Tuesday, February 11, 2025

ບັນ​ຫາ​ຄູ​ຢູ່​ແຂວງສະ​ຫວັນ​ນະ​ເຂດ ຕ້ອງ​ໄດ້​ແກ້​ໄຂຫ​ຼາຍ​ດ້ານ!

ພາບ​ປະ​ກອບ

ເພື່ອເປັນການທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານການສຶກສາໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ສະນັ້ນ, ໃນວັນທີ 22 ກຸມພາຜ່ານມານີ້, ພະແນກສຶກສາທິການ ແລະກີລາແຂວງ ສະຫວັນນະເຂດ ຈິ່ງໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາພາກຮຽນທີ I ທົ່ວແຂວງປີ 2018 ແລະວາງແຜນວຽກຈຸດສຸມໃນພາກຮຽນທີ II ປີ 2019 ຂຶ້ນທີ່ຫ້ອງປະຊຸມພະແນກການດັ່ງກ່າວ ພາຍໃຕ້ການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນ ກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະກີລາ, ມີຄະນະພະແນກ, ຫົວໜ້າ ຂະແໜງອ້ອມຂ້າງພະແນກ, ຫົວໜ້າຫ້ອງການສຶກສາທິການ-ກີລາ,ຜູ້ອຳນວຍການໂຮງຮຽນ, ຫົວໜ້າສູນ ແລະພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

      ທ່ານຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ພວກເຮົາແມ່ນຈະໄດ້ທົບທວນຄືນກ່ຽວກັບຜົນສຳເລັດ, ບັນຫາ ແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນພາກຮຽນ I ຜ່ານມາ, ເຊິ່ງໃນສົກຮຽນນີ້, ຄະນະພັກ-ອຳນາດການປົກຄອງແລະຜູ້ບໍລິຫານການສຶກສາ ແຕ່ລະຂັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນການສຶກສາ ກໍຄືເປົ້າໝາຍການພັດທະນາການສຶກສາ (SDG4) ໃນ 15 ເປົ້າໝາຍແມ່ນສາມາດບັນລຸໄດ້ 4 ຄາດ ໝາຍຄື: ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 5 ປີ, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມ, ອັດຕາປະລະຫ້ອງປ.1 ແລະບັນດາເມືອງທີ່ບັນລຸອັດຕາເຂົ້າຮຽນລວມໃໝ່ຮອດ ຂັ້ນ ປ.5 ສູງກວ່າ 95%ໄດ້12 ເມືອງ ແລະມີ 2 ຄາດໝາຍໃກ້ຈະບັນລຸເປັນຕົ້ນ: ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ. ຄຽງຄູ່ກັນນີ້, ພວກເຮົາກໍ່ຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້ານີ້ເປັນຕົ້ນບັນຫາການປະລະຂັ້ນ ປ.1 ທີ່ຍັງມີໂຕເລກຍັງສູງຢູ່ ເຊິ່ງທົ່ວແຂວງກວມ 7,6% ນອກນີ້, ແມ່ນບັນຫາ ການຄ້າງຫ້ອງຂອງນັກຮຽນໃນຂັ້ນປ.1 ຍັງສູງ ທີ່ກວມເອົາ12,2%, ຮອງລົງມາແມ່ນອັດຕາການຄ້າງຫ້ອງຊັ້ນປະຖົມ ແລະອັດຕາການປະລະທີ່ຍັງສູງ ແລະອີກບັນຫາແມ່ນ ຈຳນວນໂຮງຮຽນມູນຍັງກວມ ອັດຕາສ່ວນສູງເກືອບ 16,8% ໃນນີ້ຢູ່ 6 ເມືອງໂຮງຮຽນມູນກວມເອົາ 24% ແລະບັນຫາການເຂົ້າຮຽນຂອງເດັກກໍ່ບໍ່ຖືກຕາມເກນອາຍຸ ແລະການຄ້າງຫ້ອງຂອງນັກຮຽນ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ນັກຮຽນປະລະການຮຽນກ່ອນຈົບ.

      ໂອກາດນີ້, ກອງປະຊຸມ ຍັງໄດ້ມີການປະກາດການຈັດຕັັ້ງພາຍໃນພະແນກສຶກສາທິການ ແລະກີລາແຂວງ, ຈາກນັ້ນໃນພິທີໄດ້ມີການລາຍງານຫຍໍ້ຜົນການປະເມີນກາງສະໄໝຂອງແຜນ 5 ປີ (2016-2020) ແລະຜົນການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາປະຈຳປີ 2018 ແລະແຜນວຽກບູລິມະສິດປະຈຳປີ 2019, ຂະແໜງການແນະນຳ ວິທີແກ້ໄຂຕໍ່ບັນຫາ ແລະສິ່ງທ້າທາຍຂອງແຕ່ລະຂະແໜງ ການຍ່ອຍ ພ້ອມທັງມີການປະກອບຄຳຄິດຄຳເຫັນໃນບັນຫາຕ່າງໆຢ່າງກົງໄປກົງມາແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການສຶກສາໃນສົກປີ 2019 ໄດ້ຮັບຜົນສຳເລັດຕາມແຜນການຄາດໝາຍ. ພິເສດໃນວາລະກອງປະຊຸມຄັ້ງນີ້ຍັງໄດ້ມີການມອບ-ຮັບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາໃຫ້ບັນດາເມືອງທີ່ມີຜົນງານດີເດັ່ນນຳອີກ.

ທີ່​ມາ: ສະ​ຫ​ວັນ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: