ສ​ປ​ປ​.ລາວ ​ເອົາ​ໃຈ​ໃສ່​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດຢ່າງ​ເຂັ້ມ​ແຂງ

ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ​ປະຈຳ​ປີ 2018 ​ແລະ ວາງ​ທິດ​ທາງ​ແຜນ​ງານ​ປີ 2019 ​ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ລະດັບ​ຊາດ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ​ເຂົ້າຮ່ວມ.

- Untitled 3 - ລາວ​ເອົາ​ໃຈ​ໃສ່​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ

     ທ່ານ ​ເພັງ​ສະ​ພັນ ທິບ​ພະ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ, ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ລະດັບ​ຊາດ ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ລະດັບ​ຊາດ​ທຸກຂັ້ນ​ໄດ້​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ແຜນ​ງານ​ໃນ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ​ໂດຍ​ສະ​ເພາະ​ໄດ້​ສ້າງ ​ແລະ ປັບປຸງ​ນິຕິ​ກຳ​ຕ່າງໆ​ໃນ​ການ​ຕ້ານ​ການ​ຄ້າ​ມະນຸດ​ໃຫ້​ມີ​ປະສິດທິ​ຜົນ. ພ້ອມ​ນີ້ ​ໄດ້​ເອົາ​ໃຈ​ໃສ່​ລົງ​ຊຸກຍູ້​ຕິດຕາມ​ການຈັດຕັ້ງປະ ຕິບັດດຳລັດ 245/ນຍ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ມີ​ປະສິດທິພາບ. ​ໄປ​ຄຽງ​ຄູ່​ກັນນັ້ນ ​ໄດ້​ເອົາ​ໃຈ​ໃສ່​ວຽກ​ງານ​ໂຄສະນາ​ປູກ​ຈິດ​ສຳນຶກ​ໃຫ້​ພະນັກງານ, ທະຫານ, ຕຳຫລວດ ຕະຫລອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ ​ໄດ້​ຮັບ​ຮູ້​ເຂົ້າ​ໃຈ​ຢ່າງ​ກວ້າງຂວາງ​ຕໍ່​ຜົນ​ຮ້າຍ ​ແລະ ​ໄພ​ອັນຕະລາຍ​ຈາກ​ການ​ຄ້າ​ມະນຸດ ​ແລະ ມີ​ຄວາມ​ຕື່ນ​ຕົວ​ສະກັດ​ກັ້ນບັນຫາ​ດັ່ງກ່າວ​ໃຫ້​ຫລຸດ​ລົງ​ເທື່ອ​ລະ​ກ້າວ.

ທີ່​ມາ: ​ໜັງ​ສື​ພິມ ລາວ​ພັ​ດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...