Saturday, April 26, 2025
Kbank Laos โอน รับ จ่าย

ເອກະຊົນສຳປະທານດິນລັດ ຂຸດຄົ້ນ ແລະປຸງແຕ່ງແຮ່ທາດຟລູອໍຣາຍ ຢູ່ແຂວງໄຊຍະບູລີ

ພິທີເຊັນສັນຍາສໍາປະທານດິນລັດເພື່ອຂຸດຄົ້ນ ແລະປຸງແຕ່ງແຮ່ທາດຟລູອໍຣາຍເຂດບ້ານດອນຕັນ ເມືອງຄອບ ແຂວງໄຊຍະບູລີ ລະຫວ່າງອົງການປົກຄອງແຂວງຕາງ ໜ້າໂດຍພະແນກແຜນການ ແລະການລົງທຶນ ແຂວງໄຊຍະບູລີ ແລະບໍລິສັດຈົງກົງ ເຮີສຽງລາວ ການລົງທຶນຈໍາກັດ.

ຜູ້ສໍາປະທານໂຄງການໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງລະຫວ່າງ ທ່ານນາງ ຄໍາມີ ຈັນທິບ ຫົວໜ້າພະແນກແຜນການ ແລະການລົງທຶນຕາງໜ້າອົງ ການປົກ ຄອງແຂວງ ໄຊຍະບູລີ ແລະທ່ານ ມາ ເລີຍ ພິງ ຮອງອໍານວຍການບໍລິສັດ ຈົງກົງ ເຮີສຽງລາວ ການລົງທຶນຈໍາກັດໄດ້ຮ່ວມກັນເຊັນສັນຍາຢ່າງເປັນທາງການ ໂດຍ ຊ້ອງໜ້າຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະພະນັກງານວິຊາການທັງສອງຝ່າຍ.

ທີ່ດິນສຳປະທານເພື່ອສ້າງຕັ້ງໂຮງງານປຸງແຕ່ງຟລູອໍຣາຍ ຕັ້ງຢູ່ບ້ານດອນຕັນ ເມືອງຄອບ ແຂວງໄຊຍະບູລີ ມີເນື້ອທີ່ທັງໝົດ 5 ເຮັກຕາ; ໃນນີ້ເນື້ອທີ່ຂຸດຄົ້ນ 4 ເຮັກ ຕາ ແລະສ້າງຕັ້ງໂຮງງານ 1 ເຮັກຕາ, ກໍານົດເວລາໃນການລົງທຶນ ແລະສັນຍາ 12 ປີນັບແຕ່ວັນທີ 20 ທັນວາ 2019 ຫາ 20 ທັນວາ 2032 ໄລຍະກໍ່ສ້າງໂຮງ ງານ ແລະສ້າງສິ່ງອໍານວຍຄວາມສະດວກຈະໃຊ້ເວລາ 1 ປີ,

ໄລຍະຂຸດຄົ້ນຈະໃຊ້ເວລາ 10 ປີ ແລະໄລຍະຟື້ນ ຟູຈະໃຊ້ເວລາ 1 ປີ ປິດບໍ່ໃນປີ 2032, ມູນຄ່າສໍາປະ ທານເນື້ອທີ່ຂຸດຄົ້ນແຮ່ທາດຟລູອໍຣາຍເກັບໃນອັດຕາ 50 ໂດລາຕໍ່ປີຕໍ່ 1 ເຮັກຕາ, ມູນຄ່າສໍາປະທານເນື້ອທີ່ສ້າງ ຕັ້ງໂຮງງານປຸງແຕ່ງແຮ່ທາດແມ່ນເກັບ200 ໂດລາຕໍ່ປີຕໍ່ 1 ເຮັກຕາ, ອັດຕາຄ່າຊັບພະຍາກອນແຮ່ຟລູອໍຣາຍແມ່ນຄິດໄລ່ 4% ຂອງມູນຄ່າຂາຍຜະລິດຕະພັນແຮ່ທາດທີ່ຂຸດຄົ້ນໄດ້ການຜະລິດແຮ່ທາດຟລູອໍຣາຍໄດ້ປະມານ 20.440 ແມັດກ້ອນຕໍ່ປີ, ມີມູນຄ່າການລົງທຶນທັງໝົດ 10,35 ລ້ານໂດລາ;

ໃນນີ້ມີທຶນຈົດທະບຽນ 3,5 ໂດລາ, ສ່ວນຄ່າຊໍາລະ ແລະພັນທະຕ່າງໆແມ່ນໃຫ້ຊໍາລະຢູ່ຫ້ອງຄຸ້ມຄອງຊັບສິນຂອງລັດພະແນກການເງິນແຂວງ ຫຼືເມືອງຕາມສິດຂອບເຂດການແບ່ງຂັ້ນຄຸ້ມຄອງ ແລະອັດຕາຄ່າສໍາປະທານເນື້ອທີ່ດິນຈະມີການປ່ຽນແປງເພີ່ມ ຂຶ້ນໃນທຸກໆ 5 ປີຢ່າງໜ້ອຍບໍ່ຫຼຸດ 5% ເປັນການລົງທຶນຂອງເອກະຊົນພາຍໃນ 100%.

ແຫຼ່ງຂໍ້ມູນ: ຂຽນໂດຍ: ບຸນທີ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.