ສຶກສາສາດ ຍົກລະດັບຄວາມຮູ້ທາງດ້ານມາລະຍາດທາງສັງຄົມ ໃຫ້ແກ່ ຄູ-ອາຈານ ແລະນັກສຶກສາ

ເພື່ອເຮັດໃຫ້ຄູ-ອາຈານ ແລະນັກສຶກສາມີຄວາມເຂົ້າໃຈ ແລະເຫັນໄດ້ເຖິງຄວາມຈຳເປັນຂອງມາລະຍາດຂອງສັງຄົມທີ່ຕ້ອງໄດ້ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນຂອງຕົນໄດ້ດີຂຶ້ນ.

ທີ່ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທິຝຶກອົບຮົມມາລະຍາດທາງສັງຄົມ, ວັດທະນະທຳ ແລະຮີດຄອງປະເພນີໃຫ້ແກ່ນັກສຶກສາຂອງຄະນະຕົນ, ຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ.

ໂດຍການໃຫ້ກຽດເຂົ້າຮ່ວມເປີດຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ, ໃຫ້ກຽດບັນ ຍາຍໂດຍທ່ານ ຮສ. ອາລຸນ ສີລັດຕະນະກຸນ ອະດີດຄະນະບໍດີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າຈາກຫ້ອງການຄຸ້ມຄອງນັກສຶກສາ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ຄະນະສຶກສາສາດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ. ອາລຸນ ສີລັດຕະນະກຸນ ກໍ່ໄດ້ບັນຍາຍຜ່ານຫຼາຍຫົວຂໍ້ເປັນຕົ້ນແມ່ນ ກິລິຍາມາລະຍາດ, ວັດທະນະທຳໃນການພົວພັນສັງຄົມ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ແລະວິທີການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ.

ໂດຍສະເພາະແມ່ນ ມາລະຍາດທາງສັງຄົມທີ່ນໍາໃຊ້ໃນຊີວິດປະຈໍາວັນ, ທ່ານໄດ້ອະທິບາຍລວມກ່ຽວກັບຫົວຂໍ້ມາລະຍາດທາງສັງຄົມຊຶ່ງມີຄວາມໝາຍຄວມສຳຄັນຢ່າງກ້ວາງຂວາງ ທີ່ຕິດພັນກັບການສຶກສາ ແລະມີຄວາມສຳຄັນຕໍ່ຄົນໃນສັງຄົມຊຶ່ງຈະຕ້ອງໄດ້ສະແດງອອກ ການຝຶກຫັດໃຫ້ກາຍເປັນແບບແຜນຄວາມຊິນເຄີຍ ແລະເປັນນິດໄສໃຈຄໍ.

ການຮັກສາກິລິຍາມາລະຍາດໃຫ້ສຸພາບຮຽບຮ້ອຍໃຫ້ກາຍເປັນຫຼັກການ ແລະມາດຕະຖານໜຶ່ງຂອງຄົນໃນສັງຄົມ, ໂດຍສະເພາະຕໍ່ນັກສຶກສາ, ນັກຮຽນຮູ້ປັນຍາຊົນ ຍິ່ງມີຄວາມຈຳເປັນຈະຕ້ອງໄດ້ໃສ່ໃຈໃນມາລະຍາດ ແລະມະນຸດສຳພັນອີກດ້ວຍ, ເພາະມາລະຍາດສັງຄົມ ແລະມະນຸດສຳພັນ ມັນເປັນເຄື່ອງມືທີ່ສຳຄັນ ໃນການຕັດສິນຜົນໄດ້-ຜົນເສຍໃນການພົວພັນຂອງມວນມະນຸດດ້ວຍກັນ.

ໃນພິທີ, ຍັງມີການສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນອີກດ້ວຍ ໂດຍສະເພາະແມ່ນບາງບັນຫາກ່ຽວກັບມາລະຍາດທາງສັງຄົມ ເປັນຕົ້ນແມ່ນມາລະຍາດໃນການຟ້ອນລໍາວົງລາວ, ມາລະຍາດໃນການຈັບມື ແລະລວມເຖິງມາລະຍາດອຶ່ນໆ ທັງນີ້ກໍເພື່ອໃຫ້ ຄູ-ອາຈານ ແລະນັກສຶກສາໄດ້ມີຄວາມເຂົ້າໃຈ ແລະປະພຶດຕົນໃຫ້ຖືກຕ້ອງຕາມມາລະຍາດຂອງສັງຄົມ ກໍຄືວັດທະນະທໍາອັນດີງາມຂອງຊາດລາວເຮົາອີກດ້ວຍ.

ທີ່ມາ: https://www.nuol.edu.la

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...