ສະຖາບັນທຸລະກິດແສງສະຫວັນ ຮັບອະນຸຍາດເປີດສອນປະລິນຍາຕີແລ້ວ!

ພິທີຖະແຫຼງຂ່າວ ຍົກຖານະ ວິທະຍາໄລບໍລິຫານທຸລະກິດແສງສະຫວັນ ຂຶ້ນເປັນສະຖາບັນທຸລະກິດແສງສະຫວັນ ແລະຮັບຮອງອະນຸມັດນໍາໃຊ້ຫຼັກສູດປະລິນຍາຕີ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2019 ທີ່ສະຖາບັນທຸລະກິດແສງສະຫວັນ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ທ່ານ ຄໍາແສນ ສີສະວົງ ປະທານ ກຸ່ມການສຶກສາ ແສງສະຫວັນ ໄດ້ກ່າວວ່າ: ກຸ່ມການສຶກສາ ແສງສະຫວັນ ໄດ້ຮັບການສ້າງຂຶ້ນໃນປີ 1998, ປະຈຸບັນລວມມີ ໂຮງຮຽນ ສອງພາສາ 3 ແຫ່ງ, ໂຮງຮຽນນານາຊາດ 1 ແຫ່ງ, ສະຖານບັນທຸລະກິດແສງສະຫວັນ 1 ແຫ່ງ (2ວິທະນາເຂດ), ໂຄງການຮຽນນໍ້າເທີນສອງ 1 ໂຄງການ (ບໍລິຫານໂຮງຮຽນໃຫ້ບໍລິສັດນໍ້າເທີນ 2). ນອກຈາກນີ້ ຍັງໄດ້ຮ່ວມມືດ້ານວິຊາການ ແລະການບໍລິການວິຊາການ ກັບຫຼາຍສະຖາບັນຢູ່ຕ່າງປະເທດເຊັ່ນ: ມະຫະວິທະຍາໄລ ເດີະ ຊິດເຕີ, ບົວລະພາ, ຄິງມຸງກຸດ, ກຸງເທບທົດບູລີ, ສະຖາບັນເຕັກໂນໂລຊີ ວູຊີ, ສະຖາບັນທຸລະກິດ ມົງປາຮີເຢ້, ວິທະຍາໄລ ວິທະຍາໄລຕົງເລນ ໂປ້ລີເຕັກນິກ.

ສໍາລັບເງື່ອນໄຂການຍົກຖານະ ຈາກວິທະຍາໄລບໍລິຫານທຸລະກິດແສງສະຫວັນ ຂຶ້ນເປັນສະຖາບັນທຸລະກິດແສງສະຫວັນ ແລະຮັບຮອງອະນຸມັດນໍາໃຊ້ຫຼັກສູດປະລິນຍາຕີ ແມ່ນຍ້ອນເປັນວິທະຍາໄລທີ່ມີປະສົບການໃນການເປີດການຮຽນ-ການສອນມາກ່ອນແລ້ວ, ມີສະຖານທີ່ເໝາະສົມ, ມີອາຄານສະເພາະຈັດຮຽນທີ່ສະດວກສະບາຍ, ບຸກຄະລາກອນພຽງພໍ, ມີການພົວພັນຮ່ວມມືກັບພາຍໃນ ແລະຕ່າງປະເທດ ແລະເງື່ອນໄຂອື່ນໆອີກ. ສ່ວນຫຼັກສູດ ການເປີດການຮຽນ-ການສອນ ຂອງສະຖາບັນທຸລະກິດແສງສະຫວັນ ປະກອບດ້ວຍ ຊັ້ນສູງ 5 ຫຼັກສູດ ແລະປະລິນຍາຕີ 3 ຫຼັກສູດ, ໃນນັ້ນ ຊັ້ນສູງ ມີບໍລິຫານທຸລະກິດ (ມີລາວ ແລະສາກົນ), ການເງິນ, ການບັນຊີ, ຜູ້ປະກອບການ, ພາສາອັງກິດ; ສ່ວນປະລິນຍາຕີ 3 ຫຼັກສູດມີ ບໍລິຫານທຸລະກິດ, ຜູ້ປະກອບການ ແລະພາສາອັງກິດ. ນອກນີ້ ຍັງມີຫຼັກສູດປະລິນຍາຕີ ຮ່ວມມືກັບມະຫາວິທະຍາໄລ FPT ສສ ຫວຽດນາມ ຊຶ່ງມີ ວິສະວະກໍາ ຊອບແວ່ ແລະ ການຄ້າອີເລັກໂຕຣນິກ ນໍາອີກ.

ແນວໃດກໍດີ ສຳລັບຜູ້ທີ່ສົນໃຈການສຶກສາ ໃນລະດັບປະລິນຍາຕີ ສາຂາພາສາອັງກິດ-ທຸລະກິດ ແລະການສື່ສານແບບມີອາຊີບ, ປະລິນຍາຕີ ສາຂາບໍລິຫານທຸລະກິດສາກົນ ແລະປະລິນຍາຕີ ສາຂາຜູ້ປະກອບການ, ໂດຍສະຖາບັນທຸລະກິດແສງສະຫວັນ ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເປີດການຮຽນ-ການສອນ ໃນລະດັບປະລິນຍາຕີ, ໂດຍເລີ່ມສອບເສັງຄັດເລືອກ ໃນວັນທີ 4 ມີນາ ແລະເປີດເທີມໃໝ່ ໃນວັນທີ 18 ມີນາ 2019 ນີ້, ຜູ້ທີ່ມີຄວາມສົນໃຈ ສາມາດຕິດຕໍ່ໄດ້ທີ່ ສະຖາບັນທຸລະກິດແສງສະຫວັນ ສະຖານທີຕັ້ງຢູ່ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼື ເບີໂທ 021 223 822 ຮັບຈໍານວນຈໍາກັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: