ໂຄງ​ການກໍ່​ສ້າງ​ຂົວ​ມິດ​ຕະ​ພາບ ບໍ​ລິ​ຄ​ຳ​ໄຊ-ບຶງ​ການ ກຽມ​ເລີ່ມ​ຕົ້ນສ້າງ​ກາງ​ປີນີ້!

      ລັດຖະບານ ລາວ-ໄທ ລົງນາມເຊັນສັນຍາກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການມູນຄ່າກໍ່ສ້າງຢູ່ລະຫວ່າງ 3.930 ລ້ານບາດ ເປັນທຶນຮ່ວມສອງຝ່າຍ ໂດຍມີກໍານົດລົງມືກໍ່ສ້າງໃນກາງປີ 2019 ນີ້.

      ທ່ານ ໄລທອງ ພົມມະວົງ ຜູ້ປະສານງານໂຄງການ ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປີດເຜີຍວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈາກ ປາກຊັນ, ແຂວງ ບໍລິຄຳໄຊ – ຈັງຫວັດ ບຶງການປະເທດໄທ ມູນຄ່າການກໍ່ສ້າງ 3.930 ລ້ານບາດ ມີຄວາມຍາວ 1.350 ແມັດ ຄາດຈະລົງມືກໍ່ສ້າງໃນເດືອນ ມິຖຸນາ 2019 ນີ້ ຕາມແຜນແມ່ນຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນ ຫຼື ປະມານ 3 ປີກໍຄືປີ 2021 ຈິ່ງຈະສໍາ ຕອນນີ້ເຫຼືອພຽງແຕ່ການອະນຸມັດງົບປະມານເທົ່ານັ້ນ.

      ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ບົນພື້ນຖານຜົນປະໂຫຍດສອງຝ່າຍທີ່ຈະອໍານວຍຄວາມສດວກສະບາຍໃນການໄປມາຫາສູ່ລະຫວ່າງປະເທດເພາະຜ່ານມາ ປາກຊັນ-ບຶງການ ໄປມາ ຫາສູ່ກັນແມ່ນເດີນທາງນ້ຳດ້ວຍເຮືອຈັກ ແລະ ເຮືອບັກ ຫາກຂົວແຫ່ງດັ່ງກ່າວສຳເລັດຈະເຮັດໃຫ້ການຂົນສົ່ງສິນຄ້າສະດວກຫຼາຍຂຶ້ນ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຈາກປະເທດໄທທີ່ຈະໃຊ້ຂົວແຫ່ງນີ້ເພື່ອນຳສິນຄ້າຂ້າມໄປຍັງປະເທດຫວຽດນາມຈະຊ່ວຍຫຼຸດຜ່ອນຕົ້ນທຶນຂອງການຂົນສົ່ງ ແລະ ປະຢັດເວລາໄດ້ຫຼາຍສົມຄວນ.

      ສຳລັບຂົວມິດຕະພາບແຫ່ງທີ 1 ລາວ-ໄທ ມີຄວາມຍາວ 1.170 ແມັດ ເລີ່ມກໍ່ສ້າງປີ 1991-1994 ເຊື່ອມຈອດລະຫວ່າງ ນະຄອນຫຼວງ-ຈັງຫວັດໜອງຄາຍ, ຂົວມິດຕະພາບ ແຫ່ງທີ 2 ລາວ-ໄທ ສະຫວັນນະເຂດ-ມຸກດາຫານ ຍາວ 2.050 ແມັດ ໄລຍະກໍ່ສ້າງ 2003-2006, ຂົວມິດຕະພາບ ແຫ່ງທີ 3 ລາວ-ໄທ ຄຳມ່ວນ-ນະຄອນພະນົມ ຍາວ 780 ແມັດ ກໍ່ສ້າງປີ 2009-2012 ແລະ ຂົວມິດຕະພາບແຫ່ງທີ 4 ລາວ-ໄທ ຫ້ວຍຊາຍ ແຂວງບໍ່ແກ້ວ-ຊຽງຂອງ ຈັງຫວັດຊຽງຣາຍ ມີຄວາມຍາວ 2.480 ແມັດ ເປີດນໍາໃຊ້ໃນປີ 2013 ຂົວແຫ່ງນີ້ຈະຜ່ານເສັ້ນທາງ R3 ເຊື່ອມຈອດ ໄທ-ລາວ-ຈີນ ຈາກຊຽງຂອງ-ບໍ່ແກ້ວ-ຫຼວງນ້ຳທາ-12 ພັນນາ ສປ ຈີນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...