Thursday, November 13, 2025
Kbank Laos โอน รับ จ่าย

ມອບ-ຮັບປະກາສະນີຍະບັດ ປະລິນຍາເອກກິດຕິມະສັກ ໃຫ້ແກ່ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ

ຫວ່າງບໍ່ດົນມານີ້, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ປະລິນຍາເອກກິດຕິມະ ສັກ ຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ແກ່ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ;

ໂດຍການເປັນກຽດມອບ ຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສະໂມສອນ ມະຫາວິທະຍາໄລແຫ່ງຊາດ, ໃນພິທີ ມີຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ , ບັນດາແຂກຖືກເຊີນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາລະດັບປະລິນຍາໂທເຂົ້າຮ່ວມ.

ການມອບ ປະກາສະນີຍະບັດ ປະລິນຍາເອກກິດຕິມະສັກ ໃຫ້ແກ່ທ່ານ ສົມມາດ ພົນເສນາ ໃນຄັ້ງນີ້ ແມ່ນເພື່ອຈາລຶກເຖິງຄຸນງາມຄວາມດີ ແລະຜົນງານອັນດີເດັ່ນລະດັບຊາດ ດ້ານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແບບຍືນຍົງ ໃນຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ສະແດງອອກໃຫ້ເຫັນບັນດາໂຄງການ ແລະວຽກງານຕ່າງໆທີ່ທ່ານໄດ້ຊີ້ນຳ-ນຳພາ.

ພ້ອມກັນນັ້ນກໍຍັງມີຫຼາຍໂຄງການ ທີ່ກ້ຽວພັນກັບ ມະຫາວິທະຍາໄລແຫ່ງຊາດ ເປັນຕົ້ນແມ່ນ: ໂຄງການສ້າງຂີດຄວາມສາມາດທາງດ້ານວິທະຍາການໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ (ຄະນະວິທະຍາ ສາດສິ່ງແວດລ້ອມ), ໂຄງການສ້າງຂີດຄວາມສາມາດໃນການປ້ອງກັນສັງຄົມ ເຮັດໃຫ້ມະຫາວິທະຍາໄລແຫ່ງ ຊາດ ໄດ້ສ້າງຕັ້ງສູນຮຽນຮູ້ ແລະໃຫ້ຄຳປຶກສາດ້ານການຍົກຍ້າຍຈັດສັນພາຍໃຕ້ໂຄງການສຳປະທານ ແລະພັດທະ ນາຕ່າງໆ (ຄະນະວິທະຍາສາດສັງຄົມ).

ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອຄຸ້ມຄອງປ່າສະຫງວນ ແລະສັດປ່າ (ຄະນະວິທະຍາສາດປ່າໄມ້), ໂຄງການສ້າງຄວາມເຂັ້ມແຂງທາງດ້ານວິທະຍາສາດທຳມະຊາດທີ່ຕິດພັນກັບການອະນຸຮັກສິ່ງແວດລ້ອມ (ຄະນະວິທະຍາສາດທຳມະຊາດ), ໂຄງການພັດທະນາຊັບພະຍາກອນມະນຸດ ທາງດ້ານເສດຖະສາດສິ່ງແວດລ້ອມ ແລະຊັບພະຍາກອນທຳມະຊາດ ທີ່ກ່ຽວຂ້ອງກັບການຄຸ້ມຄອງສັດປ່າ ແລະປ່າສະຫງວນ (ຄະນະເສດຖະສາດ ແລະບໍລິຫານທຸລະກິດ) ແລະອີກຫຼາຍໆຜົນງານ.

ແຫຼ່ງຂໍ້ມູນ: ເວບໄຊມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.