Thursday, November 6, 2025
Kbank Laos โอน รับ จ่าย

ທະນາຄານພັດທະນາລາວ ແລະ ສະຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ​ລາວ-​ຢີ່ປຸ່ນ ຮ່ວມມືສົ່ງເສີມ SMEs


       ໃນວັນທີ 14 ກຸມພາ 2019 ນີ້, ທະນາຄານພັດທະນາລາວ (ທພລ) ແລະສະຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ​ລາວ-​ຢີ່ປຸ່ນ (ສລຍ) ໄດ້ຈັດພິທີເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ກ່ຽວກັບການ​ພັດທະນາ SME ລະຫວ່າງທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ ກັບທ່ານ ຮອງສາສະດາຈານ ປອ. ບຸນລ້ວນ ດ້ວງເງິນ ຜູ້ອໍານວຍການ ສລຍ ໂດຍການເຂົ້າ ຮ່ວມເປັນສັກຂີພິຍານຂອງທ່ານນາງ ໂພທິຈັນ ທໍາມະເທວາ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ ແລະ ຜູ້ຕາງໜ້າອົງການໄຈກາປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ສະບັບ​ນີ້ ໄດ້​ຮັບ​ການ​ລົງ​ນາມ​ພາຍ​ໃຕ້​ການ​ຮ່ວມ​ມື​ຂອງ​ອົງການ​ໄຈ​ກາ​ໃນ​ຂະ​ແໜງ​ການ​ພັດທະນາ SME ໂດຍມີຈຸດປະສົງ​ໃຫ້ ທພລ ​ແລະ ສລຍ ມີການຮ່ວມ​ມື​ຢ່າງຈິງຈັງເພື່ອ​ອໍານວຍ​ຄວາມ​ສະດວກ​ໃນ​ການ​ສົ່ງ​ເສີມ SMEs ​ແນ​ໃສ່​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ຄວາມ​ອາດ​ສາມາດ​ໃຫ້  SMEs ພາຍ​ໃຕ້​ການ​ຮ່ວມ​ມື​ກັນ​ດ້ວຍ​ການ​ສະໜອງ​ການ​ສໍາ​ມະ​ນາ, ​ໂຄງການ​ຝຶກ​ອົບຮົມ, ຂໍ້​ມູນ​ທາງ​ດ້ານ​ການ​ເງິນ ​ແລະ ອື່ນໆ.

        ທ່ານ ທ່ານ ປອ ອາຄົມ ປຣະເສີດ ກ່າວວ່າ: ນັບແຕ່ປີ 2008 ເປັນຕົ້ນມາ ທພລ ໄດ້ຮັບການມອບໝາຍຈາກຂັ້ນເທິງ ໃຫ້ເນັ້ນບໍລິການສິນເຊື່ອ ເພື່ອສົ່ງເສີມ ແລະ ພັດທະນາວິສາຫະກິດ SME ບົນພື້ນຖານການໄລ່ລຽງທຸລະກິດຢ່າງເຕັມສ່ວນ ຊຶ່ງປະຈຸບັນ ມີຍອດສິນເຊື່ອສໍາລັບ SME ກວມເຖິງ 70,54% ຂອງຍອດສິນເຊື່ອທັງໝົດ ແລະ ກວມເອົາ 99,51% ຂອງຈໍານວນລູກຄ້າທັງໝົດ. ທພລ ມີ​ສາຂາ 18 ​ແຫ່ງ, ໜ່ວຍ​ບໍລິການ 79 ​ແຫ່ງ ​ແລະ ​ສະໜອງ​ການ​ບໍລິການ​ທາງ​ດ້ານ​ການ​ເງິນ​ຫຼາຍ​ປະ​ເພດ ​ເພື່ອ​ສົ່ງ​ ເສີມ SMEs ແລະ ໄດ້​ພັດທະນາຫັນ​ເອົາ​ການ​ບໍລິການ​ຂອງ​ທະນາຄານ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ​ເພື່ອ​ຮອງ​ຮັບ​ກັບ​ການ​ບໍລິການ​ຮັບ​ໃຊ້​ສັງຄົມ, ສ້າງ​ຄວາມ​ສະດວກ, ວ່ອງ​ໄວ, ເພື່ອຮັບປະກັນ​ໃຫ້ ທພລ ສາມາດແຂ່ງຂັນ​ດ້ານ​ການໃຫ້​ບໍລິການໃນ​ຍຸກ​ປະຈຸ​ບັນ.

ທພລ ມີຜະລິດ​ຕະພັນ​ທາງ​ດ້ານ​ສິນ​ເຊື່ອ​ເພື່ອ​ສົ່ງ​ເສີມ SME ຫຼາຍປະ​ເພດໃນທົ່ວ​ປະ​ເທດ ໃນນີ້ມີຕູ້ ATM ຈໍານວນ 227 ຕູ້ ທີ່​ສາມາດ​ບໍລິການຊຳລະຄ່າໄຟຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບແບບຕັ້ງໂຕະ, ມືຖື, ຊໍາລະອາກອນ ແລະຊື້ຫວຍ; ໃຫ້ບໍລິການບັດ Debit Union Pay ເປັນບັດທີ່ມີປະສິດທິພາບ, ມີຄວາມປອດໄພສູງ ແລະ ທພລ ກໍ່ເປັນທະນາຄານທໍາອິດໃນ ສປປ ລາວ ທີ່ໄດ້ຍົກລະດັບການໃຫ້ບໍລິການບັດ ATM ພາຍໃນຈາກບັດທີ່ເປັນແບບແຖບແມ່ເຫຼັກ ມາເປັນບັດ Chip ແລະ ເປັນທັງບັດສາກົນໃນບັດດຽວ ສາມາດນໍາໃຊ້ຫຼາຍກວ່າ 160 ປະເທດທົ່ວໂລກ; ນອກນີ້ ຍັງມີລະບົບ Mobile Banking ​​ຜ່ານ​​ແອັບ LDB Trust ທີ່​ສາມາດ​ໃຊ້ຊໍາລະຄ່າໄຟຟ້າ, ຄ່ານໍ້າປະປາ-ໂທລະສັບ; ຊື້ບັດຕື່ມເງິນ, ຊື້ຫວຍ; ຊໍາລະອາກອນ, ສິນເຊື່ອໂຄລາວ, ຄ່າງວດຜ່ອນເຄື່ອງກັບອີອອນ; ຊໍາລະຄ່າປະກັນສັງຄົມ, ຊໍາລະຄ່າສິນຄ້າ ແລະຄ່າບໍລິການຕ່າງໆດ້ວຍ QR Code (LDB Pay); ໂອນເງິນລະຫວ່າງບັນຊີພາຍໃນ ທພລ; ໂອນເງິນໃຫ້ບູກຄົນທີ່ບໍ່ມີບັນຊີຢູ່ ທພລ ແລະອື່ນໆ.

ນອກນີ້ຍັງມີຜະລິດ​ຕະພັນເຄື່ອງ​ຮູດບັດ EDC; ໃຫ້ບໍລິການບັດສາກົນຖອນເງິນໄດ້ເຊັ່ນ: ບັດ VISA, MASTER, CUP, JCB ແລະ DISCOVER ໄດ້ທົ່ວລະບົບ; ຜະລິດ​ຕະພັນ​ບໍລິການຊໍາລະ​ສະ​ສາງ​ຕ່າງປະ​ເທດ ຜ່ານ​ລະບົບ​ໂອນ​ເງິນ​ດ່ວນ Western Union ​ແລະບໍລິການ​ຊໍາລະ​ສະ​ສາງ​ຕ່າງປະ​ເທດ​ຜ່ານ​ລະ​ບົບ SWIFT ​ແລະ ບໍລິການ​ໜັງສື​ສິນ​ເຊື່ອ LC; ຊໍາລະ​ອາ ກອນ​ຜ່ານ​ທະນາຄານ​ພັດທະນາ​ລາວ ​ຜ່ານ​ລະບົບ Eeasy Tax; ລະບົບ​ສັ່ງ​ຈ່າຍ​ງົບປະມານ​ຜ່ານ​ທະນາຄານ​ພັດທະນາ​ລາວ ຜ່ານ​ລະບົບ Smart Cash ແລະ ນອກ​ນັ້ນ ທພລ ຍັງ​ມີ​ 2 ບໍລິສັດ​ລູກ​ຄື: ບໍລິສັດລ້ານ​ຊ້າງ​ປະ​ກັນ​ໄພ ມະຫາຊົນ ​ແລະບໍລິສັດ​ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.