ຖ້າ​ຢາກ​ຮູ້​ວ່າ​ຜົວ​ເມຍ​ຄູ່ນີ້, ຈະ​ຢູ່​ດ້ວຍ​ກັນ​ດີ​ຫຼືບໍ່​ດີ ທ່ານ​ໃຫ້​ເອົາ​ວັນ​ເດືອນ​ປີ​ເກີດ ຂອງ​ຄົນ​ທັງ​ສອງ​ຄົນ​ມາ​ລວມ​ກັນ ແລ້​ວ​ເອົາ​ 3 ຄູນ ເອົາ 7 ຫານ ໄດ້​ເສດ​ເທົ່າ​ໃດ? ໃຫ້​ທາຍ​ຕາມ​ເສດນັ້ນໆ ດັ່ງ​ນີ້:

        ເສດ 1 ຕົ້ນໆ​ຈ​ະ​ລຳ​ບາກ​ຕ້ອງ​ອົດ​ທົນ​ກັນ​ແດ່ ແຕ່​ວຽກ​ທີ່​ເຮັດ​ຈະ​ຊ່ວຍ​ໃຫ້​ມັ່ງ​ມີ.

        ເສດ 2 ຈະ​ມີ​ປາກ​ສຽງ​ກັນ ໃຫ້​ທຸກ​ຄົນ​ໃຈ​ເຢັນໆ ຈະ​ດີ.

        ເສດ 3 ດີ, ຈະ​ມັ່ງ​ມີ​ເງິນ​ຄຳ​ ແຕ່​ຢ່າ​ນອນ​ລໍ.

        ເສດ 4 ຈະ​ໄດ້​ຮັບ​ຄວາ​ມ​ລຳ​ບາກ ຢ່າ​ປະ​ໝາດ​ຈະ​ດີ​ຫຼາຍ.

        ເສດ 5 ຈະ​ລ້ຳ​ລວຍ​ມີ​ເງິນ​ຄຳ ແຕ່​ຢ່າ​ນອນ​ລໍ.

        ເສດ 6 ຊີ​ວິດ​ຈະ​ໄດ້​ຮັບ​ກຽດ​ຈາກ​ຊຸມ​ຊົນ ລະ​ວັງ​ການ​ຈົກ​ເງິນ​ຈາກ​ກະ​ເປົ໋າ ດຽວ​ຈະ​ບໍ່​ມີ​ໃຫ້​ຈົກ​ອີກ.

        ເສດ 7 ໃຊ້​ຊີ​ວິດ​ຄູ່​ຄຸ້ມ​ຄ່າ​ໜ້າ​ພູມ​ໃຈ.

        ໝາຍເຫດ: ຜູ້​ອ່ານ​ຄວນ​ຮູ້ ຖ້າ​ເຈົ້າ​ຮັກ​ກັນ​ ແລະ​ເຂົ້າ​ໃຈ​ກັນ​ແລ້ວ ຢ່າ​ໃຫ້​ກົດ​ເກນ​ໃດ​ເປັນ​ອຸ​ປະ​ສັກ​ຂັດ​ຂວາງ​ການ​ແຕ່ງດອງ ຖ້າ​ທ່ານ​ຕົກ​ເກນ ຫຼື​ເສດບໍ່​ດີ ກໍ​ຢ່າ​ຕົກ​ໃຈ ບໍ່​ມີ​ເທວະ​ດາ​ອົງ​ໃດ? ທ່ານ​ຈະ​ໃຫ້​ສົມ​ບັດ​ແກ່​ຜູ້​ໃດ? ໂດຍບໍ່​ຕ້ອງ​ອອກ​ແຮງ​ງານ ເພາະ​ເທວະ​ດາ​ກໍ​ຄື​ເອ​ກະ​ລັກ​ແຫ່ງ​ຄຸນນ​ະ​ທຳ, ບໍ່​ມີ​ອະ​ຄະ​ຕິ ເພື່ອ​ໃຫ້​ເກີດ​ຄວາມ​ສະ​ບາຍ​ໃຈ.

Hits: 4

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້