Monday, February 17, 2025

ເວນ​ກຳ​ມີ​ແທ້​ບໍ? ແລະ​ແກ້​ກຳ​ໄດ້​ດ້ວຍ​ວິ​ທີ​ໃດ?

ເຮັດແນວໃດຈຶ່ງຊິມີການຍົກໂທດກັນໄດ້ ໃນເມື່ອພຸດທະສາສະໜາກໍຖືວ່າ “ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ” ບໍ່ສະນັ້ນ, ມັນເປັນການງ່າຍເກີນໄປໂພດ ທີ່ຕອນໂກດຮ້າຍຄົນອື່ນມາແລ້ວ ໄປຂ້າໄປຕີຄົນອື່ນ ແລ້ວກໍໄປຂໍໂທດຄອບ ຄົວຜູ້ຕາຍຊື່ໆ ມັນຊິແລ້ວໄປທໍ່ນັ້ນບໍ? ໃນນັ້ນພຸດທະສາສະໜາ “ກຳສະໜອງກຳ” ນັ້ນມີແທ້! ເຊັ່ນວ່າ ຖ້າເຈົ້າໄປຕີປາກຄົນອື່ນ ເຈົ້າກໍຈະຖືກເຂົາລົງໂທດ ຫລືຖືກເຂົາຕີເຈົ້າຄືນໃນຊາດນີ້ ຫລືຊາດໜ້າ. ແລ້ວເຮັດແນວໃດ?ເຈົ້າຈະໃຊ້ກຳໃຊ້ເວນໝົດຈັກເທື່ອ? ເພື່ອໃຫ້ຊາດໜ້າ ມີກຳເວນໜ້ອຍລົງກວ່າເກົ່າ.

ວິທີແກ້ນັ້ນ, ກໍແມ່ນການເຮັດບຸນສິນກິນທານ, ດ້ວຍການປະພຶດຄວາມດີ ແລະດ້ວຍການບໍ່ເຮັດຄວາມຊົ່ວທັງປວງ ໂດຍເລີ່ມຈາກການຖືສິນຫ້າ, ສິນແປດ, ສິນສິບ… ແລະດ້ວຍການຕັດໂສ້ຂອງກຳ ຄືການໃຫ້ອະໂຫສິກຳ.

ການໃຫ້ອະໂຫສິກຳ ຄ້າຍໆກັບການໃຫ້ອະໄພຍະໂທດ ແມ່ນການບໍ່ໃຫ້ຜູ້ເຮັດຜິດຕໍ່ເຮົາ ມີເວນມີກຳ ແມ່ນການເລີກແລ້ວແກ່ກຳເຊິ່ງກັນແລະກັນ ຄືການບໍ່ຈອງເວນຈອງກຳກັນອີກ ໝາຍຄວາມວ່າເຈົ້າຈະບໍ່ນຳໄປແກ້ແຄ້ນ, ເອົາໜີ້, ເອົາສິນເຂົາອີກໃນອະນາຄົດ ໃນຊາດນີ້, ຊາດໜ້າ ແລະຊາດຕໍ່ໆໄປ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.