Wednesday, July 9, 2025
Kbank Laos โอน รับ จ่าย

ສະຫຼຸບ: ຊິ້ນສ່ວນ ຈາກໂຄງການອະວະກາດຈີນ ຕົກໃສ່ຫຼາຍເຂດໃນພາກໃຕ້ຂອງລາວ

ຊິ້ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ຕົກ​ໃສ່​ພາກ​ໃຕ້​ຂອງ​ລາວ ແລະ​ພາກ​ເໜືອຂອງກຳ​ປູ​ເຈຍ.

ລາຍ​ງານ​ຂ່າວ​ແຈ້ງວ່າ ເສດ​ຊິ້ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ໄດ້​ຕົກ​ໃສ່​ຫຼັງ​ຄາ​ເຮືອນ​ ແລະ​ເດີ່ນ​ບ້ານຂອງ​ປະ​ຊາ​ຊົນ​ ທີ່​ບ້ານ​ທົ່ງ​ເສັດ ເມືອງ​ປາ​ກ​ຊ່ອງ ແຂວງ​ຈຳ​ປາ​ສັກແລະ​ຢູ່​ອີກ​ບ່ອນ​ນຶ່ງ ແມ່ນ​ຕົກ​ໃສ່​ເດີ່ນ​ໂຮງ​ຮຽນ ​ທີ່​ບ້ານ​ໜອງຕົມ ເມືອງ​ເລົ່າ​ງາມແຂວງ​ສາ​ລະ​ວັນ ເມື່ອຕອນ​ແລງ​ຂອງ​ວັນ​ທີ 23 ພຶດ​ສະພາ ຜ່ານ​ມາ.

ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມ​ອອນ​ລາຍ​ນ໌ Space Daily ທີ່ອອກໃນວັນທີ 27 ພຶດສະພາແຈ້ງວ່າ ເສດຊິ້ນສ່ວນເຫຼົ່ານັ້ນ ອາດ​ເປັນ​ຂອງ​ດາວ​ທຽມ Yaogan-33 ທີ່​ສົ່ງ​ຂຶ້ນ​ສູ່​ອະວະກາດ ໂດຍຈະຫຼວດ Long March-4C ໃນ​ຕອນ​ເຊົ້າ​ ວັນ​ພະ​ຫັດແລ້ວ.

ລາຍງານແຈ້ງວ່າ ຈະຫຼວດທ່ອນທີນຶ່ງ​ແລະ​ທີ​ສອງ​ ໄດ້​ເຮັດ​ວຽກ​ຢ່າງ​ເປັນ​ປົກ​ກະ​ຕິ ແຕ່ທ່ອນທີ 3 ໄດ້ມີບັນຫາ.

ເສດ​ຊິ້ນ​ສ່ວນ​ເຫຼົ່າ​ນີ້ ອາດ​ເປັນ​ຂອງ​ຈະ​ຫຼວດ​ທ່ອນ​ທີ​ສາມ ​ແລະ​ດາວ​ທຽມ​ໜ່ວຍດັ່ງ​ກ່າວ.

ກ່ອນ​ໜ້ານີ້ ທາງ​ກະ​ຊວງ​ໂຍ​ທາ​ທິ​ການ​ ແລະ​ຂົນ​ສົ່ງ​ຂອງ​ລາວ ກໍ​ໄດ້​ອອກ​ແຈ້ງການ​ສະ​ບັບ​ນຶ່ງ​ ໄປ​ຍັງ​ຫ້າ​ແຂວງ​ພາກ​ໃຕ້​ ຮວມ​ມີ ຈຳ​ປາ​ສັກ ສາ​ລະ​ວັນ ອັດ​ຕະປື ເຊກອງແລະ​ສະ​ຫວັນ​ນະ​ເຂດ ວ່າ ອາດຈະ​ມີ​ຊິ້​ນ​ສ່ວນ​ຈາກ​ໂຄງ​ການ​ອະ​ວະ​ກາດ​ຈີນ ​ຕົກ​ໃນເຂດ​ດັ່ງ​ກ່າວ ແລະ​ຖ້າ​ຫາກ​ມີ​ຄວາມ​ເສຍ​ຫາຍ​ໃດໆ ຈີນ​ຈະ​ເປັນຜູ້​ຮັບ​ຜິດ​ຊອບ​ທັງ​ໝົດ.

ເວ​ລານີ້ ເຈົ້າ​ໜ້າ​ທີ່​ລາວ​ ພວມກວດ​ສອບ ​ແລະເກັບ​ເອົາ​ເສດ​ຊິ້ນ​ສ່ວນ​ທັງ​ໝົດ ​ຂອງດາວ​ທຽມ​ຈີນ ເພື່ອ​ໄວ້​ເປັນ​ຂໍ້​ມູນ ​ແລະ​ ລາຍ​ງານ​ໃຫ້​ຂັ້ນ​ເທິງ​ໄດ້​ຊາບ.

ແຫຼ່ງຂໍ້ມູນ: Aero Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.