ພິທີມອບ-ຮັບເຮືອກູ້ໄພລຸຍຕົມ ຈາກລັດຖະບານ, ປະຊາຊົນຕວກກີ ແລະອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃຫ້ແກ່ສປປ ລາວ ລວມມູນຄ່າ 66 ພັນກວ່າໂດລາ ຫຼື ປະມານ 500 ລ້ານກວ່າກີບ, ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2018, ທີ່ສາງກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ສາງຫຼັກ 17 ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຊຶ່ງຕາງໜ້າລັດຖະບານລາວ ຮັບໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ປະທານຄະນະກໍາມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດ, ຕາງ ໜ້າລັດຖະບານຕວກກີ ມອບແມ່ນທ່ານ ​H.E. Idem Akay ເອກ​ອັກ​ຄະ​ລັດ​ຖະ​ທູດ ຕວກ​ກີ ປະ​ຈຳລາວ ແລະທ່ານນາງ ກາຣິນາ ອີໂມເນັນ ຜູ້ຕາງໜ້າອົງ​ການ ສປຊ ເພື່ອການພັດທະນາ, ພ້ອມນັ້ນຍັງມີຫົວໜ້າກົມ, ຮອງກົມ ແລະພາກສ່ວນກ່ຽວຂ້ອງຂອງກະຊວງເຂົ້າຮ່ວມ.

ທ່ານ ລັດຖະມົນຕີກະຊວງ ກ່າວວ່າ: ນັບແຕ່ເດືອນກໍລະກົດ ຫາ ຕົ້ນເດືອນຕຸລາ 2018 ສະພາບອາກາດປະຈໍາລະດູການ ແລະພະຍຸເຂດຮ້ອນຫຼາຍຄັ້ງໄດ້ພັດຜ່ານເຂົ້າມາລາວ ຢ່າງລຽນຕິດ ເປັນຕົ້ນ ພະຍຸເຊີນຕີນ ແລະເບປິນກາ, ເຮັດໃຫ້ມີຝົນຕົກຢ່າງຕໍ່ເນື່ອງລຽນຕິດຈົນເກີດມີນໍ້າຖ້ວມ ແລະດິນເຈື່ອນຢ່າງໜັກກວມເອົາທຸກໆພາກຂອງປະເທດ, ສົ່ງຜົນກະທົບຢ່າງຮ້າຍແຮງ ແລະໃຫຍ່ຫຼວງຕໍ່ຊັບສິນ ແລະຊີວິດຂອງປະຊາຊົນ, ຕໍ່ພື້ນຖານໂຄງລ່າງດ້ານເສຖະກິດ-ສັງຄົມ ຕົ້ນຕໍແມ່ນເສັ້ນທາງ, ຂົວ, ພື້ນທີ່ການຜະ ລິດກະສິກໍາ, ຊົນລະປະທານ, ແຫຼ່ງນໍ້າກິນນໍ້າໃຊ້, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ສິ່ງປຸກສ້າງ ແລະສິ່ງເອື້ອ ອໍານວຍຄວາມສະດວກຕ່າງໆໃນຂອບເຂດທົ່ວປະ ເທດລວມ​ທັງ​ໝົດ 17 ແຂວງ ແລະ1 ນະຄອນຫຼວງ ກວມ 124 ເມືອງ, 2.382 ບ້ານ, 1,26 ແສນຄອບຄົວ, ມີຜູ້ໄດ້ຮັບຜົນກະທົບ 6,16 ແສນຄົນ, ເສຍຊີວິດ 60 ຄົນ, ສູນຫາຍທີ່ບໍ່ທັນພົບເຫັນ 30 ຄົນ ໄດ້ຍົກຍ້າຍໄປບ່ອນທີ່ພັກເຊົາຊົ່ວຄາວເບື້ອງຕົ້ນ 3.616 ຄອບຄົວ, 16.739 ຄົນ, ປະຈຸບັນ ຍັງມີຜູ້ປະສົບໄພພິບັດ 4.770 ກວ່າຄົນ ຍັງຢູ່ສະຖານທີ່ພັກເຊົາຊົ່ວຄາວ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ຕໍ່ບັນຫາດັ່ງກ່າວນີ້ກະຊວງ ຮສສ, ຕາງໜ້າໃຫ້ແກ່ລັດຖະບານລາວ ກໍ່ໄດ້ຂົນຂວາຍການ​ຊ່ວຍ​ເຫຼືອ​ດ້ານທຶນຮອນນໍາບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະອົງການຈັດຕັ້ງບໍ່ສັງກັດລັດ ຖະບານ ຊຶ່ງແມ່ນໄດ້ປະ ສານງານ ແລະ​ໃຫ້​ການຊ່ວຍເຫຼືອຜ່ານເຄືອຂ່າຍຂອງອົງການ ສປຊ ​ມາ​ເຖິງ​ປະ​ຈຸ​ບັນໄດ້ມີຫຼາຍໂຄງການ​ມີມູນຄ່າຫຼາຍລ້ານໂດລາສະຫະລັດ, ສ່ວນການປະຕິບັດໂຄງການຊ່ວຍເຫຼືອ ແມ່ນໄດ້ດຳ ເນີນເປັນ 8 ກຸ່ມແຜນງານ ໂດຍ​ຜ່ານ​ບັນ​ດາຂະແໜງການ ເຊັນ: ການຄ້ຳປະກັນດ້ານສະບຽງອາຫານ ແລະໂພສະນາການ, ສຸຂະພາບ, ການປົກ ປ້ອງທາງສັງຄົມ, ທີ່ພັກຊົ່ວຄາວ, ສຸຂະອານາໄມ, ​ການຈັດ​ຊື້, ການຂົນ ສົ່ງ ແລະການຟື້ນຟູເບື້ອງຕົ້ນ, ຊຶ່ງໃນຄັ້ງນີ້ ອົງການສະຫະປະຊາຊາດເພື່ອການພັດ​ທະ​ນາ​ໄດ້​ນຳ​ເອົາ​ການຊ່ວຍເຫຼືອເຮືອລຸຍຕົມ ຈໍານວນ 2 ລໍາ ມູນຄ່າ 66,870 ໂດລາ ຫຼື ປະມານ 568,39 ລ້ານກີບ, ໃນນີ້, ມີທຶນຂອງອົງການ ສປຊ ເພື່ອການພັດທະນາ 1 ລໍາ ແລະອີກ 1 ລໍາ ແມ່ນໄດ້ຮັບການສະໜັບສະໜູນ ຈາກລັດຖະບານ ແລະປະຊາຊົນຕວກກີ, ທັງນີ້ກໍເພື່ອນໍາໃຊ້ເຂົ້າໃນວຽກງານໃນເວລາເກີດໄພພິບັດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້