ຊົມເຊີຍ! ງານມະຫະກຳຊັບສິນທາງປັນຍາ ຄັ້ງທີ 5 ຈັດຂຶ້ນ ທີ່ນະຄອນປາກເຊ

ທ້າຍອາທິດທີ່ຜ່ານມາ, ກົມຊັບສິນທາງປັນຍາຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດງານ ມະຫາກຳຊັບສິນ ທາງປັນຍາ ຄັ້ງທີ 5 ຂຶ້ນ ທີ່ນະຄອນປາກເຊ ແຂວງຈຳປາສັກ, ພາຍໃຕ້ຄຳຂວັນ “ເສີມສ້າງ ຊັບສິນທາງປັນຍາ ເພື່ອພັດທະນາ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແບບຍືນຍົງ”ແລະ ພິທີສະເຫລີມສະຫລອງ ວັນຊັບສິນ ທາງປັນຍາໂລກ ຄົບຮອບ 19 ປີ, ພາຍໃຕ້ຄຳຂວັນ “ຊັບສິນທາງປັນຍາ ແລະ ກິລາ ກ້າວຂຶ້ນ ສູ່ຫລຽນຄຳ” ໂດຍມີຈຸດປະສົງ ເພື່ອໂຄສະນາເຜີຍແຜ່, ຊຸກຍູ້ສົ່ງເສີມ ໃຫ້ເກີດມີຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງ, ສ້າງຈິດສຳນຶກ ໃນການນັບຖືສິດ ຂອງເຈົ້າຂອງຜົນງານ ແລະ ເຄື່ອນໄຫວ ໃນການບັງຄັບ ປະຕິບັດ ສິດຊັບສິນທາງປັນຍາ.

ທ່ານ ບົວສອນ ວົງສອນຄອນ ຮອງເຈົ້າແຂວງຈຳປາສັກ ກ່າວວ່າ: ງານມະຫາກຳ ຊັບສິນທາງປັນຍາ 2019 ນີ້, ມີບັນດາກິດຈະກຳ ແລະ ໂຄສະນາເຜີຍແຜ່ ຄວາມຮັບຮູ້ ຄວາມສຳຄັນ ດ້ານຊັບສິນ ທາງປັນຍາ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຊຶ່ງເຮັດໃຫ້ມວນຊົນ ໂດຍສະເພາະ ແມ່ນນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ, ນັກຮຽນຮູ້-ນັກສຶກສາ ໄດ້ຮັບຮູ້ ຂໍ້ມູນຂ່າວສານ ກ່ຽວກັບ ວຽກງານຄຸ້ມຄອງ ແລະ ການປົກປ້ອງ ຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວ ຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານ ອັນເປັນມູນເຊື້ອ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ພ້ອມກັນນີ້, ຍັງເປັນການສະແດງເຖິງ ການເຄົາລົບສິດ ແລະ ການປົກປ້ອງສິດ, ການປົກປ້ອງ ຜົນປະໂຫຍດ ຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ນັກປະດິດແຕ່ງ ເພື່ອຊຸກຍູ້ ສົ່ງເສີມ ຄວາມຄິດ ຂອງມວນມະນຸດ.

ໃນໄລຍະຜ່ານມາ ແຂວງຈຳປາສັກ ໄດ້ເອົາໃຈໃສ່ ບໍລິການດ້ານຊັບສິນ ທາງປັນຍາ ໃຫ້ແກ່ສັງຄົມ ເຊັ່ນ: ໃຫ້ຄຳປຶກສາ ແລະ ຮັບຄຳຮ້ອງຂໍ ຈົດທະບຽນເຄື່ອງໝາຍ ການຄ້າຫລາຍກວ່າ 15 ສະບັບ, ໄດ້ເປັນເຈົ້າການ ຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການປົກປ້ອງສິດ ຂອງເຈົ້າຂອງຊັບສິນ ທາງປັນຍາ ແລະ ນຳໃຊ້ ມາດຕະການ ຕໍ່ຜູ້ລະເມີດ 15 ກໍລະນີ ຊຶ່ງທັງໝົດນີ້ ໄດ້ເປັນສ່ວນໜຶ່ງ ໃນການປົກປ້ອງ ແລະ ສ້າງຄວາມຍຸຕິທຳ ກ່ຽວກັບຊັບສິນ ທາງປັນຍາ ອັນເປັນການປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ເຮັດໃຫ້ມີຄວາມຍຸຕິທຳ ໃນສັງຄົມຫລາຍຂຶ້ນ.

ທ່ານ ສຸລິອຸດົງ ສູນດາລາ ຮອງລັດທະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ ຢູ່ຂັ້ນສູນກາງ ກົມຊັບສິນທາງປັນຍາ ໄດ້ເຂົ້າຮ່ວມ ການເຄື່ອນໄຫວ ນຳບັນດາອົງການ ຊັບ ສິນທາງປັນຍາຂອງສາກົນຢ່າງຕັ້ງໜ້າ ເປັນຕົ້ນ ໜ່ວຍງານຊັບສິນ ທາງປັນຍາອາຊຽນ, ສົນທິສັນຍາ ປາຣີ, ສົນທິສັນຍາ ວ່າດ້ວຍການຮ່ວມດ້ານສິດທິບັດ, ສົນທິສັນຍາເບີນ, ອານຸສັນຍາມາດຣິດ. ສ່ວນຢູ່ຂັ້ນທ້ອງຖິ່ນ ແມ່ນໄດ້ ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ ວຽກຕາມການແບ່ງ ຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄດ້ດີຕະຫລອດມາ.

ງານຄັ້ງນີ້ ຈະເປັນເວທີອັນສຳຄັນ ເພື່ອຊຸກຍູ້ ສົ່ງເສີມວຽກງານ ຊັບສິນທາງປັນຍາ ຂອງແຂວງຈຳປາສັກ ກໍຄື ຂອງປະເທດເຮົາ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເພື່ອຫັນປະເທດ ໃຫ້ເປັນອຸດສາຫະກຳ ແລະ ທັນສະໄຫມເທື່ອລະກ້າວ, ເພື່ອແກ້ໄຂ ແລະ ຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕາມຄຳຂວັນທີ່ວ່າ “ສົ່ງເສີມຊັບສິນທາງປັນຍາ ເພື່ອພັດທະນາ ເສດຖະກິດ-ສັງຄົົມ ແລະ ວັດທະນະທຳແບບຍືນຍົງ”.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.