນຫລວງວຽງ​ຈັນ, ແຂວງສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ, ວຽງ​ຈັນ, ຄຳ​ມ່ວນ​ ແລະ ແຂວງອື່ນໆ. ສຳ​ລັບ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງຫລາຍ​ທີ່​ສຸດ ​ແມ່ນກຸ່ມ​ຊາຍ​ທີ່​ຮັກເພດດຽວກັນ, ສາວ​ຂາຍ​ບໍ​ລິ​ການ ແລະ ກຸ່ມຜູ້​ໃຊ້​ເຂັມ​ສັກ​ຢາ​ເສບ​ຕິດຮ່ວມກັນ. ໃນນັ້ນ, ມີ​ຜູ້​ຕິດ​ເຊື້ອ​​​ປະ​ມານ 75 – 77% ທີ່​ສາ​ມາດ​ເຂົ້າ​ເຖິງ​ການກວດ​ເລືອດ ແລະ ​ປະ​ມານ 47 – 48% ຂອງ​ຜູ້​ຕິດ​ເຊື້ອ​​ທີ່​ເຂົ້າ​ເຖິງ​ການ​ປິ່ນ​ປົວ​ດ້ວຍ​ຢາ​ຕ້ານ (ARV), ສາ​ເຫດ​ທີ່​ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເອ​ດ ເຂົ້າ​ເຖິງ​ການ​ບໍ​ລິ​ການ​ປິ່ນ​ປົວ​ໄດ້​ໜ້ອຍ ກໍຍ້ອນ ຜູ້​ຕິດ​ເຊື້ອ​ສ່ວນຫລາຍ ບໍ່​ຮູ້​ວ່າ​ຕົນ​ເອງ​ຕິດ​ເຊື້ອ, ເມື່ອ​ເຈັບ​ປ່ວຍ​ດົນ​ແລ້ວ​ຈຶ່ງ​ເຂົ້າ​ມາ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ແລະ ກ​ານ​ເຂົ້າ​ຫາ​ການ​ປິ່ນ​ປົວມີຄວາມຫຍຸ້ງຍາກ ບໍ່ມີຄ່າໃຊ້​ຈ່າຍ​ໃນ​ການ​ເດີນ​ທາງ ລວມ​ເຖິງ​ການ​ຖືກ​ຈຳ​ແນກ ​ລັງ​ກຽດ​ຂອງ​ຜູ້​ຕິດ​ເຊື້ອ​ເອ​ດ ຈາກ​​ໃນ​ສັງ​ຄົມ.ປັດຈຸບັນ ທົ່ວປະເທດ ມີ​ສູນ​ປິ່ນ​ປົວ​ 11 ແຫ່ງ ຄື ນະ​ຄອນຫລວງວຽງ​ຈັນ​ 3 ແຫ່ງ, ແຂວງບໍ່​ແກ້ວ 2 ແຫ່ງ, ຫົວ​ພັນ, ຫລວງ​ນ້ຳ​ທາ, ຫລວງ​ພະ​ບາງ,ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ ແລະ ແຂວງຈຳ​ປາ​ສັກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: KPL

Hits: 57

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້