ສະຖາບັນເຕັກໂນໂລຊີ ເປີດການນຳໃຊ້ປື້ມແບບເອເລັກໂຕຼນິກ (E-Book) ອ່ານໜັງສືທາງອອນລາຍແບບງ່າຍໆ!

ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະເອເລັກໂຕຼນິກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ​ໄດ້ເປິດການນຳໃຊ້ປື້ມແບບເອເລັກໂຕຼນິກ (E-Book) ຢ່າງເປັນທາງການໃນວັນທີ 30 ພຶດສະພາ 2019, ທີ່ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນພ້ອມດ້ວຍບັນດາແຂກຖືກເຊີນຈາກສະຖາບັນການຄົ້ນຄວ້າ, ສຶກສາ ພ້ອມດ້ວຍນ້ອງນ້ອຍນັກຮຽນເຍົາວະຊົນເຂົ້າຮ່ວມ.

ທ່ານ ວິລະສັກ ອິນທະປະຖາ, ຫົວໜ້າສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະເອເລັກໂຕຼນິກ ກ່າວວ່າ: ການເປີດໂຕເວັບໄຊ໌ປື້ມເອເລັກໂຕຼນິກ ແລະການນໍາໃຊ້ປື້ມແບບເອກະເລັກໂຕຼນິກ ແມ່ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃຫ້ທັນກັບຍຸກສະໄໝ ໂດຍສະເພາະໃນຍຸກດິຈິຕ໋ອນ, ພຶດຕິກໍາການດຳລົງຊີວິດຂອງມະນຸດໄດ້ຖືກປະຕິຮູບຕາມວິວັດທະນາການຂອງເຕັກໂນໂລຊີ ເພາະເຕັກໂນໂລຊີ ສາມາດຕອບສະໜອງຄວາມຕ້ອງການຂອງມະນຸດ. ພຶດຕິກຳການຮຽນຮູ້ຂອງຄົນເຮົາຈາກຮູບແບບປື້ມ ມາເປັນຮູບແບບເອເລັກໂຕຼນິກ ໃນຍຸກດິຈິຕ໋ອນ, ອິດທິພົນຂອງ ດິຈິຕ໋ອນໄດ້ເຮັດໃຫ້ຫຼາຍປະເທດຕ້ອງໄດ້ປະຕິຮູບການສຶກສາ ເພື່ອກ້າວໃຫ້ທັນກັບການປ່ຽນແປງຂອງເຕັກໂນໂລຊີ.

ດັ່ງນັ້ນ, ສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ ຈຶ່ງໄດ້ຈັດທຳປື້ມແບບເອເລັກໂຕຼນິກ ເພື່ອຫັນເອົາລະບົບຂໍ້ມູນປື້ມຕຳລາຮຽນສາຂາວິຊາຕ່າງໆ, ບົດຄົ້ນຄວ້າວິໄຈຂອງບັນດານັກຄົ້ນຄວ້າ, ຄູ-ອາຈານ, ບົດໂຄງການຈົບຊັ້ນຂອງນັກສຶກສາໃນແຕ່ລະປີ, ເອກະສານ ແລະປື້ມຕ່າງໆ ໃຫ້ມາເປັນຮູບແບບເອເລັກໂຕຼນິກເພື່ອເຮັດໃຫ້ການບໍລິການຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ ແລະກ້າວໄປເຖິງການເຮັດໃຫ້ຫ້ອງສະໝຸດມີຊີວິດຊີວາ, ພ້ອມທັງເປັນການເກັບຮັກສາແຫຼ່ງຂໍ້ມູນຕ່າງໆໄວ້ໃຫ້ມີຄວາມປອດໄພ, ໝັ້ນຄົງ ແລະ ຍາວນານ, ເປັນແຫຼ່ງເຕົ້າໂຮມຂໍ້ມູນຂ່າວສານ ເພື່ອໃຫ້ກາຍເປັນຄັງຄວາມຮູ້ ໃຫ້ແກ່ການສຶກສາຄົ້ນຄວ້າຂອງນັກຮຽນ, ນັກສຶກສາ, ປັນຍາຊົນ ແລະປະຊາຊົນທົ່ວໄປ ໄດ້ເຂົ້າເຖິງຂໍ້ມູນ, ຊອກຫາຂໍ້ມູນ ໄດ້ຢ່າງສະດວກງ່າຍດາຍ.

ການເຂົ້າເຖິງຂໍ້ມູນຕ່າງໆນີ້ ແມ່ນສາມາດເຂົ້າຜ່ານລະບົບເວັບໄຊ໌ ໂດຍພິມ ebook.most.gov.la. ຫຼື ສາມາດດາວໂຫຼດ Application ເທິງມືຖື ໃນລະບົບ Android ດ້ວຍການຄົ້ນຫາຄໍາວ່າ laoebook, ໃນອະນາຄົດສະຖາບັນຈະໄດ້ມີການພັດທະນາການນໍາໃຊ້ໃນລະບົບ IOS ເພື່ອໃຫ້ກາຍເປັນການພັດທະນາປື້ມແບບເອເລັກໂຕຼນິກແບບຍືນຍົງ, ຍັງຈະສືບຕໍ່ເຮັດການຮ່ວມມືກັບພາກສ່ວນຕ່າງໆ ເພື່ອເຮັດໃຫ້ ເວັບໄຊ໌ ຂອງປື້ມແບບເອເລັກໂຕຼນິກ ກາຍເປັນສູນລວມປື້ມທີ່ມີຄວາມຫຼາກຫຼາຍຂອງແຕ່ລະຂະແໜງການ ແລະມີບົດຄວາມອຸດົມສົມບຸນຂຶ້ນໄປເລື້ອຍໆ.

ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນ ແລະຮ່ວມມືຈາກຫຼາຍພາກສ່ວນ ເຊັ່ນ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສະຖາບັນການທະນາຄານ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ມະຫາວິທະຍາໄລ ແຫ່ງລັດໂຕມສ (ສະຫະພັນລັດເຊຍ) ແລະ ໂຮງພິມຊ້າງລາວ. ນອກຈາກນີ້, ຍັງມີປື້ມບົດຮຽນຂອງສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະເອເລັກໂຕຼນິກ, ບົດຄວາມດ້ານກະສິກໍາ, ດ້ານວິທະຍາສາດ, ໜັງສືພິມວິທະຍາສາດ ແລະ ການພັດທະນາ, ບັນດາປື້ມກົດໝາຍ ທັງພາສາລາວ ແລະພາສາອັງກິດ, ປື້ມໝວຍວັດທະນທໍາ-ສັງຄົມ ຊຶ່ງໃນເບື້ອງຕົ້ນແມ່ນສາມາດປ້ອນຂໍ້ມູນໄດ້ທັງໝົດມີ 10 ໝວດ, 950 ກວ່າເຫຼັ້ມ ແລະມີແຜນຈະພັດທະນາລະບົບ ພ້ອມທັງຮວບຮວມເອົາຂໍ້ມູນທາງດ້ານການສຶກສາ, ການຄົ້ນຄວ້າ-ວິໄຈຕ່າງໆເພື່ອປ້ອນເຂົ້າລະບົດໃຫ້ມີຄວາມຫຼາກຫຼາຍ ແລະສົມບູນຂຶ້ນເລື້ອຍໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...