ແຂວງສະຫວັນນະເຂດຈັດໃຫຍ່ ສົ່ງເສີມການທ່ອງທ່ຽວລາວ-ໄທ.

ແຂວງສະຫວັນນະເຂດຮ່ວມກັບສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ຈະຈັດມະຫະກຳການແຂ່ງຂັນການແລ່ນວິບາກ (Trail Running) ໂດຍເປີດແຫຼ່ງສິລະປະ, ວັດທະນະທຳ ແລະ ທຳມະຊາດອັນຂຽວສົດງົດງາມຂອງແຂວງໃຫ້ບັນດານັກແລ່ນໄດ້ປະຊັນຄວາມສາມາດ.

ທ່ານ ວໍຣະວຸດ ພົງປຣະພາພັນ ກົງສຸນໃຫຍ່ປະຈຳແຂວງສະຫວັນນະເຂດເປີດເຜີຍວ່າສະຖານກົງສຸນໃຫຍ່ ຈະຮ່ວມກັບແຂວງສະຫວັນນະເຂດຈັດການແຂ່ງຂັນແລ່ນມາຣາທອນ “ສະຫວັນນະເຂດ Trail” ໃນວັນທີ 31 ມີນາ 2019 ໃນພື້ນທີ່ປ່າສະຫງວນດົງນາຕາດອັນອຸດົມສົມບູນ ໂດຍມີຈຸດເລີ່ມຕົ້ນແລະສິ້ນສຸດທີ່ບໍລິເວນພະທາດອີງຮັງ ເຊິ່ງເປັນພະທາດຄູ່ບ້ານຄູ່ເມືອງຂອງແຂວງ ສະ​ຫວັນ​ນະ​ເຂດ.

“ການແຂ່ງຂັນແລ່ນມາຣາທອນຄັ້ງນີ້ ເປັນຄັ້ງທຳອິດໂດຍການຮ່ວມມືຈາກທຸກພາກສ່ວນທັງພາກລັດແລະເອກະຊົນຂອງລາວ-ໄທ ເພື່ອປະຊາສຳພັນແລະສົ່ງເສີມການທ່ອງທ່ຽວ ລວມເຖິງເຮັດໃຫ້ປະຊາຊົນຂອງທັງສອງປະເທດມີຄວາມໃກ້ຊິດກັນຫຼາຍຂຶ້ນຕາມນະໂຍບາຍການສົ່ງເສີມການທ່ອງທ່ຽວລາວ-ໄທແບບເຊື່ອມໂຍງ ຕາມແນວຄວາມຄິດ 2 ປະເທດ 1 ຈຸດໝາຍປາຍທາງ (Two Countries, One Destination) ຂອງລັດຖະບານ ລາຍໄດ້ຫຼັງຈາກຫັກຄ່າໃຊ້ຈ່າຍທັງໝົດຈະນຳເອົາໄປໃຊ້ໃນການບູລະນະສ້ອມແປງຫຼັງຄາສາລາທີ່ວັດໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ”.

ການແຂ່ງຂັນຈະແບ່ງເປັນ 3 ໄລຍະທາງໄດ້ແກ່: 30 ກິໂລແມັດ, 10 ກິໂລແມັດ ແລະ 5 ກິໂລແມັດ ເຊິ່ງຜູ້ສົນໃຈສາມາດເລືອກປະເພດເຂົ້າຮ່ວມການແຂ່ງຂັນໄດ້ຕາມຄວາມສາມາດຂອງຕົນເອງ.

ເສັ້ນທາງການແຂ່ງຂັນຈະແລ່ນຜ່ານໜອງຫຼົ່ມທີ່ອຸດົມສົມບູນໄປດ້ວຍພືດພັນຕົ້ນໄມ້ນ້ອຍໃຫຍ່ແລະນົກປ່າຫຼາຍໆພັນ ລະຫວ່າງທາງກ່ອນໄປເຖິງໜອງກົ່ມ ເຊິ່ງເປັນຈຸດທີ່ສອງຈະຜ່ານເສັ້ນທາງທີ່ທ້າທາຍ ນັກແລ່ນພໍສົມຄວນເພາະຫນ້າພື້ນດິນເປັນດິນຊາຍທີ່ແລ່ນລຳບາກຍາກຫຼາຍຂຶ້ນ ແຕ່ກໍ່ຈະມ່ວນຊື່ນໄປກັບທຳມະຊາດຂອງທົ່ງນາ, ຕົ້ນໄມ້ໃບຫຍ້າ ແລະ ວິຖີຊີວິດຂອງຄົນແຖວນັ້ນ ຜ່ານໜອງກົ່ມຈະເປັນເສັ້ນທາງໄປໜອງເຕົ່າເຊິ່ງເປັນໜອງນໍ້າສຸດທ້າຍກ່ອນທີ່ຈະຮອດຈຸດສິ້ນສຸດທີ່ພະທາດອີງຮັງ ເສັ້ນທາງໄປໜອງເຕົ່າເປັນເສັ້ນທາງທີ່ເຕັມໄປດ້ວຍອຸປະສັກທຳມະຊາດທີ່ຕ້ອງຜ່ານຜ່າທັງການໂດດຂ້າມຂອນໄມ້ໃຫຍ່ທີ່ຂວາງທາງຢູ່ ແລະລຸຍແມ່ນໍ້າລຳທານໃສພາຍໃຕ້ບັນຍາກາດອັນຮົ່ມເຢັນ.

ພື້ນທີ່ໜອງເຕົ່າເປັນສັນຍາລັກແຫ່ງຄວາມສຳພັນອັນດີງາມລະຫວ່າງລາວ-ໄທ ເນື່ອງຈາກວ່າເປັນທີ່ຕັ້ງຂອງສູນພັດທະນາແລະບໍລິການກະສິກຳ-ປ່າໄມ້ ເຊິ່ງເປັນໂຄງການຮ່ວມມືທີ່ສົມເດັດພະເທບຣັດຕະນະຣາດຊະສຸດາສະຫຍາມບໍຣົມຣາດຊະກຸມານ ພະລາຊະທານໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນສູນການຮຽນຮູ້ດ້ານການກະເສດ.

ການແຂ່ງຂັນແລ່ນມາຣາທອນໃນຄັ້ງນີ້ ນອກຈາກຈະເປັນເຄື່ອງໝາຍຂອງການຮ່ວມມືຮ່ວມໃຈຂອງທຸກພາກສ່ວນທີ່ຕ້ອງການສະໜັບສະໜູນແຂວງສະຫວັນນະເຂດໃນດ້ານການປະຊາສຳພັນແລະກະຕຸ້ນການທ່ອງທ່ຽວຂອງແຂວງໃຫ້ຄຶກຄື້ນແລ້ວ ຍັງຖືວ່າເປັນງານບຸນໃຫຍ່ທີ່ຄ່າສະໝັກຂອງຜູ້ເຂົ້າຮ່ວມການແຂ່ງຂັນຈະນຳໄປໃຊ້ໃນການບູລະນະສ້ອມແປງສາລາຂອງວັດໜອງລຳຈັນອີກດ້ວຍ.

ດ້ວຍເສັ້ນທາງທີ່ຍາກລຳບາກ ແຕ່ເຕັມໄປດ້ວຍວັດຖຸປະສົງອັນງົດງາມ ນັກແລ່ນສາຍແຂງ ແລະໃຈບຸນບໍ່ຄວນພາດໂອກາດນີ້.

ທີ່​ມາ: ໄສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...