Friday, March 21, 2025

ເບຍລາວ ເຊັນສັນຍາຊື້ເຂົ້າຈ້າວ 6.500 ໂຕນ ກັບ ສະມາຄົມເຂົ້າລາວນະຄອນຫລວງວຽງຈັນເພື່ອຜະລິດເບຍ

ບໍລິສັດ ເບຍລາວ ຈຳກັດ ໄດ້ເຊັນສັນຍາຊື້-ຂາຍ ເຂົ້າຈ້າວ ກັບສະມາຄົມເຂົ້າລາວນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 10 ພຶດສະພາ 2019. 

ຕາງໜ້າບໍລິສັດເບຍລາວຮ່ວມເຊັນສັນຍາໃນຄັ້ງນີ້ ມີທ່ານ ເຮັນຣິກ ແອນເດີຊັນ (Henrik Andersen) ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ຕາງໜ້າສະມາຄົມເຂົ້າລາວນະຄອນຫຼວງວຽງຈັນ ມີ ນາງ ຈັນເພັງ ແສງທະວີ, ນາງ ທີບເກສອນ ໂພທິຍາໄລ ແລະ ນາງ ວະນິດາ ທົງມະນີຈັນ, ມີຫົວໜ້າກົມປູກຝັງ ກະຊວງ ກະສິກຳ ແລະ ປ່າໄມ້, ພະແນກກະສິກຳແລະ ປ່າໄມ້ ນະຄອນຫລວງວຽງຈັນ ແລະ ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳກັດ, ທ່ານ ສູນທອນ ສີຣິສັກ ຮອງຜູ້ອຳນວຍການ ແລະ ທ່ານ ດັນແຄນ ໂຄຣ (Duncan Crow) ຜູ້ອຳນວຍການຝ່າຍຊັບພຣາຍເຊນ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຊື້-ຂາຍເຂົ້າຈ້າວເພື່ອນຳມາຜະລິດເບຍໃນຄັ້ງນີ້ ແມ່ນປະຕິບັດນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ກ່ຽວກັບການສົ່ງເສີມ ແລະ ນໍາໃຊ້ສິນຄ້າ ກໍຄືຜົນຜະລິດຕະພັນພາຍໃນປະເທດໃຫ້ມີຄວາມຫລາກຫລາຍ ແລະ ເປັນການສົ່ງເສີມ ຊາວນາ ດ້ວຍການຊື້ເຂົ້າທີ່ເປັນຜົນຜະລິດພາຍໃນປະເທດມາເປັນວັດຖຸດິບ ໃຫ້ແກ່ການຜະລິດເບຍ.

ປັດຈຸບັນບໍລິສັດເບຍລາວຈຳກັດແມ່ນມີຄວາມຕ້ອງການເຂົ້າຈ້າວເມັດຫັກເພື່ອມາເປັນສ່ວນປະກອບເຂົ້າ ໃນການຜະລິດເບຍປີ້ໜຶ່ງປະມານ 20.000ໂຕນ. ແຕ່ເຊັນຍາຊື້ຂາຍເຂົ້າຈ້າວກັບສະມາຄົມເຂົ້າລາວ ນະຄອນຫລວງ ວຽງຈັນໃນຄັ້ງນີ້ຈຳນວນ 6.500 ໂຕນ, ຖ້າລວມກັນກັບເຊັນສັນຍາກັບຜູ້ສະໜອງເຂົ້າຢູ່ແຂວງຈຳປາສັກຈຳນວນ 1.400 ໂຕນ ກໍເປັນທັງໝົດ 7.900ໂຕນ ມີມູນຄ່າປະມານ 26,2 ຕື້ກີບ.

ພ້ອມນີ້; ທັງບໍລິສັດ ເບຍລາວ ຈຳກັດ ຈະສືບຕໍ່ປະສານງານກັບພາກສ່ວນກ່ຽວຂ້ອງເພື່ອນຳໃຊ້ເງິນທີ່ບໍລິສັດ ຄາລສເບີກ ປະກອບສ່ວນ 3 ລ້ານໂດລາ ສະຫະລັດເຂົ້າໃນວຽກງານເພີ້ມປະສິດທິພາບ ແລະ ສະມັດຕະພາບຂອງການຜະລິດເຂົ້າອິກດ້ວຍ.

ທີ່​ມາ: ຂ່າວ​ສານ​ປະ​ເທດ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່