Saturday, July 19, 2025
Kbank Laos โอน รับ จ่าย

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ກຽມແຂ່ງຂັນລາຍການ Men’s U-19 JENESYS 2019 Tournament ຢູ່ປະເທດຍີ່ປຸ່ນ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ກຽມເດີນທາງເຂົ້າຮ່ວມການແຂ່ງຂັນລາຍການ Men’s U-19 JENESYS 2019 Tournament ຢູ່ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 24 ກຸມພາ ຫາ 03 ມີນາ 2020 ຢູ່ທີ່ເມືອງ ກາໂກຊິມາ ປະເທດຍີ່ປຸ່ນ, ເຊິ່ງໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 16 ມັງກອນ 2020 ເປັນຕົ້ນມາ ແລະ ສາມາດຄັດເລືອກນັກກິລາໄດ້ຈຳນວນ 18 ຄົນເພື່ອເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ.
ສຳລັບລາຍຊື່ ຄະນຳນຳ ແລະ ຄູຝຶກ ມີດັ່ງນີ໊:

1. ທ່ານ ປະສິດ ສຸພາບ ຫົວຫນ້າຄະນະ
2. ທ່ານ Sundram Moorthy ຫົວຫນ້າຄູຝຶກ ຊາວສິງກະໂປ
3. ທ່ານ V Selvaraj ຜູ້ຊ່ວຍຄູຝຶກ ຊາວສິງກະໂປ
4. ທ່ານ ປາດຖະຫນາ ຂັນຕິຍະວົງ ບໍລິຫານທີມ
5. ທ່ານ ຕ້ອມ ດວງປັນຍາ ແພດປະຈຳທີມ

ລາຍຊື່ນັກກິລາ ຈຳນວນ 18 ຄົນ ປະກອບມີ:
+ ຜູ້ຮັກສາປະຕູ
1. ສໍລະສັກ ທິລະວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
2. ສີອຳພອນ ແສງສະຫວ່າງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
ກອງຫລັງ
3. ອານຸລັກ ວັນນະລາດ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
4. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
5. ຈັນນີຈອນ ຈັນທະວົງ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
6. ທິນນະກອນ ກອງຕະການ ຈາກ ສະໂມສອນ ເອສະຣາ ເອັຟຊີ
7. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
8. ຊີດີ ພົມສະຫວັນ ຈາກ ສະໂມສອນ ເອສະຣາ ເອັຟຊີ
ກອງກາງ
9. ພຸດທະລັກ ທອງສະໜິດ ຈາກ ສະໂມສອນ ເອສະຣາ ເອັຟຊີ
10. ພູວຽງ ພູມສະຫວັດ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
11. ຄຳແພງ ພັນທອງຄຳ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
12. ສອນໄຊ ພັນທະໄຊ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
13. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
14. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ວຽງຈັນ ເອັຟທີ
15. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ ເອັຟຊີ
16. ບຸນມີ ປິ່ນແກ້ວ ຈາກ ສະໂມສອນ ຈຳປາສັກ ຢູໄນເຕັດ
ກອງຫນ້າ
17. ໂຈນີ ແຫ່ວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ
18. ຕີ ສີຫາລາດ ຈາກ ສະໂມສອນ ກອງທັບ ເອັຟຊີ

ສຳລັບຕາຕະລາງການແຂ່ງຂັນ ແລະ ການຈັບສະຫລາກປະກົບຄູ່ການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ, ກຳນົດການເດີນທາງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແມ່ນຈະອອກເດີນທາງໃນວັນທີ 23 ກຸມພາ 2020.

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.