​ແຂວງຄຳມ່ວນ ຕັ້ງເປົ້າເກັບລາຍຮັບບັນລຸ 707,2 ຕື້ກີບ ​ຫຼຸດ​ລົງ​ກວ່າ​ປີ​ກາຍ

ທີ່ພະແນກການເງິນແຂວງຄຳມ່ວນໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ຂຶ້ນໂດຍເປັນປະທານຂອງ ທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນແຂວງ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄໍາມ່ວນຜູ້ຊີ້ນຳວຽກງານເສດຖະກິດ, ມີບັນດາທ່ານຮອງເຈົ້າເມືອງຈາກ 10 ຕົວເມືອງ, ຕາງໜ້າພະແນກການທີ່ໄດ້ມອບພັນທະເຂົ້າງົບປະມານ, ຕາງໜ້າບັນດາຫ້ອງການການເງິນເມືອງ ແລະພະ ນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ .

ທ່ານ ບຸນເລັ່ງ ກຸນອາວົງ ກ່າວວ່າ: ປີ 2018 ແຜນງົບປະມານລາຍຮັບຂອງແຂວງຄໍາມ່ວນທີ່ໄດ້ຮັບມອບໝາຍທັງລາຍຮັບສູນກາງ ແລະລາຍຮັບທ້ອງຖິ່ນມີທັງໝົດຈໍານວນ 709,9 ຕື້ກີບ ໃນນັ້ນລາຍຮັບສູນກາງປະຕິບັດຢູ່ແຂວງ 387,4 ຕື້ກີບ ຊຶ່ງກວມເອົາຄ່າທໍານຽມວີຊາອາກອນ, ລາຍຮັບສູນກາງ (ພາ ສີ) ປະກອບມີດ່ານພາສີສາກົນຂົວມິດຕະພາບ 3, ດ່ານພາສີສາກົນນາເພົ້າ, ກອງກວດກາພາສີເຄື່ອນທີ່, ດ່ານທ້ອງຖິ່ນທ່າແຂກ, ດ່ານປະເພນີສ່ວນລາຍຮັບທ້ອງຖິ່ນ 322,5 ຕື້ກີບ ໃນນັ້ນກວມເອົາວຽກງານສ່ວຍສາອາກອນ, ຄຸ້ມຄອງຊັບສິນ ແລະ ຄຸ້ມຄອງລັດວິສາຫະກິດດ້ານລາຍຈ່າຍ.

ແນວໃດກໍດີທ່ານຫົວໜ້າພະແນກການເງິນກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີສາມາດ 716,8 ຕື້ກີບ ເທົ່າກັບ 100,97% ຂອງແຜນ ການປີຖ້າທຽບໃສ່ປີກ່ອນແມ່ນເພີ່ມຂຶ້ນ 11,60% ໃນນັ້ນລາຍຮັບສູນກາງ (ພາສີ) ປະຕິບັດໄດ້ 377,4 ຕື້ກີບ ອັນທີ່ພົ້ນເດັ່ນແມ່ນລາຍຮັບຈາກກອງກວ ດກາສາມາດປະຕິບັດໄດ້ 19,2 ຕື້ກີບ ຊຶ່ງລາຍຮັບດັ່ງກ່າວໄດ້ມາຈາກການແກ້ໄຂຄະດີພາຫະນະລົດລັກລອບນຳເຂົ້າໜີພາສີ,ລາຍຮັບທ້ອງຖິ່ນ 333,06 ຕື້ກີບ ເທົ່າກັບ 103,27% ຂອງແຜນການປີຖ້າທຽບໃສ່ໄລຍະດຽວຂອງປີກ່ອນແມ່ນເພີ່ມຂຶ້ນ 29,82%.

ດ້ານການຄຸ້ມຄອງລາຍຈ່າຍງົບປະມານປະຈໍາປີ 2018 ປະຕິບັດໄດ້ 550.474 ລ້ານກີບ ເທົ່າກັບ 97,21% ຂອງແຜນການປີທີ່ວາງໄວ້ 550,4 ຕື້ກີບ , ການເບີກຈ່າຍໄປຕາມແຜນການທີ່ສະພາອະນຸມັດຮັບຮອງຫຼີກເວັ້ນການຈ່າຍບໍ່ຖືກເປົ້າໝາຍຕາມການອະນຸມັດ, ໄດ້ຈັດລຽງບຸລິມະສິດໃນການເບີກຈ່າຍ ໂດຍຖືເອົາການເບີກຈ່າຍເງິນເດືອນ ແລະເງິນນະໂຍບາຍເປັນບຸລິມະສິດໜຶ່ງ, ການເບີກຈ່າຍເງິນເດືອນ, ເງິນອຸດໜູນຕ່າງໆ ແລະເງິນບໍລິຫານອື່ນໆແມ່ນໄດ້ປະຕິບັດສໍາເລັດທຸກຮ່ວງລາຍຈ່າຍ, ບໍ່ມີຄ້າງຈ່າຍຕາມການອະນຸມັດຂອງງົບປະມານ.

ສ່ວນປີ 2019 ແຜນງົບປະມານລາຍຮັບຂອງແຂວງຄໍາມ່ວນທີ່ໄດ້ຮັບມອບໝາຍທັງລາຍຮັບສູນກາງ ແລະ ລາຍຮັບທ້ອງຖິ່ນມີທັງໝົດຈໍານວນ 707,2 ຕື້ກີບທຽບໃສ່ປີ 2018 ຫຼຸດລົງ 0,38% ໃນນັ້ນລາຍຮັບສູນກາງປະຕິບັດຢູ່ແຂວງ 398,6 ຕື້ກີບ ຊຶ່ງກວມເອົາຄ່າທໍານຽມວີຊາອາກອນ 900 ລ້ານກີບ ແລະລາຍຮັບສູນກາງ (ພາສີ ) 397,7 ຕື້ກີບ ສັງລວມແລ້ວລາຍຮັບ 397,7 ຕື້ກີບ ຈາກພາສີທົ່ວແຂວງໄດ້ມາຈາກຄ່າຊັກພິເສດສົ່ງອອກ, ພາສີຂາເຂົ້າ, ສິນຄ້ານໍາເຂົ້າເພື່ອສົ່ງອອກຮ້ານປອດພາສີ , ຄ່າປັບໃໝ+ຂາຍເຄື່ອງຍືດ, ຄ່າທໍານຽມຕ່າງໆ.

ດ້ານລາຍຮັບທ້ອງຖິ່ນ 308,6 ຕື້ກີບ ທຽບໃສ່ປີ 2018 ແມ່ນຫຼຸດລົງ 4,30 % ໃນນັ້ນສ່ວຍສາອາກອນ 287,4 ຕື້ກີບ, ຄຸ້ມຄອງຊັບສິນ 20,9 ຕື້ກີບ ແລະ ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ .

ດ້ານລາຍຈ່າຍແຜນການລາຍຈ່າຍງົບປະມານປີ 2019 ມີ 571,5 ຕື້ກີບ ທຽບໃສ່ປີ 2018 ແມ່ນເພີ່ມຂຶ້ນ 1,43 %, ດຸ່ນດ່ຽງງົບປະມານລາຍຮັບຂອງແຂວງ 308,6 ຕື້ກີບ, ລາຍຈ່າຍຂອງແຂວງ 571,5 ຕື້ກີບ, ຂາດດຸ່ນ 262,8 ຕື້ກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...