ສ. ເກົາຫຼີ ຈະເພີ່ມທຶນການສຶກສາໃຫ້ບັນດາປະເທດອາຊຽນ ຈາກ 280 ຂຶ້ນເປັນ 700 ທຶນ!

ທ່ານນາງ Kang Kyung-wha  ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ສ.ເກົາຫຼີ ໄດ້ກ່າວໃນພິທີປິດງານ ASEAN-KOREA Train Tour ໃນວັນທີ 18/10 ທີ່ຜ່ານມາ ໂດຍທ່ານນາງໄດ້ກ່າວວ່າ ສ.ເກົາຫຼີ ຈະລົງທຶນໃສ່ການແລກປ່ຽນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ໃຫ້ຫຼາຍຂຶ້ນ ແລະ ວາງແຜນທີ່ຈະເພີ່ມຈໍານວນທຶນການສຶກສາ ໃຫ້ຊາດ ໃນອາຊຽນຂຶ້ນສອງ ທົບ, ຈາກປົກກະຕິແມ່ນ 280 ທຶນ ຂຶ້ນເປັນ 700 ທຶນ/ປີ ພາຍໃນປີ 2022. 

ໃນປີຜ່ານມາ ອາຊຽນໄດ້ກາຍເປັນຄູ່ຮ່ວມການຄ້າ ທີ່ໃຫຍ່ ອັນດັບສອງ ຂອງ ສ. ເກົາຫຼີ ໂດຍມີມູນຄ່າ ຄູ່ຮ່ວມຄ້າຂາຍ ທີ່ 160 ຕື້ໂດລາສະຫະລັດ.​

ແຫຼ່ງຂໍ້ມູນ: ​inquirer.net ແລະ ວິທະຍຸສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...