Monday, February 17, 2025

​ພາກ​ລັດ ເປີດປະຕູອຳນວຍຄວາມສະດວກແກ່ນັກລົງທຶນ​ພາຍ​ໃນ​ແລະພາຍນອກ

ທ່ານ ປອ. ສຸພັນ ແກ້ວມີໄຊ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນກ່າວໃນກອງປະຊຸມປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ໄດ້ຈັດຂຶ້ນໃນຫວ່າງບໍ່​​ດົນ ຜ່ານມາວ່າ:

ລາວ ຈັດຢູ່ໃນອັນດັບຄວາມສະດວກໃນການດຳເນີນທຸລະກິດ 154 ໃນຈຳນວນ 190 ປະ ເທດ ຈາກທີ່ເຄີຍຢູ່ໃນອັນດັບດີສຸດ 136 ໃນປີ 2016 ໃນນີ້ເຊິ່ງປະກອບດ້ວຍ 10 ຕົວຊີ້ວັດຢູ່ ໃນຫຼາຍກະຊວງທີ່ຈະຕ້ອງໄດ້ມີຄວາມພະຍາຍາມເຮັດໃຫ້ຕົວຊີ້ວັດຕ່າງໆທີ່ຍັງຂ້ອງຄາຫຼຸດຜ່ອນລົງ ການປັບປຸງລະບົບກົນໄກສົ່ງເສີມການລົງທຶນ ແລະ ສີ່ງອຳນວຍຄວາມສະດວກຕ່າງໆເປັນບັນຫາສຳຄັນທີ່ຈະຕ້ອງໄດ້ຮີບຮ້ອນໃນການຄົ້ນຄວ້າປະຕິບັດ ເພື່ອສົ່ງເສີມການລົງທຶນພາຍໃນໃຫ້ມີບັນຍາກາດຄືກຄື້ນເພາະຜ່ານມາຂອດຂັ້ນການແລ່ນເອກະສານຕ່າງຍັງມີຫຼາຍຂັ້ນຕອນເກີນໄປ.

ພາກລັດໄດ້ສ້າງລະບົບປະຕູດຽວໂດຍມີກະຊວງແຜນການ ແລະ ການລົງທຶນເປັນເຈົ້າການ ໂດຍໄດ້ໂຮມເອົາຫຼາຍກະຊວງທີ່ກ່ຽວຂ້ອງເຂົ້າມາເຮັດວຽກຮ່ວມກັນ ເພື່ອອຳນວຍຄວາມສະ ດວກດ້ານການລົງທຶນໃຫ້ມີຄວາມວ່ອງໄວ ພາຍຫຼັງການຈັດຕັ້ງມາໄດ້ໄລຍະໜຶ່ງແລ້ວເຫັນວ່າການດຳເນີນທຸລະກິດຢູ່ໃນທ່າກ້າວທີ່ດີ ແຕ່ກໍຍັງມີຫຼາຍຂອດຂັ້ນຢູ່ແຕ່ລະກະຊວງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂເພື່ອບໍ່ໃຫ້ນັກລົງທຶນ ໃຊ້ເວລາຍາວໃນການດຳເນີນເອກະສານຈາກກະ ຊວງນັ້ນໄປຫາກະຊວງນີ້ທີ່ເປັນການເສຍເວລາ ແລະ ເສຍຄ່າໂອກາດຂອງນັກລົງທຶນ, ທຸກກະຊວງຕ້ອງໄດ້ຮ່ວມກັນເອົາໃຈໃສ່ປະຕິບັດຢ່າງຈິງຈັງນັ້ນກໍ່ໝາຍເຖິງຕົວເລກການດຳ ເນີນທຸລະກິດໃຫ້ຫຼຸດລົງ, ການລົງທຶນພາຍໃນເພີ່ມຂຶ້ນໂດຍມັນຈະສົ່ງຜົນດີຕໍ່ລະບົບເສດຖະ ກິດມະຫາພາກຂອງ ສປປ ລາວ, ສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນຫັນເປັນອຸດສາຫະກຳທັນສະໄໝໃນອະນາຄົດ.

ປີ 2019 ສະພາແຫ່ງຊາດໄດ້ຮັບຮອງເອົາເສດຖະກິດແຫ່ງຊາດຈະຂະຫຍາຍຕົວໃນລະດັບ 6,7%, ແຂວງ 8 – 9% ສ່ວນນະຄອນຫຼວງວຽງຈັນຢູ່ໃນລະດັບ 9,5% ເປັນຕົວເລກທີ່ຂ້ອນຂ້າງສູງ ແລະ ທ້າທາຍພໍສົມຄວນຫາກທຽບກັບສະພາບເສດຖະກິດໂລກທີ່ຍັງເອົາແນ່ເອົານອນບໍ່ໄດ້ ແນວໃດກໍ່ຕາມນະໂຍບາຍການລົງທຶນເປັນກະແຈສຳຄັນທີ່ຈະຊ່ວຍເຮັດໃຫ້ການລົງທຶນທັງພາຍໃນ ແລະ ຕ່າງ ປະເທດເພີ່ມຂຶ້ນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.