Friday, July 11, 2025
Kbank Laos โอน รับ จ่าย

ເລີ່ມແລ້ວ! ງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ XI ປະຈໍາສົກສຶກສາ 2019-2020

ການແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ໄດ້ເປີດຂຶ້ນແລ້ວໃນມື້ນີ້, ເພື່ອປະຕິບັດຕາມແຜນຍຸດທະສາດ 5 ຫຼັກມູນການສຶກສາແຫ່ງຊາດ ທີ່ກະຊວງສຶກສາທິການ ແລະກີລາວາງອອກ ແລະຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນເພື່ອເປັນການພັດທະນາເສີມສ້າງສຸຂະພາບຮ່າງກາຍ ແລະຈິດໃຈ, ຄວາມມີໄມຕີຈິດ – ມິດຕະພາບ ແລະຄວາມສາມັກຄີລະຫວ່າງນັກສຶກສາດ້ວຍກັນ ແລະເພື່ອເປັນການສົ່ງເສີມໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີເວທີແຂ່ງຂັນໃນການສ້າງປະສົບການ ແລະບົດຮຽນທີ່ດີ ໃຫ້ເຂົາເຈົ້າມີການພັດທະນາທີ່ດີຂຶ້ນ ແລະພ້ອມທັງຄັດເລືອກເອົາຕົວແທນນັກກີລາ ທີ່ມີພອນສະຫວັນດີເດັ່ນ ຕາງໜ້າໃຫ້ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການແຂ່ງຂັນກີລາປະເພດຕ່າງໆລະດັບຊາດໃນອະນາຄົດ.

ການແຂ່ງຂັນກີລານັກສຶກສາ ທົ່ວມະຫາວິທະຍາໄລແຫ່ງຊາດຄັ້ງນີ້, ມີທັງໝົດ 7 ປະເພດ ຄື:

ບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ຟຸດຊໍຊາຍ, ເປຕັງທີມຄູ່ຍິງ-ຊາຍ ແລະທີມຄູ່ປະສົມ, ແລ່ນ-ລານຍິງ-ຊາຍ ແລະກີລາບານສົ່ງຊາຍຫາດ ຍິງ-ຊາຍ; ເຊິ່ງມີນັກສຶກສາຈາກ 13 ຄະນະວິຊາເຂົ້າຮ່ວມການແຂ່ງຂັນ ໂດຍກໍານົດເອົາສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດເປັນຫຼັກ.

ໃນການແຂ່ງຂັນກີລາແຕ່ລະປະເພດແມ່ນແຂ່ງຂັນແບບຄັດຈ້ອນເອົາທີມທີ່ຊະນະໄປແຂ່ງຂັນໃນຮອບຕໍ່ໆໄປຈົນເຖິງຮອບຊີງຊະນະເລີດ.  

ການແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ໄດ້ກະກຽມເປີດການແຂ່ງຂັນ ໃນວັນທີ 27 ພະຈິກ 2019 ມື້ນີ້. 

ທັງນີ້ກໍເພື່ອປະຕິບັດຕາມແຜນຍຸດທະສາດ 5 ຫຼັກມູນການສຶກສາແຫ່ງຊາດ ທີ່ກະຊວງສຶກສາທິການ ແລະກີລາວາງອອກ ແລະຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນເພື່ອເປັນການພັດທະນາເສີມສ້າງສຸຂະພາບຮ່າງກາຍ ແລະຈິດໃຈ, ຄວາມມີໄມຕີຈິດ – ມິດຕະພາບ ແລະຄວາມສາມັກຄີລະຫວ່າງນັກສຶກສາດ້ວຍກັນ

ແລະເພື່ອເປັນການສົ່ງເສີມໃຫ້ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີເວທີແຂ່ງຂັນໃນການສ້າງປະສົບການ ແລະບົດຮຽນທີ່ດີ ໃຫ້ເຂົາເຈົ້າມີການພັດທະນາທີ່ດີຂຶ້ນ ແລະພ້ອມທັງຄັດເລືອກເອົາຕົວແທນນັກກີລາ ທີ່ມີພອນສະຫວັນດີເດັ່ນ ຕາງໜ້າໃຫ້ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການແຂ່ງຂັນກີລາປະເພດຕ່າງໆລະດັບຊາດໃນອະນາຄົດ.

ການແຂ່ງຂັນກີລານັກສຶກສາ ທົ່ວມະຫາວິທະຍາໄລແຫ່ງຊາດຄັ້ງນີ້, ມີທັງໝົດ 7 ປະເພດ ຄື: ບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ຟຸດຊໍຊາຍ, ເປຕັງທີມຄູ່ຍິງ-ຊາຍ ແລະທີມຄູ່ປະສົມ, ແລ່ນ-ລານຍິງ-ຊາຍ ແລະກີລາບານສົ່ງຊາຍຫາດ ຍິງ-ຊາຍ;

ເຊິ່ງມີນັກສຶກສາຈາກ 13 ຄະນະວິຊາເຂົ້າຮ່ວມການແຂ່ງຂັນ ໂດຍກໍານົດເອົາສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດເປັນຫຼັກ.

ໃນການແຂ່ງຂັນກີລາແຕ່ລະປະເພດແມ່ນແຂ່ງຂັນແບບຄັດຈ້ອນເອົາທີມທີ່ຊະນະໄປແຂ່ງຂັນໃນຮອບຕໍ່ໆໄປຈົນເຖິງຮອບຊີງຊະນະເລີດ.

ແຫຼ່ງຂໍ້ມູນ: ເວບໄຊມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.