ຂໍຂອບໃຈນຳຜູ້ສະໜັບສະໜູນ

        ບູ​ຮານ​ອາ​ຈານ​ລາວ ເພິ່ນ​ກ່າວ​ໄວ້​ວ່າ ສົງ 14 ນາ​ລີ 11 ສົມ​ລົດ 7 ເຜົາ​ສົບ 15 ນັ້ນ ບໍ່​ດີ​ເລີຍ, ຫ້າມ​ເຮັດ​ພິ​ທີ​ມຸງ​ຄຸນ​ເດັດ​ຂາດ ຄວາມ​ໝາຍ​ມັນ​ຄື:

  1. ຄຳວ່າສົງ 14 ບໍ່​ໄດ້​ໝາຍ​ເຖິງ​ຈຳ​ນວນ​ພະ​ສົງ 14 ຕົນ ແຕ່​ໝາຍ​ຄວາມ​ວ່າ ຫ້າມ​ກະ​ທຳ​ກິດ​ຈະ​ການ​ທຸກ​ຢ່າງ​ກ່ຽວ​ກັບ​ສົງ ທີ່​ກົງ​ກັບ​ວັນ​ຂຶ້ນ ຫຼື​ແຮມ 14 ຄ່ຳ ເຊັ່ນ: ບວດ​ນາກ, ຂຶ້ນ​ບ້ານ​ໃໝ່, ໄປ​ຖອດ​ກະ​ຖິນ ອິ​ຫຍັງ​ກໍ​ແລ້ວ​ແຕ່ ມື້ນີ້, ຖ້າ​ເຮັດ​ກິດ​ກ່ຽວ​ກັບ​ສົງ ຈະ​ເກີດ​ໄພ​ພິ​ບັດ​ໃນ​ຊີ​ວິດ.
  2. ຄຳວ່ານາລີ 11 ບໍ່​ໄດ້​ໝາຍ​ເຖິງ​ຜູ້​ຍິງ 11 ຄົນ ແຕ່​ທ່ານ​ໝາຍ​ຄວາມ​ວ່າ ວັນ​ຂຶ້ນ ຫຼື​ແຮ​ມ 11 ຄ່ຳ​ນັ້ນ; ຫ້າມ​ເຮັດ​ງານ​ມຸງ​ຄຸນ ກ່ຽວ​ກັບ​ສະ​ຕີ​ທຸກ​ປະ​ເພດ ແລະ​ທຸກ​ໄວ.
  3. ຄຳວ່າສົມລົດ 7 ບໍ່​ໄດ້​ໝາຍ​ຄວາມ​ວ່າ 7 ຄູ່ ແຕ່​ໝາຍ​ຄວາມ​ວ່າ ວັນ​ຂຶ້ນ ຫຼື​ແຮມ 7 ຄ່ຳ ໂດຍ​ສະ​ເພາະ​ຂຶ້ນ 7 ຄ່ຳ ຖ້າ​ກົງ​ກັບ​ວັນ​ສຸກ ທ່ານ​ຫ້າມ​ເຮັດ​ພິ​ທີ​ມຸງ​ຄົນ​ສົມ​ລົດ ຖ້າບໍ່​ກົງ​ກັບ​ມື້ນີ້ ກໍ​ບໍ່​ເປັນ​ຫຍັງ?.
  4. ປົງສົບ 15 ບໍ່​ໄດ້​ໝາຍ​ຄວາມ​ວ່າ ຄົນ​ໄປ​ຮ່ວມ​ງານ​ສົບ 15 ຄົນ ແຕ່​ໝາຍ​ຄວາມ​ວ່າ ວັນ​ຂຶ້ນ ຫຼື ແຮມ 15 ຄ່ຳ ເປັນ​ວັນ​ທຳ​ມັດ​ສະ​ວະ​ນະ ແລະ​ວັນ​ອຸ​ໂປ​ສົດ; ຫ້າມ​ເຜົາ​ສົບ​ເດັດ​ຂາດ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຖ້າ​ກົງ​ກັບ​ວັນ​ສຸກ ເປັນ​ວັນ​ກົງ​ກັບ​ວັນ​ປົງ​ພະ​ສົບ​ຂອງ​ພະ​ສຳ​ມາ​ສຳ​ພຸດ​ທະ​ເຈົ້າ​ແລ້ວ ບູ​ຮານ​ທ່ານ​ຫ້າມ​ເດັດ​ຂາດ​ເລີຍ ບໍ່​ດີ​ແລ.

Hits: 28

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້