​ໜາວ​ແບບນີ້! ຕ້ອງ​ໄປສຳ​ຜັດ​ໃຫ້​ໄດ້ ​ອາຍ​ອຸ່ນບໍ່​ນ້ຳ​ຮ້ອນ ​ທີ່ແຂວງ​ຫົວ​ພັນ

ອາກາດເຢັນໆແບບນີ້ ຕ້ອງໄປຊົມທະເລໝອກ ແລະ ແຊ່ນ້ຳຮ້ອນນ້ຳອຸ່ນ ຢູ່ແຂວງຫົວພັນ.

ບໍ່ນໍ້າຮ້ອນເມືອງຮ້ຽມ, ບໍ່ນໍ້າອຸ່ນນາເມືອງ ຢູ່ແຂວງຫົວພັນ ເຊິ່ງຫລາຍທ່ານທີ່ຢູ່ໃກ້ ແລະ ໄກອາດຈະເຄີຍໄປມາແລ້ວ. ບໍ່ນໍ້າຮ້ອນທັງສອງແຫ່ງນີ້ ແມ່ນເກີດມາຈາກແຮ່ທາດທີ່ຢູ່ພື້ນດິນ ມີສັບພະຄຸນພິເສດໃນການປິ່ນປົວພະຍາດຜິວໜັງ ເປັນຕົ້ນແມ່ນຂີ້ຫິດ ແລະ ຂີ້ກາກ.

ດ້ວຍເຫດນີ້ ບໍ່ນໍ້າອຸ່ນ ແລະ ບໍ່ນໍ້າຮ້ອນທັງສອງແຫ່ງ ຈຶ່ງເປັນທີ່ນິຍົມຂອງປະຊາຊົນແຂວງຫົວພັນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນໃນໄລະຍະລະດູໜາວແບບນີ້ ນັກທ່ອງທ່ຽວທີ່ໄປທ່ຽວຊົມກໍຍັງສາມາດອາບນໍ້າໄດ້ຢ່າງສະດວກສະບາຍ, ອາບໄດ້ດົນຕາມຄວາມພໍໃຈ ເພາະທາງບໍ່ນໍ້າອຸ່ນ ແລະ ບໍ່ນໍ້າຮ້ອນມີອ່າງອາບໄວ້ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: