ອີຊູຊຸລາວ ເປິດໂຕ “New! Isuzu 1.9 Ddi Blue Power” ພ້ອມແນະນຳລົດລຸ້ນໃໝ່ຫຼ້າສຸດ​ ທີ່ໃຊ້ເຄື່ອງຈັກດີເຊວ 1,900 ຊີຊີ

ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ຜູ້ຈັດຈຳໜ່າຍລົດອີຊູຊຸຢ່າງເປັນທາງການ ໃນ ສປປ ລາວ ເດີນໜ້າສົ່ງຕໍ່ຄວາມສຳເລັດອັນຍິ່ງໃຫຍ່ຂອງສຸດຍອດຂຸມພະລັງໃໝ່ “New! Isuzu 1.9 Ddi Blue Power” ຂີດສຸດແຫ່ງເທັກໂນໂລຢີສູ່ຕະຫຼາດລົດຍົນ ສປປ ລາວ. ໂດຍການ ແນະນຳລົດລຸ້ນໃໝ່ຫຼ້າສຸດທັງລົດກະບະ “ອີຊູຊຸດີແມັກ” ແລະ ລົດອະເນກປະສົງ “ອີຊູຊຸມິວ-ເອັກ” ທີ່ໃຊ້ເຄື່ອງຈັກດີເຊວ 1,900 ຊີຊີ, ມາດຕະຖານໃໝ່ຂອງເຄື່ອງຈັກທີ່ດີເລີດໃນທຸກດ້ານ, ໃຫ້ກຳລັງເຄື່ອງຈັກສູງສຸດ, ຄ່າມົນລະພິດຕ່ຳສຸດ ແລະ ປະຢັດນ້ຳມັນສູງສຸດ.

ທ່ານ ໂທຊິອາກິ ມາເອຄາວະ ກຳມະການຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຈຳກັດ ກ່າວວ່າ: “ອີຊູຊຸມີຄວາມຍິນດີເປັນຢ່າງຍິ່ງ ໃນການນຳສົ່ງສຸດຍອດ ເທັກໂນໂລຢີລ້ຳອະນາຄົດຂອງເຄື່ອງຈັກຍອດນິຍົມອີຊູຊຸ 1.9 ດີດີໄອ ບລູພາວເວີ, ທີ່ຜ່ານການພິສູດສະມັດຖະນະຄວາມທົນທານຂອງເຄື່ອງຍົນ “ອີຊູຊຸ 1.9 ດີດີໄອ ບລູພາວເວີ” ຄັ້ງທຳອິດຂອງໂລກທີ່ຈັດຂຶ້ນເມື່ອທ້າຍປີ 2015 ແລ່ນຕໍ່ເນື່ອງ ໝົດມື້! ໝົດຄືນ! ໂດຍບໍ່ດັບເຄື່ອງຍົນຜ່ານ 3 ປະເທດ: ໄທ, ລາວ ແລະ ສິ້ນສຸດທີ່ເມືອງອຸຣຸມຊີ (Urumqi), ເຂດປົກຄອງຕົນເອງຊິນຈຽງ (Xingjiang) ປະເທດຈີນ​ ໃນໄລຍະທາງ 5,755 ກິໂລແມັດ​ ແລະ​ ເພື່ອໃຫ້ກ້າວສູ່ມາດຕະຖານໃໝ່ ທີ່ເໜືອກວ່າທຸກສະຖິຕິເດີມ ໂດຍມີເປົ້າໝາຍ 3 ປະການຫຼັກຄື: ກຳລັງເຄື່ອງຈັກສູງສຸດ, ຄ່າມົນລະພິດຕ່ຳສຸດ ແລະ ປະຢັດນ້ຳມັນສູງສຸດ ຈະສາມາດຕອບໂຈດການໃຊ້ງານ ແລະ ເພີ່ມຄວາມຄຸ້ມຄ່າໃຫ້ແກ່ຜູ້ໃຊ້ລົດໃນປະເທດລາວໄດ້ເປັນຢ່າງດີ

ເພື່ອເປັນການ ສະເຫຼີມສະຫຼອງການແນະນຳລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ລຸ້ນໃໝ່ຫຼ້າສຸດນີ້.​ ອີຊູຊຸໄດ້ຈັດງານ Isuzu Wonderful Day ໃນວັນທີ 11-12 ພຶດສະພານີ້ ເພື່ອມອບສິດທິສຸດພິເສດຄື:


∙ ອັດຕາດອກເບ້ຍພຽງ 0.49% ແລະ ຟຣີປະກັນໄພ
∙ ພິເສດ! ຮັບສະຕິກເກີຕິດລົດອີຊູຊຸ 1.9 ດີດີໄອ ບລູພາວເວີ, ເມື່ອຊື້ລົດອີຊູຊຸດີແມັກ 1.9 ດີດີໄອ ບລູພາວເວີ
∙ ຮັບທັນທີ! ຕຸກກະຕາໝີອີຊູຊຸ ເມື່ອທົດລອງຂັບ ແລະ​ ກະເປົາອີຊູຊຸສຳລັບລູກຄ້າທີ່ຈອງ
∙ ລຸ້ນຮັບໂຊກໃຫຍ່ຄຳ 2 ຕໍ່: ຕໍ່ທີ 1 ລຸ້ນຮັບຄຳ ຈຳນວນ 9 ລາງວັນ, ນ້ຳໜັກຄຳລວມ 19 ບາດ ພາຍໃນງານ
ພິເສດ! ລຸ້ນຮັບຄຳຕໍ່ທີ 2 ຈຳນວນ 10 ລາງວັນ, ນ້ຳໜັກຄຳລວມ 100 ບາດ ແລະ ສິດທິພິເສດລຸ້ນຮັບເຄື່ອງໃຊ້ໄຟຟ້າອື່ນໆ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...