ອົງການກູດສ໌ແຮນ ເກົາຫຼີໃຕ້ ຊ່ວຍສ້າງ ມ. ຕົ້ນສົງ ເມືອງແກ່ນທ້າວ

ພິ­ທີ​ມອບ-ຮັບ​ໂຄງ­ການ​ກໍ່­ສ້າງ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ຕອນ​ຕົ້ນ​ສົງ ເມືອງ​ແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູ​ລີ ຈັດ​ຂຶ້ນ​ວັນ​ທີ 2 ກັນ­ຍາ 2019 ຢູ່​ໂຮງ­ຮຽນ​ດັ່ງ­ກ່າວ (ບ້ານ​ຈອມ​ແກ້ວ) ໂດຍ​ມີ​ພະ​ອາ­ຈານ ມະ­ຫາ​ພູ​ສະ­ຫວັນ ພັນ­ທະ​ບົວ​ລີ ຫົວ­ໜ້າ​ກຳ­ມາ​ທິ​ການ​ສຶກ​ສາ​ສົງ​ສູນ​ກາງ ພະ​ອາ­ຈານ ບຸນ​ທຽນ ພຸດ​ທະ​ວະ​ໂຣ ປະ­ທານ​ອົງ­ການ​ພຸດ​ທະ​ສາ­ສະ­ໜາ​ສຳ­ພັນ​ລາວ ແຂວງ​ໄຊ​ຍະ​ບູ​ລີ ພະ​ອາ­ຈານ ດ໋ອງ​ນິມ ປະ­ທານ​ອົງ­ການ​ກູດ​ແຮນສ໌ ສ ເກົາ­ຫຼີ ແມ່​ຊີ ອີມ​ແດ່ ຜູ້​ໃຫ້​ທຶນ​ຊ່ວຍ­ເຫຼືອ ປະ­ທານ​ອົງ­ການ​ກູດ​ແຮນສ໌ ປະ­ຈຳ​ລາວ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສົມ​ພອນ ຈີນ​ດາ​ວົງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ແກ່ນ​ທ້າວ ກ່າວ​ວ່າ:

ໂຄງ­ການ​ກໍ່­ສ້າງ​ໂຮງ­ຮຽນ​ດັ່ງ­ກ່າວ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ອົງ­ການ​ກູດ​ແຮນສ໌ ສ ເກົາ­ຫຼີ ໃນ​ປີ 2018 ມູນ​ຄ່າ 187.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1,49 ຕື້​ກີບ ເປັນ​ອາ­ຄານ 1 ຊັ້ນ ເຮັດ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ມຸງ​ດ້ວຍ​ກະ­ເບື້ອງ​ສີ ຂະ­ໜາດ 32X33 ແມັດ ມີ​ເນື້ອ­ທີ່ 1.056 ຕາ​ແມັດ ປະ­ກອບ​ມີ 10 ຫ້ອງ ໃນ​ນີ້ ມີ 7 ຫ້ອງ​ຮຽນ ແຕ່​ລະ​ຫ້ອງ​ມີ​ຂະ­ໜາດ 8X7 ແມັດ ສາ­ມາດ​ບັນ­ຈຸ​ນັກ­ຮຽນ​ໄດ້ 350 ອົງ ມີ 1 ຫ້ອງ​ສະ­ໝຸດ 1 ຫ້ອງ­ການ ແລະ 1 ຫ້ອງ​ຄອມ​ພິວ​ເຕີ ແລະ ຫ້ອງ​ນ້ຳ 8 ຫ້ອງ ໄດ້​ເລີ່ມ​ກໍ່­ສ້າງ​ແຕ່​ວັນ​ທີ 23 ພະ­ຈິກ 2018 ແລະ ສຳ­ເລັດ​ວັນ​ທີ 19 ສິງ­ຫາ 2019 ໂດຍ​ແມ່ນ​ບໍ​ສິ​ສັດ NCG ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ.

ພະ​ອາ­ຈານ ດ໋ອງ​ນິມ ກ່າວ​ວ່າ:

ໂຮງ­ຮຽນ​ດັ່ງ­ກ່າວ ແມ່ນ​ໂຮງ­ຮຽນ​ທີ 14 ທີ່​ພວກ​ເຮົາ​ໄດ້​ສ້າງ​ຂຶ້ນ ແລະ ເປັນ​ໂຮງ­ຮຽນ​ພຸດ​ທະ​ສາ­ສະ­ໜາ​ແຫ່ງ​ທຳ​ອິດ​ຂອງ​ພວກ​ເຮົາ ເຊິ່ງ​ຢູ່​ເຂດ​ນີ້​ສະ­ຖານ­ທີ່​ການ​ສຶກ​ສາ​ບໍ່​ພຽງ­ພໍ​ສຳ­ລັບ​ນັກ­ຮຽນ​ທີ່​ຮຽນ​ຈົບ​ຊັ້ນ​ປະ­ຖົມ​ສຶກ​ສາ ເພື່ອ​ໄປ​ຮຽນ​ຕໍ່​ມັດ­ທະ­ຍົມ​ສຶກ​ສາ ໂດຍ​ສະ­ເພາະ ນັກ­ຮຽນ​ສຳ​ມະ​ເນນ​ທີ່​ບໍ່​ສາ ມາດ​ຈ່າຍ​ຄ່າ​ຮຽນ​ໄດ້ ໂຮງ­ຮຽນ​ພຸດ​ທະ​ສາ­ສະ­ໜາ​ຈຶ່ງ​ເປັນ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ແຫ່ງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ຊ່ວຍ​ສ້າງ​ຄວາມ​ກ້າວ­ໜ້າ​ໃຫ້​ສຳ​ມະ​ເນນ​ນັກ­ຮຽນ​ໄດ້ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ພາຍ­ຫຼັງ​ການ​ມອບ-ຮັບ​ຄັ້ງ​ນີ້ ທຸກ​ພາກ­ສ່ວນ​ຈະ​ໃຫ້​ຄວາມ​ສຳ­ຄັນ​ບູ­ລະ­ນະ​ຮັກ­ສາ​ໂຮງ­ຮຽນ​ໃຫ້​ສາ­ມາດ​ນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ.

ພະ​ອາ­ຈານ ບຸນ​ທຽນ ພຸດ​ທະ​ວະ​ໂຣ ຕາງ­ໜ້າ​ພະ­ສົງ​ສຳ​ມະ​ເນນ ການ​ນຳ​ພັກ-ລັດ ຊາວ​ພຸດ​ພາຍ​ໃນ​ແຂວງ ເວົ້າ​ລວມ ເວົ້າ​ສະ­ເພາະ​ຊາວ​ເມືອງ​ແກ່ນ​ທ້າວ ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ອົງ­ການ​ກູດສ໌​ແຮນ ພ້ອມ​ທັງ​ຈະ​ເອົາ­ໃຈ­ໃສ່​ປົກ​ປັກ​ຮັກ­ສາ​ໂຮງ­ຮຽນ​ແຫ່ງ​ນີ້ ເພື່ອ​ໃຫ້​ນຳ​ໃຊ້​ປະ­ໂຫຍດ​ຢ່າງ​ຍາວ​ນານ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...