ບ້ານໜອງຄຳແຮດ ກາຍເປັນບ້ານປູກຜັກສະອາດກຸ່ມທຳອິດ ຂອງເມືອງອຸທຸມພອນ

ຫ້ອງການກະສິກຳ-ປ່າໄມ້ເມືອງອຸທຸມພອນປະກາດຮັບຮອງເອົາບ້ານໜອງຄຳແຮດເປັນບ້ານປູກຜັກສະອາດກຸ່ມທຳອິດຂອງເມືອງ,ພາຍຫຼັງທີ່ໄດ້ລົງເກັບກຳຂໍ້ມູນການປູກຜັກຂອງແຕ່ລະກຸ່ມບ້ານເຫັນວ່າບ້ານໜອງຄຳແຮດແມ່ນເໝາະສົມມີຄວາມພ້ອມໃນທຸກດ້ານບໍ່ວ່າຈະເປັນການຈັດຕັ້ງຂອງກຸ່ມຄົບຊຸດ,ຄວາມສາມັກຄີຂອງສະມາຊິກພາຍໃນກຸ່ມ,ກອງທຶນ ແລະ ດ້ານອື່ນໆ.

ສຳລັບກົດລະບຽບຂອງກຸ່ມແມ່ນພ້ອມກັນຜະລິດຜັກສະອາດໃຫ້ເປັນສິນຄ້າ,ເຮັດໃຫ້ກຸ່ມມີຄວາມເຂັ້ມແຂງໃນການສ້າງລາຍຮັບ,ກ່ອນອອກຈຳໜ່າຍຕ້ອງໄດ້ຜ່ານການກວດກາຈາກຄະນະກຸ່ມເສຍກ່ອນຈິ່ງຈຳໜ່າຍໄດ້ ແຕ່ວ່າຫ້າມນຳເອົາຜົນຜະລິດຈາກບ່ອນອື່ນເຂົ້າມາຈຳໜ່າຍຢ່າງເດັດຂາດ,ນອກຈາກນີ້ກຸ່ມຕ້ອງສ້າງແຜນຜະລິດ,ຈັດຫາຕະຫຼາດຈຳໜ່າຍ,ກຸ່ມປູກຜັກສະອາດໜອງຄຳແຮດມີເນື້ອທີ່ປູກຜັກທັງໝົດເກືອບ 1 ເຮັກຕາ ແລະ ມີເງິນກອງທຶນຂອງກຸ່ມຈໍານວນ 4 ແສນກວ່າກີບ

ໂອກາດດັ່ງກ່າວ ທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງມີຄຳເຫັນວ່າ: ການສ້າງຕັ້ງກຸ່ມປູກຜັກສະອາດຂອງບ້ານໜອງຄຳແຮດ ເປັນຂີດໝາຍໜຶ່ງທີ່ເຮັດໃຫ້ຊາວກະສິກອນໄດ້ໂຮມກັນເພື່ອສ້າງຄວາມເຂັ້ມແຂງໃນການປູກ, ຄັນຖ້າຫາກວ່າພວກເຮົາປູກໃຜ ປູກລາວ ປູກພໍແຕ່ກຸ້ມກິນບໍ່ມີການແຂ່ງຂັນກັນເຮົາກໍ່ຈະບໍ່ຮັ່ງບໍ່ມີ,ຊາວກະສິກອນກະບໍ່ເຂັ້ມແຂງຖ້າສົມທຽບໃສ່ໃນຍຸກປະຈຸບັນມັນມີການແຂ່ງຂັນກັນ.

ໂດຍສະເພາະແມ່ນການຜະລິດເປັນສິນຄ້າ ໃຫ້ກຽດມອບໃບຢັ້ງຢືນກຸ່ມປູກຜັກສະອາດບ້ານໜອງຄຳແຮດແຫ່ງທຳອິດຂອງເມືອງອຸທຸມພອນຄັ້ງນີ້ ໂດຍແມ່ນທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ມອບໃຫ້ຫົວໜ້າກຸ່ມຢ່າງສົມກຽດ.

ເຊິ່ງພິທີແມ່ນໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ພະຈິກ 2019 ທີ່ຫ້ອງປະຊຸມຂອງຫ້ອງການກະສິກຳ-ປ່າໄມ້ເມືອງອຸທຸມພອນ,ໂດຍການເຂົ້າຮ່ວມຂອງທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ,ບັນດາທ່ານຄະນະຫ້ອງການ,ກຸ່ມການຜະລິດເຂົ້າຮ່ວມ

ແຫຼ່ງຂໍ້ມູນ: ບຸນຊູ ພົມມະເທບ, ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...