ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 20 ມີນາ 2019 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ດ້ານຮູບເງົາ ລະຫວ່າງກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ບໍລິສັດເຄືອຂ່າຍເທັກໂນໂລຊີ ສຽນຫານຢຸນນານ ຈຳກັດ ແຫ່ງ ສປ ຈີນ.

ໂດຍໃຫ້ກຽດເຊັນບົດບັນທຶກດັ່ງກ່າວ, ໂດຍທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ແລະ ທ່ານ ຈິນຄ່າຍ ຫົວໜ້າບໍລິສັດ ເຄືອຂ່າຍເທັກໂນໂລຊີ ຢຸນນານ ຈຳກັດ, ມີ ທ່ານ ວັນສີ ກົວມົວ ຫົວໜ້າຫ້ອງການກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ເນຍເລີຍ ປະທານກຸ່ມບໍລິສັດ ສີຢຽນປັກກິ່ງ, ພ້ອມດ້ວຍຜູ້ຕາງໜ້າສອງຝ່າຍ ທີ່ກ່ຽວຂ້ອງ ລາວ-ຈີນ ເຂົ້າຮ່ວມ.

Hits: 7

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້