Monday, May 19, 2025
Kbank Laos โอน รับ จ่าย

ໃນ ສປປ ລາວ ພົບຜູ້ຕິດ​ເຊື້ອ​ພະ​ຍາດ​ໝາກ​ແດງ 322 ຄົນ ແລະ ​ເສຍ​ຊີ​ວິດ 1 ຄົນແລ້ວ!

ວັນ​ທີ 21 ມີ​ນາ​ 2019 ນີ້ ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ມີ​ກອງ​ປະ​ຊຸມ​ຮ່ວມ​ກັບ​ສື່ມວນ​ຊົນເພື່ອ​ແນະ​ນຳ ແລະ​ ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​ໝາກ​ແດງ​ໃຫຍ່ ໂດຍ​ເປັນ​ປະ​ທານ​ຂອງ​ທ່ານ ດ​ຣ. ສີ​ບຸນ​ໂຮມ ອັກ​ຄະ​ວົງ ຮອງ​ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່, ທ່ານ ດ​ຣ. ພອນ​ປະ​ເສີດອຸ​ນາ​ພົມຮອງ​ຫົວ​ໜ້າ​ກົມ​ອະ​ນາ​ໄມ ແລະ​ ສົ່ງ​ເສີມ​ສຸ​ຂະ​ພາບ, ມີ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ​ສື່ມວນ​ຊົນ​ຂະ​ແໜງ​ການ​ອື່ນໆ​ເຂົ້າ​ຮ່ວມ.

ທ່ານ ດ​ຣ.ສີ​ບຸນ​ໂຮມ ອັກ​ຄະ​ວົງ ກ່າວ​ວ່າ: ໃນ​ປະ​ຈຸ​ບັນ​ພະ​ຍາດ​ໝາກ​ແດງໄດ້​ແພ່​ລາມ​ອອກ​ໄປຫຼາຍ​ໆທ້ອງ​ຖິ່ນບໍ່​ສະ​ເພາະ​ແຕ່​ຢູ່​ພາຍ​ໃນ​ນະ​ຄອນຫຼວງວຽງ​ຈັນ ແລະ​ແຂວງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່​ວ​ປະ​ເທດ​ກໍ​ສາ​ມາດ​ເກີດ​ພະ​ຍາດ​ດັ່ງ​ກ່າວ​ໄດ້ ໂດຍ​ສະ​ເພາະ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 5 ປີ​ລົງ​ມາ, ໄດ້ກາຍ​ເປັນ​ສິ່ງ​ທີ່​ທ້າ​ທາຍຕໍ່​ສຸ​ຂະ​ພາບ​ປະ​ຊາ​ຊົນ ແລະ​ ສ້າງ​ຄວາມ​ກັງ​ວົນ​ໃຫ້​ແກ່​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ, ສໍາລັບ ສ​ປ​ປ ລາວ ກໍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ປະ​ເຊີນ​ໜ້າ​ກັບ​ການ​ເກີດ​ພະ​ຍາດ​ດັ່ງ​ກ່າວຊຶ່ງ​ນັບ​ແຕ່​ວັນ​ທີ 1 ມັງ​ກອນເຖິງວັນ​ທີ 19 ມີ​ນາ 2019 ມີ​ລາຍ​ງານ​ຜູ້​ຕິດ​ພະ​ຍາດ​ໝາກ​ແດງ​ທັງ​ໝົດ 322 ກໍ​ລະ​ນີ ແລະ ​ເສຍ​ຊີ​ວິດ 1 ກໍ​ລະ​ນີ ໃນ​ນັ້ນ ສະ​ເພາະ​ນະ​ຄອນຫຼວງວຽງ​ຈັນ ເກີດ​ຢູ່ 6 ເມືອງ ​ມີ​ທັງ​ໝົດ 303 ກໍ​ລະ​ນີ ແລະ​ເສຍ​ຊີ​ວິດ1 ກໍ​ລະ​ນີ, ແຂວງວຽງຈັນມີ 17 ກໍ​ລະ​ນີ ແລະ​ ແຂວງ​ຄຳ​ມ່ວນ 2 ກໍ​ລະ​ນີບໍ່​ມີ​ຜູ້​ເສຍ​ຊີ​ວິດ.

ຕໍ່​ກັບ​ບັນ​ຫາ​ດັ່ງ​ກ່າວ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ ໄດ້​ສົມ​ທົບ​ກະຫຼາຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເພື່ອ​ວາງ​ມາດ​ຕະ​ການ​ຕອບ​ໂຕ້​ຢ່າງວ່ອງ​ໄວເປັນ​ຕົ້ນເປີດກອງ​ປະ​ຊຸມ EOC ປະ​ຈຳ​ວັນ, ໄດ້​ເຊື່ອມ​ສານ​ການ​ເຝົ້າ​ລະ​ວັງ​ພະ​ຍາດ​ໝາກ​ແດງ​ໃຫຍ່​ເຂົ້າ​ໃນ​ລະ​ບົບ DHIS2 ຢູ່​ຂັ້ນ​ນະ​ຄອນຫຼວງ, ກຽມ​ອົບ​ຮົມ​ໃຫ້​ພະ​ນັກ​ງານ​ກ່ຽວ​ກັບ​ວຽກ​ງານ ແລະ​ຄວບ​ຄຸມ​ພະ​ຍາດ​ໝາກ​ແດງ​ໃຫຍ່​ຢູ່​ແຂວງ​ທີ່​ໃກ້​ຄຽງ​ຄື້ ແຂວງ​ບໍ​ລິ​ຄຳ​ໄຊ, ໄຊ​ສົມ​ບູນ, ວຽງ​ຈັນ ແລະ​ ນະ​ຄອນຫຼວງວຽງ​ຈັນ, ແບ່ງ​ທິມ​ງານ​ປະ​ຈຳ​ພາກ​ສະ​ໜາມ​ຜູ້ 3 ຈຸດ​ຄືຈຸດ​ຫ້ວຍ​ຈ​ຽມ, ສຸກ​ສາ​ລາ ແລະ​ ເມືອງ​ທຸ​ລະ​ຄົມເພື່ອ​ຄົ້ນ​ຫາ​ກໍ​ລະ​ນີ​ໃໝ່ ແລະ​ ໃຫ້​ບໍ​ລິ​ການ​ປິ່ນ​ປົວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້