ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸນທົງ ເທບໄກສອນ, ປະທານສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ພ້ອມດ້ວຍຄະນະ ໄດ້ນຳເອົາກາເຟສຳເລັດຮູບ, ເຄິ່ງສຳເລັດຮູບ ແລະ ເຄື່ອງຊົງກາເຟ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອປະກອບສ່ວນຮັບໃຊ້ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກຸມພາ 2019 ກໍ່ຄື ກອງປະ ຊຸມສຳຄັນຕ່າງໆ ໃນຕໍ່ໜ້າ.

ຕາງໜ້າໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ກ່າວຮັບ ແມ່ນທ່ານ ມະໄລທອງ ກົມມະສິດ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. 

ການມອບ-ຮັບເຄື່ອງດັ່ງກ່າວໃນຄັ້ງນີ້, ປະກອບມີ ເຄື່ອງຊົງກາເຟໃຫຍ່ 1 ເຄື່ອງ, ເຄື່ອງຊົງກາເຟນ້ອຍ 1 ເຄື່ອງ ແລະ ກາເຟ ຈຳນວນ 40 ກິໂລ ລວມເປັນມູນຄ່າທັງໝົດປະມານ 13 ລ້ານກວ່າກີບ. ໃນໂອກາດດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ໄດ້ໃຫ້ການອຸປະຖໍາໃນຄັ້ງນີ້, ຊຶ່ງໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນສໍາຄັນ ເຂົ້າໃນວຽກງານລວມຂອງລັດ, ພ້ອມຫວັງຢ່າງຍິ່ງວ່າ ສະຫະກອນຜູ້ຜະລິດກາເຟດັ່ງກ່າວ ຈະສືບຕໍ່ປະກອບສ່ວນຊ່ວຍເຫລືອສັງຄົມລາວ ຕື່ມອີກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້