Monday, November 10, 2025
Kbank Laos โอน รับ จ่าย

ງົດງາມຫຼາຍ! ງານອະລັງການດອກຈຳປາບານ ປະສານສາຍໃຈຊາວຫນຸ່ມອາຊຽນ

ສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດລາວ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບເຈົ້າຂອງສວນຈຳປາມຸງຄຸນ ໄດ້ຈັດງານອະລັງການຈຳປາບານ ປະສານສາຍໃຈຊາວຫນຸ່ມອາຊຽນ ຄັ້ງທຳອິດຂຶ້ນທີ່ສວນດັງກ່າວ ຢູ່ບ້ານນາແຄຄຳ, ເມືອງໄຊທານີ ນະຄອນຫລວງວຽງຈັນ.

ໂດຍມີຈຸດປະສົງ ເພື່ອເປັນການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ທັງເປັນການເປີດກວ້າງສາຍພົວພັນ ການຮ່ວມມືຂອງບັນດານັກທຸລະກິດ ແລະ ຜູ້ປະກອບການໄວໜຸ່ມລາວ ກັບບັນດາປະເທດອາຊຽນ ກໍຄືສາກົນ.

ທ່ານ ດຣ. ນາງອຸດທະກີ ຈຸນລະມະນີຄຳຜຸຍ ເຈົ້າຂອງສວນຈຳປາມຸງຄຸນ ກ່າວວ່າ: ງານຄັ້ງນີ້ ຍັງເປັນການພົບປະ ແລກປ່ຽນບົດຮຽນ ຂອງບັນດາຜູ້ປະກອບການໜຸ່ມ ທາງດ້ານທຸລະກິດສິນຄ້າ ພ້ອມທັງ ອະນຸຮັກວັດທະນະທຳ ອັນດີງາມຂອງຊາດລາວເຮົາ ໂດຍສະເພາະແມ່ນດອກຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດລາວ ໃຫ້ຄຽງຄູ່ຢູ່ກັບ ຄົນລາວຕະຫລອດໄປ.

ເມືອງລາວ ຖືກຂະໜານນາມວ່າ ດິນແດນຈຳປາ ແລະ ດອກຈຳປາ ກໍເປັນດອກໄມ້ປະຈຳຊາດລາວ ແລະ ທີ່ສຳ ຄັນເຮົາມີບົດເພັງ ຈຳປາເມືອງລາວ ເຊິ່ງມີເນື້ອໃນບາງຕອນກ່າວໄວ້ວ່າ “ສວນດອກຈຳປາ ບິດາປູກໄວ້ຕັ້ງແຕ່ນານມາ” ເຊິ່ງມີຫລາຍຄົນຖາມວ່າສວນນັ້ນມັນຢູ່ໃສ ເພາະຢູ່ລາວ ຍັງບໍ່ທັນມີສວນດອກຈຳປາ. ນີ້ກໍຄືແຮງບັນດານໃຈທີ່ຂ້າພະເຈົ້າ ແລະຄອບຄົວໄດ້ຕັດສິນໃຈສ້າງສວນປູກຕົ້ນຈຳປາ ນີ້ຂຶ້ນມາ ເພື່ອໃຫ້ລູກຫລານໄດ້ເຫັນ ແລະ ໄດ້ສຶກສາຄົ້ນຄວ້າໃນອະນາຄົດ.

ທ່ານ ດຣ. ນາງອຸດທະກີ ຈຸນລະມະນີຄຳຜຸຍ ບອກຕື່ມວ່າ: ຕົນເອງໄດ້ເລີ່ມປູກຕົ້ນຈຳປາ ມາແຕ່ປີ 2007 ມີທັງໝົດ 5.000-7.000 ຕົ້ນ, ດອກຈຳປາ ຈະເລີ່ມບານໃນລະຫວ່າງ ເດືອນມີນາ ແລະເມສາ ຂອງທຸກໆປີ, ດອກຈຳປາ ທີ່ນຳມາປູກໃນສວນ ມີຫລາຍກວ່າ 250 ສາຍພັນ ທີ່ມາຈາກຫລາຍປະເທດ ທົ່ວໂລກ ແລະ ໄດ້ເປີດໃຫ້ມວນຊົນ ເຂົ້າຊົມໃນ ປີ 2015 ໂດຍມີຜູ້ເຂົ້າມາຊົມ ມື້ທຳອິດຫລາຍກວ່າ 2 ພັນຄົນ ເຊິ່ງມີທັງແຂກພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນ ມີຜູ້ເຂົ້າມາຊົມສວນ ດັ່ງກ່າວຫລາຍກວ່າ 4 ໜື່ນຄົນ.

ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິ ວັດລາວ ກ່າວວ່າ: ການຈັດງານຄັ້ງນີ້ ແມ່ນມີຄວາມສຳຄັນຫລາຍ ຕໍ່ບັນດາ ນັກທຸລະກິດ ຂະໜາດນ້ອຍຂອງລາວ ໃນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອເປັນການຕໍ່ຍອດ ຫລື ເພີ່ມທະວີການປະຕິ ບັດແນວທາງນະໂຍບາຍຂອງພັກ ກໍຄືຂອງລັດຖະບານ ໃນການສົ່ງເສີມ ບັນດານັກທຸລະກິດໜຸ່ມຂອງລາວ ໃຫ້ສາມາແຂ່ງຂັນ ກັບບັນດາ ນັກທຸລະກິດ ປະເທດອາຊຽນ ກໍຄືພາກພື້ນ ແລະ ສາກົນ ເພື່ອກະຕຸ້ນເສດຖະກິດຂອງລາວ ໃຫ້ນັບມື້ດີຂຶ້ນ ພ້ອມທັງເປັນການສົ່ງເສີມ ທຸລະກິດການທ່ອງທ່ຽວ ຂອງລາວໄປພ້ອມໆກັນ ເພາະຊາວໜຸ່ມ ເປັນກຳລັງແຮງ ເປັນໜໍ່ແໜງ ຂອງການປົກປັກຮັກສາ ແລະ ສືບທອດພາລະກິດ ພັດທະນາປະເທດຊາດ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວ.

ໃນງານຜູ້ເຂົ້າຮ່ວມ ຍັງໄດ້ພົບກັບການສະແດງ ທີ່ຫນ້າຕື່ນຕາຕື່ນໃຈ ເປັນຕົ້ນ ການສະແດງເທັກຄອນໂດ, ການເດີນແບບຈາກສິ່ງເສດເຫລືອ ຈາກນ້ອງນັກຮຽນ ໂຮງຮຽນຈອມຄຳ, ການສອນເຮັດ ເຄັກ ແລະ ຂະຫນົມ, ການແຕ້ມຮູບ ແລະ ປະມູນຮູບພາບຈາກ ນັກສິລະປິນລາວ ແລະ ການສະ ແດງຂອງວົງດົນຕີດ່ານຊ້າງ.

ທີ່ມາ: ສຳນັກຂ່າວສານປະທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.