ເບຍ​ລາວ ຄືນ​ກຳ​ໄລ​ໃຫ້​ສັງ​ຄົມມອບ​ທຶນ​ການ​ສຶກ​ສາ​​ແກ່ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ

ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ສືບ­ຕໍ່​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ​ສຶກ​ສາ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ 150 ທຶນ ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ ກໍ່​ຄື: ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ທີ່​ມີ​ຄຸ­ນະ­ພາບ ສະ­ໜອງ​ໃຫ້​ແກ່​ສັງ­ຄົມ ໂດຍ​ມີ​ພິ­ທີ​ມອບ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ທີ່​ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ.

    ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ມອບ​ທຶນ​ໃຫ້​ກັບ​ນັກ​ສຶກ​ສາ​ສອງ​ສະ​ຖາ​ບັນ​ໃນ​ເທື່ອ​ນີ້ ແມ່ນ​ທ່ານ ວຽງ​ເພັດ ພັນ­ທະ​ວົງ ຜູ້​ຈັດ­ການ​ຝ່າຍ​ບໍ­ລິ­ການ ແລະ ກິດ­ຈະ­ກຳ​ເພື່ອ​ສັງ­ຄົມ ແລະ ຮັບ​ໂດຍ​ທ່ານ ອຸ­ດົມ ພອນ​ຄຳ​ເພັງ ຮອງ​ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທ່ານ ໄມ່​ສິງ ຈັນ​ບຸດ​ດີ ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ ເຊິ່ງ​ມີ​ບັນ­ດາ​ຄູ-ອາ­ຈານ ນັກ​ສຶກ​ສາ ທັງ​ສອງ​ສະ​ຖາ​ບັນ​ເຂົ້າ​ຮ່ວມ.

    ໂຄງ­ການ​ມອບ​ທຶນ​ການ​ສຶກ​ສາ​ຂອງ​ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ໄດ້​ເລີ່ມ​ມາ​ແຕ່​ປີ 2010 ມາ​ຮອດ​ປັດ­ຈຸ­ບັນ ໂຄງ­ການ​ດັ່ງ­ກ່າວ ໄດ້​ສະ­ໜອງ​ທຶນ​ໃຫ້​ແກ່​ນັກ​ສຶກ​ສາ 330 ທຶນ ໃນ 7 ສະ​ຖາ​ບັນ​ທົ່ວ​ປະ­ເທດ ຄື: ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ມະ­ຫາ­ວິ­ທະ­ຍາ­ໄລ​ຈຳ­ປາ​ສັກ ມະ­ຫາ­ວິ­ທະ­ຍາ­ໄລ​ສະ­ຫວັນ​ນະ​ເຂດ ມະ­ຫາ­ວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ ວິ­ທະ­ຍາ­ໄລ​ຄູ​ສະ­ຫວັນ​ນະ​ເຂດ ວິ­ທະ­ຍາ­ໄລ​ຄູ​ຈຳ­ປາ​ສັກ ແລະ ສະ​ຖາ​ບັນ​ວິ­ຈິດ​ສິນ ລວມ​ມູນ​ຄ່າ 976 ລ້ານ​ກີບ ເຮັດ​ໃຫ້​ນັບ​ແຕ່​ປີ 2010 ມາ​ຈົນ​ເຖິງ​ປີ 2018 ລວມ​ມູນ​ຄ່າ​ໃນ​ການ​ສະ­ໜອງ​ທຶນ​ແກ່​ນັກ​ສຶກ​ສາ​ທັງ​ໝົດ 5,75 ຕື້​ກວ່າ​ກີບ.

    ສຳ­ລັບ​ການ​ມອບ​ທຶນ​ຄັ້ງ​ນີ້ ມອບ​ໃຫ້​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ 120 ທຶນ ແລະ ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ 30 ທຶນ ສ່ວນ​ການ​ມອບ​ທຶນ​ໃຫ້​ກັບ​ມະ­ຫາ­ວິ­ທະ­ຍາ­ໄລ​ສຸ​ພາ­ນຸ​ວົງ ຈັນ​ຂຶ້ນ​ໃນ​ວັນ​ທີ 23 ພະ­ຈິກ 2018 ວິ­ທະ­ຍາ­ໄລ​ຄູ​ຈຳ­ປາ​ສັກ ຈັດ​ຂຶ້ນ​ໃນ​ວັນ​ທີ 11 ທັນ­ວາ 2018 ມະ­ຫາ­ວິ­ທະ­ຍາ­ໄລ​ສະ­ຫວັນ​ນະ​ເຂດ ຈັດ​ຂຶ້ນ​ວັນ​ທີ 14 ທັນ­ວາ 2018 ແລະ ຈະ​ສືບ­ຕໍ່​ມອບ​ໃຫ້​ຄົບ 7 ສະ​ຖາ​ບັນ.

ທີ່​ມາ: ຂ​ປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...