Thursday, May 15, 2025
Kbank Laos โอน รับ จ่าย

ສ້າງເສັ້ນທາງ 4 ແຍກໄຟແດງໂພນທັນ ຜ່ານ ຂພສ ບຶງທາດຫຼວງ ຈະສຳເລັດປີໃໝ່ລາວ

      ເຂດເສດຖະກິດພິເສດ (ຂພສ) ບຶງທາດຫຼວງ ໄດ້ມີການລົງມືກໍ່ສ້າງເສັ້ນທາງຕັດຜ່ານມາຈາກ4 ແຍກໄຟແດງ ໂພນທັນ-ບ້ານໂນນຫວາຍ ຄວາມຍາວປະມານ 2,6 ກິໂລແມັດມີ 3 ເລນ ຂຶ້ນ-ລ່ອງ ຄາດວ່າຈະໃຫ້ສຳ ເລັດຊ່ວງປີໃໝ່ລາວ, ສ່ວນອີກ 2 ເສັ້ນແມ່ນເປັນແຜນຕໍ່ໄປ ແນວໃດກໍ່ຕາມເສັ້ນທາງທັງ 3 ເສັ້ນຈະສຳເລັດພາຍໃນປີ 2019 ນີ້ແນ່ນອນເພື່ອສະຫຼອງສະຫຼອງປີທ່ອງທ່ຽວ ລາວ-ຈີນ ໃນເຂດດັ່ງກ່າວໄປພ້ອມກັບການຈັດເທດສະການໂຄມໄຟທີ່ວ່າກັນວ່າຈະຈັດໃຫ້ອະລັງການ.

      ທ່ານ ສົມກຽດ ສີຫາລາດ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ, ນະຄອນຫຼວງວຽງຈັນ ກ່າວວ່າ: ເຂດເສດຖະກິດພິເສດບຶງທາດຫຼວງໄດ້ລົງມຶກໍ່ສ້າງເສັ້ນທາງທີ 1 ມາແຕ່ທ້າຍປີ 2018 (ຈາກທັງໝົດທີ່ມີ 3 ເສັ້ນທາງ) ນັບຈາກທາງເຂົ້າເຂດໃຫ້ອອກໄປຊອດບ້ານໂນນຫວາຍ, ໂດຍມີຄວາມຍາວປະມານ 2 ກິໂລແມັດກວ່າ ປະກອບດ້ວຍ 2 ຂົວຂ້າມຖືກອອກແບບມາໃຫ້ປູດ້ວຍຢາງອັດສະຟານກ້ວາງ 36 ແມັດ ມີເສັ້ນຂຶ້ນ 3 ເລນ ແລະ ເສັ້ນລ່ອງ 3 ເລນ ປັດຈຸບັນວິຊາການຮັບເໝົາກຳລັງເລັ່ງກໍ່ສ້າງຄາດຈະໃຫ້ສຳເລັດກ່ອນປີໃໝ່ລາວທີ່ຍັງເຫຼືອອີກປະມານ 2 ເດືອນກວ່າ.

      ພາຍຫຼັງກໍ່ສ້າງເສັ້ນທາງທີ 1 ສຳເລັດແລ້ວກໍ່ຈະສືບຕໍ່ສ້າງເສັ້ນທາງ 2 ຈາກບໍລິເວນເຂດຕະຫຼາດທີ່ກຳລັງມີການຄ້າຂາຍຄືກຄື້ນແຄມໜອງອອກໄປຫາເສັ້ນທາງບ້ານດອນກອຍ-ເມືອງນ້ອຍ ໂດຍຈະມີຄວາມຍາວປະມານ 400 ແມັດ ກວ້າງ 24 ແມັດ ແລະ ເສັ້ນທາງທີ 3 ຈາກເຂດລຽບໄປຫາສູນການຄ້າ ລາວ-ໄອເຕັກ-ອາຊຽນມໍ ຍາວປະມານ 760 ແມັດ ກວ້າງ 24 ແມັດ ທັງໝົດ 3 ເສັ້ນແມ່ນຈະກໍ່ສ້າງໃຫ້ສຳເລັດພາຍໃນປີ 2019 ແລະ ຈະມີການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ-ຈີນ ທີ່ຈະມີການຈັດເທດສະການໂຄມໄຟ, ປະດັບປະດາໄປດ້ວຍແສງສີສຽງຢ່າງອະລັງການຈາກ ບໍລິສັດ ຈືກຸ້ງ ຈາກ ສປ ຈີນ ທີ່ໄດ້ເຊັນສັນຍາກັບຜູ້ພັດທະນາບຶງທາດຫຼວງກ່ອນໜ້າແລ້ວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້