Saturday, January 25, 2025

ເດືອນ​ມີ​ນານີ້! ລັດຖະບານຮັບຮອງເອົາ 7 ເອກະສານສໍາຄັນ

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2019 ຄະນະລັດຖະບານໄດ້ພິຈາລະນາ ແລະ ຮັບຮອງເອົາ 7 ເອກະສານທີ່ສຳຄັນຄື: ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງປີ 2018 ແລະ ທິດທາງຮ່ວມມືປີ 2019, ຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ, ຮ່າງດຳລັດວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ, ຮ່າງກົດໝາຍວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່, ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບສ້າງໃໝ່ ແລະ ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ສະບັບສ້າງໃໝ່.

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ມີນາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20-21 ມີນາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະ ການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີນມາດຕະຖານກໍານົດ ເປັນຕົ້ນ ຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ PM 2.5 ມີຄ່າສູງກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ກໍານົດຄື 50 ມິລີກຣາມຕໍ່ແມັດກ້ອນ. ສາຍເຫດຕົ້ນຕໍຍ້ອນມີໄຟໃໝ້ປ່າ ຢູ່ຂອບເຂດນະຄອນຫຼວງວຽງຈັນ, ມົນລະພິດຂ້າມຊາຍແດນ. ນອກນັ້ນ, ຍັງມີການຈູດເຟືອງ, ຈູດຂີ້ເຫຍື້ອສະຊາຍ ໃນຂອບເຂດທົ່ວປະເທດ; ການແຜ່ລະບາດຂອງພະຍາດອະຮິວາໝູອາຟຣິກາ; ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ແລະ ອື່ນໆ; ສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ. 

ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນ ໃຫ້ເອົາໃຈໃສ່ໃນການແຈ້ງເຕືອນ, ອອກຂ່າວ ຢ່າງເປັນປົກກະຕິ ເພື່ອໃຫ້ປະຊາຊົນຮັບຮູ້, ມີສະຕິລະວັງຕົວ ແລະ ຮູ້ຈັກວິທີປ້ອງກັນຕົວເອງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະ ນັກຮຽນ-ນັກສຶກສາ ແລະ ຜູ້ສູງອາຍຸ; ກ່ຽວກັບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກກາຢູ່ບັນດາປະເທດໃກ້ຄຽງ ເຖິງວ່າຈະບໍ່ມີກໍລະນີເກີດຂຶ້ນຢູ່ ສປປ ລາວ ກໍ່ຕາມ, ແຕ່ຕ້ອງມີມາດຕະການປ້ອງກັນໂດຍໄວ ແລະ ເຂັ້ມງວດຕາມດ່ານຕ່າງໆ ພ້ອມທັງ ກວດກາໃນຕະຫຼາດ ຖ້າພົບເຫັນແມ່ນໃຫ້ມີມາດຕະການແກ້ໄຂຢ່າງເດັດຂາດ. ນອກນັ້ນໃຫ້ກວດກາຄືນການນໍາເຂົ້າສິນຄ້າປະເພດໝາກໄມ້ ພືດ, ສັດ ແລະ ອື່ນໆ ທີ່ເຈືອປົນສານເຄມີ, ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີຄວາມເອົາໃຈໃສ່ ແລະ ມີສ່ວນຮ່ວມຢ່າງເປັນເຈົ້າການໃນການແກ້ໄຂບັນຫາປະກົດການຫຍໍ້ຕ່າງໆໃນສັງຄົ, ເພີ່ມທະວີການສຶກສາອົບຮົມພະນັກງານ, ເຈົ້າໜ້າທີ່ລັດ ແລະ ປະຊາຊົນ ໃຫ້ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ເດັດດ່ຽວແກ້ໄຂປະກົດການລະເມີດກົດໝາຍ ແລະ ລະບຽບການຕ່າງໆໃຫ້ທັນເວລາ ແລະ ມີປະສິດທິຜົນ. 

ກອງປະຊຸມໄດ້ຕີລາຄາວ່າ: ນະໂນບາຍ ໜຶ່ງແລວ, ໜຶ່ງເສັ້ນທາງແມ່ນມີຄວາມໝາຍ ແລະ ຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ໄດ້ ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາເອົາບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງປີ 2018ໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ພ້ອມທັງຊີ້ນຳໃຫ້ບັນດາກະຊວງແລະອົງການກ່ຽວຂ້ອງເອົາໃຈໃສ່ຄົ້ນຄວ້າຍາດແຍ່ງເອົາໂອກາດ, ການຊ່ວຍເຫຼືອ, ການລົງທຶນ ແລະ ການສະໜັບສະໜູນ ທີ່ຕິດພັນກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ; ເອົາໃຈໃສ່ໃຈ້ແຍກບັນດາໂຄງການຊ່ວຍເຫຼືອຕ່າງໆໃຫ້ລະອຽດ, ຈະແຈ້ງ ໂຄງການໃດເປັນໂຄງການຊ່ວຍເຫຼືອລ້າ, ໂຄງການໃດເປັນໂຄງການກູ້ຢືມ ແລະ ການລົງທຶນ ທີ່ພວກເຮົາສາມາດຍາດແຍ່ງໄດ້ ເພື່ອສະເໜີໃຫ້ລັດຖະບານພິຈາລະນາ, ຕົກລົງ ໂດຍກອງປະຊຸມມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານງານກັບຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອເຮັດວຽກງານດັ່ງກ່າວນີ້ ໃຫ້ມີປະສິດທິຜົນ, ມອບໃຫ້ກະຊວງການຕ່າງປະເທດເຂົ້າຮ່ວມ ແລະ ຮັບຜິດຊອບວຽກງານການເມືອງ ແລະ ນະໂຍບາຍ, ມອບໃຫ້ຄະນະກໍາມະການຮ່ວມມືລາວ-ຈີນ ເປັນຜູ້ປະສານງານ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. 

ກອງປະຊຸມໄດ້ ຮັບຮອງເອົາຮ່າງດໍາລັດວ່າດ້ວຍການຄຸ້ມຄອງແລະນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ ສະບັບປັບປຸງ ແລະ ຮ່າງດໍາລັດວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ, ພາຍຫຼັງປັບປຸງແລ້ວໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີຮຽບຮຽງຄືນເພື່ອເຮັດໃຫ້ 2 ດໍາລັດດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ເມື່ອປະກາດໃຊ້ແລ້ວສາມາດປະຕິບັດໄດ້.

ກອງປະຊຸມ, ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍເອກະສານແຫ່ງຊາດ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ (ສ້າງໃໝ່) ພ້ອມທັງຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ບັນດາຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ພິລາລະນາຮັບຮອງ ຕາມລະບຽບການ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນ ມີນາ 2019 ເປັນຕົ້ນແມ່ນແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມໂດຍສະເພາະບັນຫາທີ່ສື່ສັງຄົມອອນລາຍໃຫ້ຄວາມສົນໃຈຫຼາຍເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນ, ຢາເສບຕິດ ແລະ ການປະພຶດທີ່ບໍ່ເໝາະສົມຂອງພະນັກງານຫຼືເຈົ້າໜ້າທີ່ລັດ; ຊຸກຍູ້ການເກັບລາຍຮັບແລະປະຕິບັດລາຍຈ່າຍງົບປະມານ; ສືບຕໍ່ແກ້ໄຂສິງອຸດຕັນແລະທ່ວງດຶງຄວາມສະດວກໃນການດໍາເນີນທຸລະກິດໂດຍສະເພາະແມ່ນ 10 ຕົວຊີ້ວັດຄວາມສະດວກໃນການດໍາເນີນທຸລະກິດ; ເລັ່ງຟື້ນຟູເຂດທີ່ຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ, ຂະແໜງການກ່ຽວຂ້ອງໄດ້ເປັນເຈົ້າການໃນການປ້ອງກັນແກ້ໄຂພະຍາດລະດູການ (ໄຂ້ຍຸງລາຍ, ໄຂ້ໝາກແດງ), ການແກ້ໄຂໄຟໄໝ້ລາມປ່າ ແລະ ມີຄຳສັ່ງຫ້າມນຳເຂົ້າຊົ່ວຄາວ ຊີ້ນໝູ ຫຼື ໝູ ຈາກປະເທດໃກ້ຄຽງທີ່ເກີດມີພະຍາດອະຫິວາໝູ.

ກອງປະຊຸມເຫັນວ່າ ບັນດາຂະແໜງການ, ອົງການອ້ອມຂ້າງສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຂັ້ນຕ່າງໆ ໄດ້ເອົາໃຈໃສ່ຊຸກຍູ້ ການສ້າງຂະບວນການຮັບຕ້ອນວັນສຳຄັນຂອງພັກ-ຂອງຊາດເປັນຕົ້ນແມ່ນວັນແມ່ຍິງສາກົນ, ວັນເສຍອົງຄະແລະເສຍສະຫຼະແຫ່ງຊາດ, ວັນສ້າງຕັ້ງພັກ, ປັບປຸງຮ່າງກົດໝາຍ 10 ສະບັບທີ່ຈະນໍາໄປຜ່ານກອງປະຊຸມສະພາສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ແລະ ສືບຕໍ່ສ້າງນິຕິກໍາລຸ່ມກົດໝາຍຫລາຍສະບັບ; ປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່; ແກ້ໄຂຜົນຂອງການກວດກາການຂຸດຄົ້ນ, ທ້ອນໂຮມ ແລະ ເຄື່ອນຍ້າຍໄມ້, ການລັກລອບຕັດໄມ້, ແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ 1516 ທັງໝົດ 17 ກໍລະນີແລະບັນຫາອື່ນໆ;

ກອງປະຊຸມໄດ້ພິຈາລະນາຫຼາຍບັນຫາທີ່ສໍາຄັນເປັນຕົ້ນ ບັນຫາກ່ຽວພັນກັບການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ປີ2019ທີ່ແຂວງຊຽງຂວາງ, ຮ່າງນະໂຍບາຍລາຄາໄຟຟ້າຕິດພັນກັບຍຸດທະສາດພັດທະນາພະລັງງານໄຟຟ້າແລະການພິຈາລະນາໂຄງການລົງທຶນຜ່ານກົນໄກກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີແລະກອງປະຊຸມຂອງຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນຂັ້ນສູນກາງລວມທັງໝົດຫລາຍກວ່າ11ວຽກງານແລະໂຄງການ. 

ພ້ອມກັນນີ້, ກໍ່ໄດ້ພິຈາລະນາແລະອອກນິຕິກໍາລຸ່ມກົດໝາຍຂອງລັດຖະບານເຊິ່ງລວມມີດໍາລັດ, ຂໍ້ຕົກລົງແລະແຈ້ງການລວມທັງໝົດ 251 ສະບັບ. 

ໄດ້ເຄື່ອນໄຫວວຽກງານພາຍໃນທີ່ສໍາຄັນເປັນຕົ້ນແມ່ນດຳເນີນກອງປະຊຸມສະຫຼຸບວຽກງານປະຈຳປີ2018ແລະທິດທາງປີ2019ຂອງຫລາຍຂະແໜງການເຊັ່ນຂະແໜງສາທາລະນະສຸກ, ຂະແໜງພາຍໃນ, ຂະແໜງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ, ຂະແໜງກະສິກໍາແລະປ່າໄມ້ ແລະ ເຄື່ອນໄຫວວຽກງານຕ່າງປະເທດທີ່ສໍາຄັນຄື: ຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງທ່ານຫວງຽນ ຟູຈ້ອງ, ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ, ປະທານປະເທດແຫ່ງສສ ຫວຽດນາມ ແລະ ເຄື່ອນໄຫວຢ້ຽມຢາມປະເທດຮົງກາລີ ແລະ ເຢຍລະມັນຢ່າງເປັນທາງການ ຂອງທ່ານ ນາຍົກລັດຖະມົນຕີ.

ສໍາລັບວຽກງານຈຸດສຸມ ໃນເດືອນ ເມສາ 2019, ກອງປະຊຸມໄດ້ເປັນເອກະພາບສູງ ທີ່ຈະສຸມໃສ່ ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໃຫ້ຫຼຸດລົງເທືອລະກ້າວ, ຄົ້ນຄວ້າກຳນົດມາດຕະການທີ່ຊັດເຈນໃນການແກ້ໄຂບັນຫາຕ່າງໆເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນ, ການຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ການຄ້າຂາຍແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການບິດເບືອນຄວາມຈິງຂອງສື່ອອນລາຍ ແລະ ອື່ນໆ ເປັນຕົ້ນແມ່ນ ຕ້ອງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງດ້ານຊີວິດແລະຊັບສິນໃນໄລຍະບຸນປີໃໝ່ລາວ, ສຸມໃສ່ກະຕຸກຊຸກຍູ້ການເກັບລາຍຮັບແລະປະຕິບັດລາຍຈ່າຍງົບປະມານໃນໄຕມາດທີ 2 ໃຫ້ໄດ້ຕາມແຜນທີ່ໄດ້ກໍານົດໄວ້ໂດຍເຂັ້ມງວດ-ເຂັ້ມງານໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ມີແລ້ວ; ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບແລະເໜັງຕີງຢູ່ໃນຂອບທີ່ໄດ້ກໍານົດໄວ້; ປະສານສົມທົບແລະຈັດສັນທຶນໃສ່ໂຄງການລົງທຶນຂອງລັດປະຈໍາປີ 2019 ຂອງແຕ່ລະຂະແໜງການແລະທ້ອງຖິ່ນໃຫ້ສໍາເລັດໄວເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂຄງການໃນແຜນໃຫ້ທັນຕາມແຜນການ; ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມລັດຖະບານໃນເດືອນກຸມພາກ່ຽວກັບການແກ້ໄຂຂອດອຸດຕັນຄວາມສະດວກໃນການດໍາເນີນທຸລະກິດທີ່ຕິດພັນກັບ 10 ຕົວຊີ້ວັດໃຫ້ເປັນຮູບປະທໍາໄວຂຶ້ນ; ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍແລະແຜນພັດທະນາ SME ລວມທັງການເປີດສູນບໍລິການວິສາຫະກິດຂະໜາດນ້ອຍແລະກາງໃຫ້ສໍາເລັດໄວ; ສືບຕໍ່ເອົາໃຈໃສ່ຊຸກຍູ້ການຜະລິດລະດູແລ້ງໂດຍສົ່ງພະນັກງານວິຊາການໄປຊ່ວຍປະຊາຊົນແລະຜູ້ປະກອບການທາງດ້ານເຕັກນິກແລະໃຫ້ຄໍາແນະນໍາທີ່ຈໍາເປັນເພື່ອຍູ້ການຜະລິດແລະການສົ່ງອອກໃຫ້ຫລາຍຂຶ້ນ; ສືບຕໍ່ປັບປຸງຂອດອໍານວຍຄວາມສະດວກໃຫ້ແກ່ການດຶງດູດນັກທ່ອງທ່ຽວຕ່າງປະເທດໂດຍສະເພາະ ນັກທ່ອງທ່ຽວຈີນທີ່ຈະເຂົ້າມາທ່ອງທ່ຽວໃຫ້ໄດ້ຫລາຍຂຶ້ນເພື່ອນໍາເມັດເງິນເຂົ້າມາກະຕຸ້ນເສດຖະກິດຂອງປະເທດ;ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທາງລົດໄຟລາວ-ຈີນເປັນຕົ້ນແມ່ນການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການໃຫ້ໄວເພື່ອປ້ອງກັນບໍ່ໃຫ້ເກີດຫາງສຽງແລະສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ.

ນອກນີ້ກອງປະຊຸມຍັງເຫັນດີຈະເອົາໃຈໃສ່ວຽກງານກວດກາການນໍາເຂົ້າສິ້ນຄ້າອຸປະໂພກ-ບໍລິໂພກທີ່ມີຄວາມສ່ຽງຕໍ່ສຸຂະພາບຂອງປະຊາຊົນເປັນຕົ້ນແມ່ນການນໍາເຂົ້າສັດ, ພືດຜັກ, ໝາກໄມ້, ຢາປົວພະຍາດ, ເຄື່ອງສໍາອາງແລະສິນຄ້າປະເພດອື່ນໆທີ່ມີຄວາມສ່ຽງ; ສືບຕໍ່ຈັດສັນແບ່ງປັນແລະແຈກຍາຍເຄື່ອງຊ່ວຍເຫຼືອທີ່ຈໍາເປັນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຕໍ່ໄພພິບັດຢູ່ເມືອງສະໜາມໄຊ, ແຂວງອັດຕະປື; ສືບຕໍ່ຕິດຕາມຢ່າງໃກ້ຊິດກ່ຽວກັບການລະບາດຕ່າງໆເປັນຕົ້ນໄຂ້ຍຸງ, ໄຂ້ຫວັດ, ພະຍາດຈາກສັດແລະອື່ນໆທີ່ອາດເກີດໃນຊ່ວງລະດູຮ້ອນແລະຊ່ວງການປ່ຽນແປງດິນຟ້າອາກາດ.

ກອງປະຊຸມໄດ້ເນັ່ນໃຫ້ຕິດຕາມ, ກວດກາແລະເກືອດຫ້າມການຖາງປ່າ ແລະ ຈູດສິ່ງເສດເຫຼືອເພື່ອປ້ອງກັນໄຟໄໝປ່າແລະສ້າງມົນລະຜິດທາງອາກາດຄືເດືອນຜ່ານມາ, ຕິດຕາມເຝົ້າລະວັງສະພາບການປ່ຽນແປງສະພາບດິນຟ້າອາກາດຢ່າງເປັນປົກກະຕິແລະມີການແຈ້ງເຕືອນແລະແນະນໍາປະຊາຊົນເຖິງຄວາມສ່ຽງ, ວິທີປ້ອງກັນແລະການແກ້ໄຂຢ່າງຈະແຈ້ງແລະທັນການ.

ກອງປະຊຸມເຫັນດີສືບຕໍ່ປັບປຸງບັນດາກົດໝາຍທີ່ໄດ້ຮັບຮອງໃນກອງປະຊຸມລັດຖະບານເທື່ອນີ້ຈໍານວນ 5 ສະບັບທີ່ຈະນໍາໄປພິຈາລະນາໃນກອງປະຊຸມສະພາແຫ່ງຊາດເທື່ອທີ 6 ໃຫ້ຄົບຖ້ວນ, ຮັດກຸມແລະທ່ວງທັນຕາມກໍານົດເວລາ, ພ້ອມທັງສືບຕໍ່ສ້າງນິຕິກໍາລຸ່ມກົດໝາຍທີ່ເລັ່ງດ່ວນໃນຂົງເຂດຕ່າງໆໃຫ້ສໍາເລັດຕາມແຜນການ; ສືບຕໍ່ປັບປຸງກົນໄກປະສານງານແລະປະສານສົມທົບລະຫວ່າງຂະແໜງຍຸຕິທຳ, ສານ, ໄອຍະການແລະປ້ອງກັນຄວາມສະຫງົບເພື່ອສ້າງສະພາບແວດລ້ອມ, ຄວາມເຊື່ອໝັ້ນແລະຄວາມຊັດທາຂອງປະຊາຊົນໃນການດຳເນີນຂະບວນການຍຸຕິທຳຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ, ຊອກຫາວິທີການ, ມາດຕະການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ມີຜົນສັກສິດທາງດ້ານກົດໝາຍໃຫ້ເຂັ້ມງວດ, ມີປະສິດທິຜົນ; ສືບຕໍ່ປະສານສົມທົບແລະແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນຂອງລັດຖະບານ, ຂະແໜງຕ່າງໆແລະສືສັງຄົມອອນລາຍໃຫ້ວ່ອງໄວແລະແທດຕົວຈິງ; ສືບຕໍ່ຕິດຕາມສະພາບການລັກລອບຕັດໄມ້ແລະຂຸດຄົ້ນຊັບພະຍາກອນທໍາມະຊາດທີ່ຜິດກົດໝາຍຢ່າງເຂັ້ມງວດໃຫ້ກວດກາແກ້ໄຂການສ່ອງແສງລາຍງານຈາກປະຊາຊົນກ່ຽວກັບການກະທໍາຜິດດັ່ງກ່າວດ້ວຍຄວາມເອົາໃຈໃສ່ແລະວ່ອງໄວ, ກໍລະນີພົບເຫັນການກະທໍາຜິດກໍ່ໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ ຕາມກົດໝາຍ; ເພີ່ມຄວາມຮັບຜິດຊອບຂອງຄະນະນຳຂອງຂະແໜງການແລະອົງການປົກຄອງທ້ອງຖິ່ນໃນການແກ້ໄຂບັນຫາພົ້ນເດັ່ນຕ່າງໆທີ່ເກີດຂຶ້ນໃນເດືອນຜ່ານມາເປັນຕົ້ນແມ່ນການນຳເຂົ້າຊີ້ນໝູທີ່ເປັນພະຍາດຢູ່ຕາມດ່ານຊາຍແດນ, ການປະພຶດທີ່ບໍ່ເໝາະສົມຂອງເຈົ້າໜ້າທີ່, ພະນັກງານລັດແລະອື່ນໆ;

ກອງປະຊຸມຍັງເຫັນດີໃຫ້ມີການຄົ້ນຄວ້າແລະແຈ້ງການແນະນໍາກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວບົນພື້ນຖານປະຍັດມັດທະຍັດຈໍາກັດໄດ້ການສວຍໂອກາດຂຶ້ນລາຄາສິນຄ້າ, ນໍາເຂົ້າສິນຄ້າບໍ່ຖືກລະບຽບການ, ບັນດາຜົນກະທົບຕໍ່ກຸ່ມຜູ້ຜະລິດແລະຄ້າຂາຍໝູຢູ່ພາຍໃນເພາະເກີດມີປະກົດການແຕກຕື່ນຍ້ານກົວຍ້ອນບັນຫາພະຍາດອະຫິວາໝູຢູ່ປະເທດໃກ້ຄຽງແລະສາມາດຮັກສາສົ່ງເສີມວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ; ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດເປັນຕົ້ນແມ່ນການກະກຽມໃຫ້ແກ່ການໄປຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງທີ່ສປຈີນຂອງປະທານປະເທດແລະການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອ່າວປະຈໍາປີ 2019 ທີ່ສປຈີນຂອງນາຍົກລັດຖະມົນຕີ . 

ໃນໂອກາດນີ້, ລັດຖະບານຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕໍາຫຼວດ, ນັກຮຽນ, ນັກສຶກສາ, ກໍາມະກອນ, ນັກທຸລະກິດທັງພາກລັດແລະເອກະຊົນ, ບັນດາຊັ້ນຄົນແລະປະຊາຊົນລາວບັນດາເຜົ່າຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດແລະພັນທະຂອງຕົນໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ, ຍົກສູງສະຕິລະວັງຕົວ, ເດັດດ່ຽວສະກັດກັ້ນ ແລະ ຕ້ານກົນອຸບາຍແບ່ງແຍກ, ການໃສ່ຮ້າຍປ້າຍສີຂອງພວກຄົນທີ່ບໍ່ຫວັງດີ ຢູ່ພາຍໃນ ແລະ ຕ່າງປະເທດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ