ບໍລິສັດເບຍລາວ ມອບທຶນການສຶກສາໃຫ້ແກ່ ນັກສຶກສາ ມຊ

ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດເບຍລາວ ຈໍາກັດ ໃຫ້ແກ່ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ແລະນັກສຶກສາສະຖາບັນວິຈິດສິນແຫ່ງຊາດ ປະຈໍາສົົກສຶກສາ 2019-2020 ໂດຍການມອບຂອງທ່ານ ເຮັນຣິກຈູນ ແອນເດີຊັນ ຜູ້ອໍານວຍການໃຫຍ່ຂອງບໍລິສັດເບຍລາວ, ຝ່າຍ ມຊ. ຮັບໂດຍ ທ່ານ ນາງ ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງຄຸ້ມຄອງນັກສຶກສາ ມຊ, ຝ່າຍ ສະຖາບັນວິຈິດສິນແຫ່ງຊາດຮັບໂດຍທ່ານ ປອ. ຄຳສຸກ ແກ້ວວົງຊາຍ ຮອງຜູ້ອໍານວຍການສະຖາບັນ ວິຈິດສິນແຫ່ງຊາດ,

ເຂົ້າຮ່ວມມີ ທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະສະຫວັດດີການພະນັກງານ ບໍລິສັດເບຍລາວ, ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະຄວາມຢືນຍົງ,ມີບັນດາຄະນະກໍາມະການຜູ້ຮັບຜິດຊອບທຶນ, ບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງ ແລະນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະນັກສຶກສາສະຖາບັນວິຈິດສິນແຫ່ງຊາດທີ່ໄດ້ຮັບທຶນເຂົ້າຮ່ວມ.

ໂຄງການມອບທຶນການສຶກສາ ຈາກບໍລິສັດເບຍລາວ ຈໍາກັດ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະນັກສຶກສາ ສາຖາບັນວິຈິດສິນແຫ່ງຊາດຊາດ ແມ່ນເລີ່ມມາແຕ່ປີ 2010 ເປັນຕົ້ນມາ ຈົນຮອດປັດຈຸບັນ.

ໂດຍມີຈຸດປະສົງເພື່ອຊຸກຍູ້ ແລະສົ່ງເສີມທຶນການສຶກສາໃຫ້ແກ່ນັກສຶກສາທີ່ມີຄຸນສົມບັດດີ, ຮຽນດີ, ຮຽນເກັ່ງ ຖານະຄອບຄົວທຸກຍາກ ຢູ່ເຂດຫ່າງໄກຊອກຫຼີກ ເປັນລູກກຳພ້າກຳພອຍ ໄດ້ມີໂອກາດສຶກສາຕໍ່ໃຫ້ສໍາເລັດການສຶກສາໃນລະດັບມະຫາວິທະຍາໄລ,

ເຊິ່ງທຶນທີ່ບໍລິສັດ ເບຍລາວ ມອບໃຫ້ແກ່ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 324,000,000 ກີບ ຕໍ່ 120 ຄົນ ຕໍ່ 1 ປີ ແລະສະຖາບັນວິຈິດສິນແຫ່ງຊາດແມ່ນ 81,000,000 ກີບ ຕໍ່ 30 ຄົນ ຕໍ່ປີ;  ເຊິ່ງທຶນດັ່ງກ່າວນີ້ ທາງມະຫາວິທະຍາໄລແຫ່ງຊາດ ແລະສະຖາບັນວິຈິດສິນແຫ່ງຊາດ ຈະໄດ້ເບີກຈ່າຍເປັນອັດຕາເງິນເດືອນ ໃຫ້ແກ່ນັກສຶກສາ ເດືອນລະ 300,000 ກີບ ຕໍ່ຄົນ, ພ້ອມນັ້ນນັກສຶກສາທີ່ໄດ້ຮັບທຶນດັ່ງກ່າວຍັງໄດ້ເຂົ້າຮ່ວມເຄື່ອນໄຫວກິດຈະກໍາ ເພື່ອພັດທະນາຄວາມຮູ້ ຄວາມສາມາດດ້ານທັກສະຕ່າງໆໃນການດໍາລົງຊີວິດ, ກິດຈະກໍາການບໍລິຈາກເລືອດ, ການໄປທັດສະນະສຶກສາຫາຄວາມຮູ້ອີກດ້ວຍ. 

ປັດຈຸບັນມີນັກສຶກສາທີ່ໄດ້ຮັບທຶນທີ່ກໍາລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດ ຈໍານວນ 120 ຄົນ, ໃນນັ້ນມີນັກສຶກສາ ໃນສົກສຶກສາ 2019-2020 ທີ່ມີເງື່ອນໄຂໄດ້ຮັບທຶນໃໝ່ຈໍານວນ25 ຄົນ ໂດຍຄັດເລືອກເອົານັກສຶກສາປີ 2 ເພື່ອມາປ່ຽນແທນຈໍານວນນັກສຶກສາໄດ້ທຶນທີ່ຈົບໄປໃນສົກຮຽນຜ່ານມາ; ສ່ວນສະຖາບັນວິຈິດສິນແຫ່ງຊາດ ໃນສົກສຶກສານີ້ ມີນັກສຶກສາຈໍານວນ 30 ຄົນທີ່ໄດ້ຮັບທຶນດັ່ງກ່າວ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...