Sunday, January 19, 2025

ນັກຮຽນເກັ່ງເພດຍິງ,ຜູ້ດ້ອຍໂອກາດ ຈະໄດ້ຮັບເບ້ຍລ້ຽງຈາກລັດຖະບານ

ອີງຕາມຂໍ້ມູນຈາກ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ ສຳລັບປີ 2019 ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ການຂະຫຍາຍໂອກາດການເຂົ້າຮຽນຂອງ ນັກຮຽນໃນສະຖາບັນການສຶກສາຊັ້ນສູງ, ຈະສືບຕໍ່ ປະຕິບັດນະໂຍບາຍໃຫ້ທຶນການສຶກສາ ແກ່ນັກຮຽນເກັ່ງ ເພດຍິງ ແລະ ຜູ້ດ້ອຍໂອກາດຈາກຄອບຄົວທຸກຍາກ ຊຶ່ງຈຳນວນ 20% ແມ່ນໄດ້ຮັບເບ້ຍລ້ຽງຈາກລັດຖະບານ ໃນນີ້ 10% ແມ່ນຈະມອບໃຫ້ມະຫາວິທະຍາໄລ ຄົ້ນຄວ້າ ຄັດ ເລືອກ ແລະ ອີກ 10% ຈະມອບໃຫ້ພະແນກ ສຶກສາທິການ ແລະ ກິລາ.

ແຕ່ລະແຂວງຄົ້ນຄວ້າ ຄັດເລືອກ ແລະ 80% ແມ່ນຈ່າຍຄ່າຮຽນ ໂດຍການສອບເສັງລະດັບຊາດ, ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືກັບຕ່າງປະເທດ ລະຫວ່າງນັກສຶກສາ ຄູ-ອາຈານ ເພື່ອພັດທະນາການ ສຶກສາຊັ້ນສູງ ໃຫ້ມີ ຄຸນນະພາບກ້າວສູ່ຂົງເຂດ ແລະ ສາກົນ, ສືບຕໍ່ປະເມີນ ບັນດາວິທະຍາໄລ ຕິດຕາມການສອບເສັງເຂົ້າຮຽນ ມະຫາ ວິທະຍາໄລ 4 ແຫ່ງ ແລະ ສະຖາບັນການສຶກສາຊັ້ນສູງ ແຫ່ງຕ່າງໆ ປະຈຳສົກສຶກສາ 2019-2020 ແລະ ອື່ນໆ.

ປັດຈຸບັນທົ່ວປະເທດມີສະຖາບັນການສຶກສາຊັ້ນສູງ 80 ແຫ່ງ ໃນນີ້ ພາກລັດ 21 ແຫ່ງ ເອກະຊົນ 59 ແຫ່ງ.

ທີ່ມາ:
https://www.laothai.net


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: