ຢາກໃຫ້ເດັກນ້ອຍລາວທຸກຄົນ ມີໂອກາດໄດ້ ຮຽນຈົບຊັ້ນ ປະຖົມ-ມັດທະຍົມ ພາຍໃນປີ 2030

ທີ່ນິວຢອກ, ປະເທດ ສະຫະລັດອາເມລິກາ, ນາງ ປານີພອນ ວົງມາລາ ອາຍຸ 15 ປີ ຈາກໂຮງຮຽນ ມັດທະຍົມສົມບູນວຽງຈັນ ໄດ້ຖືກຄັດເລືອກເປັນຕົວແທນ ເດັກ ນ້ອຍລາວ ຂຶ້ນກ່າວຄຳຄິດເຫັນ ກ່ຽວກັບການສຶກສາ ຢູ່ທີ່ກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ເນື່ອງໃນໂອກາດ ວັນສະເຫລີມສະຫລອງ ວັນເດັກນ້ອຍໂລກ ແລະ ວັນຄົບຮອບ 30 ປີ ຂອງການຮັບຮອງເອົາ ສົນທິສັນຍາວ່າດ້ວຍສິດທິເດັກ.

ນາງ ປານີພອນ ວົງມາລາ ໄດ້ໃຫ້ທັດສະນະວ່າ:

ຢາກໃຫ້ເດັກນ້ອຍລາວທຸກຄົນມີໂອກາດ ໄດ້ຮຽນຈົບຊັ້ນປະຖົມ ແລະ ມັດທະຍົມ ພາຍໃນປີ 2030, ຂະນະທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ ຂອງສປປ ລາວ ຍັງມີເດັກນ້ອຍຈຳນວນຫລາຍ ທີ່ອອກໂຮງໂຮຽນກ່ອນຈົບຊັ້ນມັດທະຍົມ ໂດຍສະເພາະໃນກຸ່ມເດັກຍິງ.

ສະນັ້ນ, ພວກເຮົາຈະຊ່ວຍກັນດຳເນີນການແນວໃດ ເພື່ອຮັບປະກັນໃຫ້ຊາວໜຸ່ມ ແລະ ເດັກນ້ອຍລາວທຸກຄົນກາຍເປັນກຳລັງແຮງຂອງປະເທດຊາດ, “ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກໆທ່ານໃນມື້ນີ້ ຊ່ວຍຄິດຄົ້ນຫາວິທີຊ່ວຍພວກເຮົາ ເພື່ອໃຫ້ເດັກນ້ອຍໄດ້ຮັບການສຶກສາທີ່ມີຄຸນນະພາບ“.

ແຫຼ່ງຂໍ້ມູນ: ີຮູບພາບ: Unicef Laos ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...