Monday, November 10, 2025
Kbank Laos โอน รับ จ่าย

ລາວຈະປັບປຸງອັນດັບ ຍາກ-ງ່າຍໃນການເລີ່ມຕົ້ນທຸລະກິດໃຫ້ເຫືຼອສອງຕົວເລກ

ພາບປະກອບ

ສ​ປ​ປ ລາວ ຄາດວ່າຈະປັບປຸງອັນດັບໃນການເລີ່ມຕົ້ນທຸລະກິດ ​ໃຫ້ເຫືຼອສອງຕົວເລກ ໃນປີໜ້າ ຫຼັງຈາກປີນີ້ຖືກຈັດເປັນອັນດັບ 181 ຂອງການເລີ່ມຕົ້ນທຸລະກິດ ຈາກ​ 190 ເສດຖະກິດທົ່ວໂລກ,​ ຕົກລົງ ​1 ອັນ ດັບຈາກປີ 2019.

ທ່ານ ​ສົມພວງ​ ພຽນພິນິດ,​ ຫົວຫນ້າ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ​ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວລະຫວ່າງກອງປະຊຸມເຜີຍແຜ່ຄວາມຄືບໜ້າໃນການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ໃນວັນທີ ​21​ ກຸມພາ​ ທີ່ ນະຄອນຫຼວງວຽງຈັນ ວ່າ: ສ​ປ​ປ ລາວ ໄດ້ປັບປຸງຫຼາຍຂອດ​ ທີ່ເປັນອຸປະສັກໃນການເລີ່ມຕົ້ນທຸລະກິດ ຕາມຄຳສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ເລີ່ມແຕ່ທ້າຍປີ 2018 ເປັນຕົ້ນມາ, 

ພາບປະກອບ

ເຊີ່ງຂອດການເລີ່ມຕົ້ນທຸລະກິດແມ່ນປັບປຸງຈາກ 10 ຂອດເຫຼືອ​ພຽງ​ 3 ຂອດ ​(ບໍ່ກວມຂອດອະນຸຍາດ) ແລະ ຫຼຸດເວລາລົງຈາກ ປະມານ ​7​ ເທົ່າຕົວ ຈາກ​ 178 ວັນ ໂດຍສະເລ່ຍ ເຫຼືອພຽງ​ ບໍ່ເກີນ​ 30 ​ວັນ.​

ສ່ວນສາເຫດທີ່ ສ​ປ​ປ ລາວ ຍັງຈັດຢຸ່ໃນ ອັນດັບທ້າຍໆ​ ແມ່ນຍ້ອນ​ບາງບໍລິສັດ ຫຼື ຫົວໜ່ວຍທຸລະກິດ ຍັງເຂົ້າໃຈວ່າ​ ໃບທະບຽນວິສາຫະກິດ ແລະ​ ໃບອະນຸຍາດດຳເນີນທຸລະກິດແມ່ນອັນດຽວກັນ ເຮັດໃຫ້ ພາກສ່ວນກ່ຽວຂ້ອງ ໃຫ້ຄະແນນການເລີ່ມຕົ້ນທຸລະກິດໃນລາວຕ່ຳ.

ພາບປະກອບ

 ແຫຼ່ງຂໍ້ມູນ: ຂ່າວ: ສຸກສະໄຫມ, ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.