ໃນມື້ນີ້, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ, ໄດ້ມີພິທີນຳສະເໜີບໍລິສັດໃໝ່ ບໍລິສັດ ອີແອນອີ ເອັນຈີເນຍລິ້ງ ແອນເຊີວິດ ຈຳກັດ (E&E) ເພື່ອໃຫ້ການບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາເຂື່ອນໄຟຟ້ານ້ຳເທີນ 1 ທີ່ມີກຳລັງຕິດຕັ້ງ 650 mw ທີ່ກຳລັງກໍ່ສ້າງ ເຊິ່ງຄາດວ່າຈະສຳເລັດໃນປີ 2022 ແລະ ເຂື່ອນອື່ນໆ ລວມທັງການໃຫ້ບໍລິການຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ໂຮງໄຟຟ້າປະເພດຕ່າງໆ ແລະ ໂຮງງານອຸດສາຫະກຳ ໃນ ສປປ ລາວ. 

ນອກຈາກນີ້, ບໍລິສັດດັ່ງກ່າວຍັງບໍລິການວຽກງານອື່ນໆທີ່ຫລາກຫລາຍເປັນຕົ້ນ ບໍລິການສ້ອມແປງຂະໜາດນ້ອຍ ແລະ ໃຫຍ່, ບໍລິການດ້ານວິສາວະກຳ ແລະ ກໍ່ສ້າງ, ບໍລິການສ້ອມແປງໄລຍະຍາວ, ແລະ ບໍລິການຝຶກອົບຮົມດ້ານເຕັກນິກ.

ທີ່​ມາ: ຂ​ປ​ລ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້