ໃນປີ 2018 ທົ່ວ​ນະ­ຄອນ­ຫລວງ​ວຽງ​ຈັນ (ນວ) ມີ​ອຸ­ບັດ​ຕິ​ເຫດ​ເກີດ​ຂຶ້ນ 1.223 ກໍ­ລະ­ນີ ມີ​ຜູ້​ເສຍ​ຊີວິດ 238 ຄົນ ທຽບ­ໃສ່​ປີ­ຜ່ານ­ມາ ຫລຸດ​ລົງ 324 ກໍ­ລະ­ນີ, ຜູ້​ເສຍ​ຊີ­ວິດ​ຫລຸດ​ລົງ 13 ຄົນ ໃນ​ນີ້ ເກີດ​ຫລາຍ​ກວ່າ​ໝູ່​ ແມ່ນ​ ເມືອງ​ໄຊ​ທາ­ນີ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ 8,69 ຕື້​ກີບ.

ອຸ­ບັດ​ຕິ​ເຫດ​ທີ່​ເກີດ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ­ເຈັບ​ເລັກ​ນ້ອຍ 397 ຄົນ, ສົມ­ຄວນ 868 ຄົນ, ສາ­ຫັດ 257 ຄົນ, ພາ­ຫະ­ນະ​ເປ່​ເພ ​ເລັກ​ນ້ອຍ 983 ຄັນ, ສົມ­ຄວນ 1.439 ຄັນ, ໃຊ້​ການ​ບໍ່​ໄດ້ 24 ຄັນ, ຜູ້​ຂັບ​ໄດ້​ຮັບ​ບາດ­ເຈັບ​ເລັກ​ນ້ອຍ 340 ຄົນ, ສົມ­ຄວນ 494 ຄົນ, ສາ­ຫັດ 220 ຄົນ, ເສຍ​ຊີວິດ 188 ຄົນ, ຜູ້​ຊ້ອນ​ທ້າຍ ​ໄດ້​ຮັບ​ບາດ­ເຈັບ​ເລັກ​ນ້ອຍ 64 ຄົນ, ສົມ­ຄວນ 163 ຄົນ, ສາ­ຫັດ 26 ຄົນ, ເສຍ​ຊີ­ວິດ 24 ຄົນ. ນອກ​ນີ້ ຍັງ​ມີ​ລົດ​ຕຳ​ຄົນ​ຍ່າງ​ເສຍ​ຊີ­ວິດ 8 ຄົນ ​ໃນ​ນັ້ນ, ເມືອງ​ທີ່​ມີ​ອຸ­ບັດ​ຕິ​ເຫດ​ເກີດ​ຂຶ້ນ​ຫລາຍ​ກວ່າ​ໝູ່​ແມ່ນ ​ເມືອງ​ໄຊ​ທາ­ນີ 301 ຄັ້ງ, ຮອງ​ລົງ​ມາ​ແມ່ນ ​ເມືອງ​ສີ​ສັດ­ຕະ​ນາກ165 ຄັ້ງ, ​ເມືອງໄຊ​ເຊດ​ຖາ 165 ຄັ້ງ, ເມືອງ​ສີ​ໂຄດ​ຕະ­ບອງ 162 ຄັ້ງ, ​ເມືອງຈັນ­ທະ​ບູ​ລີ 157 ຄັ້ງ, ​ເມືອງຫາດ​ຊາຍ​ຟອງ 147 ຄັ້ງ, ​ເມືອງນາ​ຊາຍ​ທອງ 78 ຄັ້ງ, ​ເມືອງປາກ​ງື່ມ 16 ຄັ້ງ ​ແລະ ເມືອງ​ສັງ​ທອງ 32 ຄັ້ງ.

ສາ­ເຫດ​ຕົ້ນ­ຕໍ​ ຂອງ​ການ​ເກີດ​ອຸ­ບັດ​ຕິ​ເຫດ ແມ່ນ​ຍ້ອນ​ເມົາ​ແລ້ວ​ຂັບ, ຂັບ​ລົດ​ໄວ​ເກີນ​ກຳ­ນົດ, ລ້ຽວ​ຊ້າຍ-ຂວາ​ ບໍ່​ຮັບ­ປະ­ກັນ​ຄວາມ​ປອດ​ໄພ, ຂາດ​ທັກ​ສະ​ຈິດ​ສຳ­ນຶກ ​ຂັບ​ຂີ່​ປອດ​ໄພ ​ແລະ ອື່ນໆ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້