Monday, May 19, 2025
Kbank Laos โอน รับ จ่าย

ນັກສຶກສາລາວ ຢູ່ສສ ຫວຽດນາມ ສະຫລຸບສົກຮຽນ 2017-2018

ຢູ່​ທີ່ສະຖານທູດລາວ ປະຈຳ ສສ ຫວຽດນາມ ຮ່ວມກັບມະຫາ ວິທະຍາໄລ ສ້າງຄູເຕັກນິກວິງ ໄດ້ຈັດກອງປະຊຸມ ສະຫລຸບສົກຮຽນ 2017-2018 ແລະ ແຜນການປີ 2018-2019 ຂອງ ນັກສຶກສາລາວ ທີ່ສສ ຫວຽດນາມ, ພ້ອມມອບໃບຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການຮຽນ ແລະ ເຄື່ອນໄຫວນອກຫລັກສູດ.

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດ ທີ່ປຶກສາ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາ ແລະ ກິລາລາວ, ທ່ານ ຫງວຽນ ຮາຍແທ໋ງ ຮອງກົມພົວພັນຮ່ວມມືສາກົນ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ພ້ອມການນຳ ຈາກບັນດາມະຫາວິທະຍາໄລ, ສະຖາບັນ ແລະ ນັກສຶກສາລາວ ເຂົ້າຮ່ວມ. 

ກອງປະຊຸມຄັ້ງນີ້, ເພື່ອແນໃສ່ຕີລາຄາການຮໍ່າຮຽນ ຂອງ ນັກສຶກສາລາວ ຢູ່ຫວຽດນາມ ໃນສົກ ຮຽນ 2017-2018 ເຊິ່ງປະຕິບັດຕາມແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມືລະ ຫວ່າງ ຫວຽດນາມ-ລາວ ໃນຂົງເຂດສຶກສາ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ” ທີ່ສອງ ລັດຖະບານ ໄດ້ລົງນາມ ແລະ ປະຕິບັດ ໃນໄລຍະ 2011–2020.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້