Monday, November 10, 2025
Kbank Laos โอน รับ จ่าย

ຊາວໜຸ່ມ ນະຄອນຫຼວງວຽງຈັນ ທັດສະນະສຶກສາອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ

ເພື່ອເປັນການອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ທົ່ວນະຄອນຫຼວງວຽງຈັນ ແລະ ທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວທົ່ວປະເທດ.

ຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາທັດສະນະສຶກສາມູນເຊື້ອ ແລະ ວິລະກໍາອັນລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍຊາດ ນໍ້າໃຈເສຍສະຫຼະ ຄວາມເປັນແບບຢ່າງນໍາໜ້າຂອງທ່ານ ໜູຮັກ ພູມສະຫວັນ ຂຶ້ນຜ່ານມາ ຢູ່ທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນກຽດເຂົ້າຮ່ວມ ແລະ ນໍາພາໂດຍສະຫາຍ ອະນຸສອນ ວົງຄໍາສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນ ຫຼວງວຽງຈັນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ແລະ ສະມາຊິກຊາວໜຸ່ມບັນດາພະແນກການອ້ອມຂ້າງສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຈໍານວນ 39 ສະຫາຍ ຍິງ 14 ສະຫາຍ.

ການຈັດກິດຈະກໍາໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານ ສະມາຊິກຊາວໜຸ່ມຮຸ້ນຜູ້ສືບທອດ ໄດ້ຮຽນຮູ້ປະຫວັດ ສາດ ແບບແຜນວິທີການດຳລົງຊີວີດຂອງທ່ານຜູ້ນຳ ໝູນໃຊ້ເຂົ້າໃນການດໍາລົງຊີວິດ ເພື່ອເປັນການຮຽນຮູ້ປະ ຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນປະຕິວັດລາວ ພາຍໄຕ້ການ ນໍາພາຂອງປະທານ ໜູຮັກ ພູມສະຫວັນ ຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ສ້າງຄຸນງາມຄວາມດີ ແລະ ມູນເຊື້ອອັນດີງາມ ຄວາມເປັນແບບຢ່າງໃນການນຳພາປົກປັກຮັັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງກ້າວໜ້າສີວິໄລ.

ແຫຼ່ງຂໍ້ມູນ: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.