ຢູ່ສະໂມສອນແຂວງຫລວງນໍ້າ  ບໍລິສັດຊົງຊີງ ຊີງໂສ້ຟູ ພັດທະນາເຕັກໂນໂລຊີ ຈຳກັດ  ໄດ້​ເຜີຍ​ແຜ່​ຮູບ​ແບບ​ການ​ບໍລິການ,  ການ​ຄ້າ​ທາງ​ເອ​ເລັກ​ໂຕ​ນິກ ​ແລະ ​ບໍລິການສຳລະເງິນຜ່ານ ລະບົບເອເລັກ ໂຕຣນິກຜ່ານໂທລະ ສັບສະມາດໂຟນ   ເພື່ອນຳສະເໜີໃໝ່ໃນການຊຳລະເງິນຄ່າບໍລິການຕ່າງໆ  ທີ່ສະດວກສະບາຍ ໂດຍບໍ່ຕ້ອງຖືເງິນສົດ.

ທ່ານ ໂຈວຫຍິງ ຜູ້ອຳນວຍການໃຫຍ່  ບໍລິສັດຊົງຊີງ ຊີງໂສ້ຟູ ພັດທະນາເຕັກໂນໂລຊີ ຈຳກັດ  ໄດ້ກ່າວວ່າ: ​​ໂດຍເຫັນໄດ້ເຖິງຄວາມ​ສຳຄັນ​ ໃນ​ການ​ດຳລົງ​ຊີວິດ,  ຕິດ​ພັນ​ກັບ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ພາຍ​ໃນ​ແຂວງ​ຫລວງ​ນ້ຳທາ ​ເຊິ່ງ​ເປັນ​ແຂວງ​ໜຶ່ງ ​ທີ່​ມີ​ເສດຖະກິດ​ຂະຫຍາຍຕົວ ​ດ້ວຍ​ການ​ຄ້າຂາຍ,  ການ​ຮ່ວມ​ມື​ດ້ານການ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ  ພາຍໃຕ້ໂຄງການ ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ  ​ເຊິ່ງການ​ຄ້າ​ຂາຍ​ຢູ່​ພາຍ​ໃນ​ແຂວງ ​ຍັງ​ໃຊ້​ຮູບ​ແບບ​ໃຊ້​ຈ່າຍ​​ເງິນສົດ,  ປະຊາຊົນ​ຍັງ​ມັກ​ຖື​ເງິນ ສົດ.

  ສະນັ້ນ ທາງ​ບໍລິສັດຈຶ່ງ​ໄດ້​ ສະ​ເໜີການ​ຄ້າຂາຍ​ ທາງ​ດ້ານ​ເອ​ເລັກ​ໂຕຣນິກ  ທີ່​ສາມາດ​ສ້າງ​ຄວາມ​ສະດວກ​ສະບາຍ​​ໃຫ້​ແກ່​ສັງຄົມ  ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ,  ພໍ່ຄ້າ​ຊາວ​ຂາຍ ​ໃຫ້​ຫັນ​ມາ​ທົດ​ລອງ​ໃຊ້​ຈ່າຍ ​ແບບ​ບໍ່​ຖືເງິນສົດ ​ໂດຍ​ການ​ໃຊ້​ຈ່າຍ​ຜ່ານ​ລະບົບ​ມື​ຖື,  ລະບົບ​ເອທີ​ເອັມ (ATM), ທັງ​ເປັນ​ການ​ພັດທະນາ​ວຽກ​ງານ​ໄປສະນີ,  ​ໂທລະ​ຄົມ ​ແລະ ການ​ສື່​ສານ ທີ່​ທັນ​ສະ​ໄໝ ວ່ອງ​ໄວ  ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ  ​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງສີວິ​ໄລ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້