Monday, April 21, 2025

ລາວ ກຽມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ ​ໃຫ້​ໄດ້ 2 ລ້ານ​ຄົນ ໃນ​ປີ 2020

ກອງ​ປະ­ຊຸມ​ສະ­ຫຼຸບ​ວຽກ​ງານ​ການ­ເຄື່ອນ­ໄຫວ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ສູ້​ຊົນ 2019 ຂອງ​ພະ​ແນກ ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນະ­ຄອນ­ຫຼວງ​ວຽງ​ຈັນ (ຖວ​ທ ນວ) ຈັດ​ຂຶ້ນ​ວັນ​ທີ 10 ມັງ­ກອນ 2018 ຢູ່​ພະ​ແນກ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ມີ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຖວ​ທ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄຳ​ຄູນ ໃບ​ລາ­ຕີ ຮອງ​ຫົວ­ໜ້າ​ພະ​ແນກ ຖວ​ທ ນວ ໄດ້​ຍົກ​ໃຫ້​ເຫັນ​ຜົນ­ສຳ­ເລັດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນ 1 ປີ­ຜ່ານ­ມາ ເຊິ່ງ​ສາ­ມາດ​ຍາດ​ໄດ້­ຜົນ​ງານ​ໄດ້​ຫຼາຍ​ດ້ານ ພິ­ເສດ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2018 ໄດ້​ຍົກ​ລະ­ດັບ​ການ​ນຳ​ທ່ຽວ​ລະ­ດັບ​ຊາດ 2 ຄັ້ງ ເລັ່ງ​ໃສ່​ຕົວ​ເລກ​ຄາດ­ໝາຍ​ວາງ​ໄວ້ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 2 ລ້ານ​ຄົນ ໃນ​ປີ 2020 ຈາກ​ຕົວ​ເລກ​ໃນ 11 ເດືອນ 2018 ໄດ້​ຮັບ​ນັກ​ທ່ອງ​ທ່ຽວ 1.778.000 ກວ່າ​ຄົນ (ບໍ່​ລວມ​ເດືອນ​ທັນ­ວາ) ຕາມ​ປົກ­ກະ­ຕິ​ເດືອນ​ທັນ­ວາ (100.000200.000 ຄົນ)  ແລະ ຄາດ​ວ່າ​ຕົວ​ເລກ​ໝົດ​ປີ​ຈະ​ບໍ່​ຫຼຸດ 1,81,9 ຄົນ ເຊິ່ງ​ຖື​ວ່າ​ບໍ່​ຫຼຸດ​ຫຼາຍ​ຈາກ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ສ່ວນ​ຄາດ­ໝາຍ​ສູ້​ຊົນ​ປີ 2019 ນອກ­ຈາກ​ການ​ສືບ­ຕໍ່​ສຸມ​ໃສ່​ແກ້​ໄຂ​ບາງ​ບັນ­ຫາ​ທີ່​ຍັງ​ຄ້າງ​ຄາ ຈະ​ຕ້ອງ​ໄດ້​ເລັ່ງ​ປັບ­ປຸງ​ວຽກ​ງານ​ດ້ານ​ວິ­ຊາ​ການ ສູ້​ຊົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕົວ​ເລກ​ຄາດ­ໝາຍ​ທີ່​ວາງ​ໄວ້ ເລັ່ງ​ປັບ­ປຸງ​ລະ­ບຽບ​ການ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ພາຍ​ໃນ​ຖັນ​ແຖວ​ວຽກ​ງານ ຖວ​ທ ແກ້​ໄຂ ກວດ­ກາ​ຄວາມ​ບໍ່​ເປັນ​ລະ­ບຽບ​ພາຍ​ໃນ 9 ເມືອງ ໂດຍ​ສະ­ເພາະ ການ​ກວດ­ກາ​ສຽງ​ດັງ​ເກີນ​ກຳ­ນົດ ການ​ປະ­ຕິ­ບັດ​ໂມງ​ເວ­ລາ​ຂອງ​ຫ້າງ​ຮ້ານ​ບໍ­ລິ­ການ​ຕ່າງໆ ບັນ­ຫາ​ໂສ­ເພ­ນີ ແລະ ປ້າຍ​ໂຄ­ສະ­ນາ​ຕ່າງໆ ພິ­ເສດ ແມ່ນ​ການ​ກຽມ​ຄວາມ​ພ້ອມ​ກ່ຽວ​ກັບ​ການ​ເປີດ​ປີ​ທ່ອງ​ທ່ຽວ ລາວ​ຈີນ 2019.

ຈາກ​ນັ້ນ ທ່ານ ອຸ່ນ​ທວງ ຂາວ​ພັນ ກ່າວ​ວ່າ: ບັນ­ຫາ​ສຳ­ຄັນ​ອັນ​ຮີບ​ດ່ວນ ຄື​ການ​ກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ເປີດ​ປີ​ທ່ອງ​ທ່ຽວ ລາວ-ຈີນ ໃນ​ທ້າຍ​ເດືອນ​ມັງ­ກອນ 2019 ເຊິ່ງ ນວ ເປັນ​ຈຸດ​ໃຈ­ກາງ ເປັນ​ສູນ​ລວມ​ເສດ­ຖະ­ກິດ​ສັງ­ຄົມ​ຂອງ​ປະ­ເທດ ພະ​ແນກ ຖວ​ທ ນວ ຈະ​ຕ້ອງ​ສືບ­ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ເຂັ້ມ​ງວດ​ກວດ­ກາ ໃນ​ບັນ­ດາ​ວຽກ​ງານ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເປັນ­ຕົ້ນ ລະ­ບຽບ​ເຮືອນ​ພັກ ໂຮງ­ແຮມ ຮ້ານ​ອາ­ຫານ ສະ­ຖານ­ທີ່​ບໍ­ລິ­ການ​ຕ່າງໆ ໃຫ້​ມີ​ການ​ກວດ­ກາ​ຢ່າງ​ຕໍ່​ເນື່ອງ ລວມ​ທັງ​ວຽກ​ງານ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ ກໍ່​ຕ້ອງ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ ເພື່ອ​ໃຫ້​ປະ­ຊາ­ຊົນ​ໄດ້​ຮັບ​ຮູ້ ເຊື່ອມ​ຊຶມ ເຂົ້າ­ໃຈ ແລະ ປະ­ກອບ­ສ່ວນ ຊຸກ­ຍູ້​ໃຫ້​ຂະ​ບວນ​ດັ່ງ­ກ່າວ ດຳ­ເນີນ​ໄປ​ຢ່າງ​ມີ​ບັນ­ຍາ­ກາດ ແລະ ບັນ­ລຸ​ຜົນ­ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍ​ທີ່​ວາງ​ໄວ້.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.