ລາວ-​ຈີນ ຈັດ​ງານປາຖະກະຖາການທ່ອງທ່ຽວ ​ເພື່ອ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື

ກົມໂຄສະນາການທ່ອງທ່ຽວ ກະຊວງຖະ​ແຫລງຂ່າວ ວັດທະນະ​ທໍາ ​ແລະ​ທ່ອງ​ທ່ຽວ ​ແຫ່ງ ສປປ ລາວ ຮ່ວມ​ກັບ  ຮ່ວມກັບ ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະທ່ອງທ່ຽວ ແຂວງເສສວນ ສປ ຈີນ ຈັດງານປາຖະກະຖາການທ່ອງທ່ຽວ ແນ່ໃສ່ເປີດກວ້າງດ້ານການທ່ອງທ່ຽວລາວ-​ຈີ​ນ ແລະເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ ກໍຄືການແລກປ່ຽນທາງດ້ານວັດທະນະທຳຂອງສອງປະເທດ

ງານ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 30 ພຶດສະພາ 2019 ທີ່ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍການເຂົ້າຮ່ວມຂອງທ່ານ ບູນລັບ ດວງພູມີ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ເຕົ້າ ເຫວີຍປິງ (DOU WEIPING), ຫົວໜ້າພະແນກວັດທະນະທຳ ແລະທ່ອງທ່ຽວ ແຂວງເສສວນ, ສປ ຈີນ, ທ່ານ ນາງ ຕິ່ງຊິ່ງ ຫົວຫນ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ,  ມີບັນດາທ່ານ​ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຈາກກະຊວງ ຖວທ ແລະກະຊວງອ້ອມຂ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບູນລັບ ດວງພູມີ ໃຫ້ຮູ້ວ່າ ລາວ ແລະສປ ຈີນ ເປັນປະເທດທີ່ມີຊາຍແດນຕິດຈອດກັນ ແລະເປັນພີ່ເປັນນ້ອງຮ່ວມຊະຕາກຳອັນດຽວກັນມາແຕ່ສະໄໝດຶກດຳບັນ. ທັງສອງປະເທດໄດ້ມີການພົວພັນກັນຢ່າງສະໜິດແໜ້ນທາງ ດ້ານການເມືອງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມມາເປັນເວລາຫຼາຍປີແລ້ວ. ດ້ານການທ່ອງທ່ຽວ ລາວ ແລະຈີນ ໄດ້ມີການຮ່ວມມືກັນຢ່າງຕໍ່ເນື່ອງ ນັບທັງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ​ເຊັ່ນ ການ​ເປີດ​ຖ້ຽວຈາກ​ລາວ ຫາບາງແຂວງຂອງຈີນ ຄື: ກວາງໂຈ, ໜານນິງ, ຄຸນໝິງ, ປັກກິ່ງ ແລະອື່ນໆ. ນອກນັ້ນ ໃນມໍ່ໆນີ້, ທັງສອງປະເທດກໍຈະໄດ້ນຳໃຊ້ເສັ້ນທາງສາຍໃໝ່ນັ້ນກໍຄື ເສັ້ນທາງລົດໄຟຄວາມໄວສູງ ລາວ-​ຈີນ ເຊິ່ງຈະເປັນການ ອຳນວຍຄວາມສະດວກໃນການເດີນທາງໄປມາ-ຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ກໍຄື ນັກທ່ອງທ່ຽວລາວ-ຈີນ ແລະສາກົນໃນອານະຄົດ.

ສະພາະງານປາຖະກະຖາຄັ້ງ​ນີ້ ​ໄດ້​ຮັບ​ຟັງ​ການ​ບັນ​ຍາ​ຈາກ​ທ່ານ ກູ້ຊ່ຽງກັ່ງ ໂດຍຜ່ານປະສົບການຕົວຈິງດ້ານການທ່ອງທ່ຽວຂອງ ແຂວງເສສວນ-ສປ ຈີນ ເພື່ອຊອກຫາ “ກຸນແຈຄໍາ” ໃນການພັດທະນາດ້ານການທ່ອງທ່ຽວຂອງລ, ຮ່ວມແບ່ງປັນຕະຫຼາດທີ່ຍິ່ງໃຫຍ່ຂອງນັກທ່ອງທ່ຽວຈີນທີ່ເດີນທາງອອກຕ່າງປະເທດ, ຮ່ວມແລກປ່ຽນປະສົບການດ້ານການບໍລິການແກ່ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າ ສປ ຈີນ ນໍາ​ອີກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...