Wednesday, July 9, 2025
Kbank Laos โอน รับ จ่าย

​ພູມ​ໃຈ!ອົງ​ການ​ຊ່ວຍ​ເຫຼືອ​ສາ​ກົນ​ຢືນ​ຢັນ! ເດັກ​ນ້ອຍ​ລາວ​ຢູ່ຊົນ​ນະ​ບົດ ມັກ​ອ່ານ​ໜັງ​ສື​ຫຼາຍ​ຂຶ້ນ

ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ຢືນຢັນວ່າ ທັກສະດ້ານການອ່ານຂອງເດັກນ້ອຍ ໄດ້ຮັບການພັດທະນາດີຂຶ້ນ ແລະ ສາມາດເວົ້າພາສາລາວໄດ້ເກັ່ງຂຶ້ນ ພາຍຫລັງເຂົ້າຮ່ວມໂຄງການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນພື້ນຖານ ແລະ ໂຄງການສົ່ງເສີມການເຂົ້າເຖິງການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ.

ທ່ານ ພູວັນ ແກ້ວມາລາ ຕາງໜ້າອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ກ່າວໃນພິທີປິດໂຄງການດັ່ງກ່າວ, ເມື່ອອາທິດຜ່ານມານີ້ວ່າ: ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດຢູ່ 200 ກວ່າໂຮງຮຽນ ໃນ 3 ເມືອງ ຄື: ເມືອງນໍ້າບາກ, ເມືອງງອຍ ແລະ ເມືອງໂພນທອງ, ແຂວງຫລວງພະບາງ ໃນປີ 2016-2018, ໂດຍມີນັກຮຽນ ອາຍຸ 5-10 ປີ ຫລາຍກວ່າ 15.000 ຄົນ ເຂົ້າຮ່ວມແລະ ໄດ້ຄັດເອົາບ້ານ ທີ່ມີຜົນການຮຽນຍັງຕ່ຳ, ຢູ່ເຂດຫ່າງໄກສອກຫລີກ, ມີເດັກຊົນເຜົ່າຂ້ອນຂ້າງຫລາຍ, ພົບຄວາມຫຍຸ້ງຍາກໃນການຮຽນໜັງສື, ໂດຍສະເພາະວິຊາພາສາລາວ ແລະ ທັກສະການ ອ່່ານຕ່ຳ ເປັນເງື່ອນໄຂ ແລະ ບູລິມະສິດໃນການຈັດຕັ້ງປະຕິບັດ. ຜ່ານການຈັດຕັ້ງປະຕິບັດສອງໂຄງການ, ຜົນການປະເມີນສະແດງໃຫ້ເຫັນວ່າ ທັກສະດ້ານການອ່ານຂອງເດັກໄດ້ຮັບການພັດທະນາດີຂຶ້ນ, ສາມາດເຂົ້າຮ່ວມກິດຈະກໍາສອນຂອງຄູຫລາຍຂຶ້ນ, ມີຄວາມກ້າຫານໃນການຕອບຄຳຖາມຕ່າງໆ ແລະ ມາຮຽນດ້ວຍຄວາມມ່ວນຊື່ນຫລາຍກວ່າເກົ່າ.

ທີ່​ມາ: facebook.com/946305358906578

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.